ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໂດຍສະເພາະແມ່ນຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດພິທີທໍາລາຍສິນຄ້າປະເພດອາຫານແຊ່ແຂງ, ສິນຄ້າໝົດອາຍຸ ແລະ ສິນຄ້າບໍ່ຕິດສະຫຼາກເປັນພາສາລາວ ຂຶ້ນເມື່ອບໍ່ດົນມານີ້ ທີ່ສາງທັນຍາຫານບ້ານຫ້ວຍຂຸມ ເມືອງໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ພິໄລທອງ ຈິດມະນີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ພ້ອມດ້ວຍຫົວໜ້າຂະ ແໜງ, ຮອງຂະແໜງ ແລະ ພະນັກງານວິຊາການເຂົ້າຮ່ວມ.
ໃນພິທີຈູດທຳລາຍສິນຄ້າຄັ້ງນີ້ ແມ່ນສືບເນື່ອງມາຈາກທີ່ທີມງານເຈົ້າໜ້າທີ່ກວດກາ ໄດ້ລົງກວດກາຕົວຈິງຢູ່ ບັນດາຫ້າງຮ້ານ, ຮ້ານຂາຍອາຫານແຊ່ແຂງ, ຮ້ານຂາຍຍົກ-ຂາຍຍ່ອຍຕ່າງໆ ຕະຫຼາດ 2 ຕະຫຼາດ, ຊຸບເປີມາເກັດ ແລະ ມິນິມາກ ລວມທັງໝົດມີ 11 ຫົວໜ່ວຍ 9 ຫ້າງຮ້ານ ແລະ 2 ຕະຫຼາດຄື: ຕະຫຼາດວັງໄຮ, ຕະຫຼາດໜອງແມງດາ ເພື່ອມາທຳລາຍຖິ້ມ ຊຶ່ງລວມມີ ຮອດດັອກ, ຕີນໄກ່, ນ້ຳແຈ່ວສຸກີ, ກຸ້ງທະເລ, ປາມຶກດອງ, ສະລາເປົາກ້ອນໃຫຍ່ສຳເລັດຮູບ, ມັນຝຣັ່ງສໍາເລັດຮູບ, ປູອັດ, ຊີ້ນໝູສະໄລ້, ຊີ້ນສົ້ມໝູ, ນໍ້າປາແດກສໍາເລັດຮູບ, ນໍ້າແຈ່ວຈ້ໍາໄກ່, ປາມຶກໄຂ່, ແຈ່ວເສສວນ ແລະ ວາສະບິ, ລວມມູນຄ່າ ທັງໝົດ 12 ລ້ານກ່ວາກີບ, ສຳລັບສິນຄ້າບາງປະເພດແມ່ນເຈົ້າໜ້າທີ່ໄດ້ທຳລາຍກັບທີ່ ແລະ ນຳມາທຳລາຍໃນພິທີດັ່ງກ່າວຕື່ມອີກ.
(ຂ່າວ-ພາບ: ແສງອາທິດ)

ຄໍາເຫັນ