ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

ທ່ານ ລມຕ ກະຊວງ ຖວທ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຜົ້ງສາລີ

ທ່ານ ລມຕ ກະຊວງ ຖວທ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຜົ້ງສາລີ
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ພ້ອມຄະນະໄດ້ໄປຢ້ຽມຢາມພະແນກ ຖວທ

 

ແຂວງໃນວັນທີ 11 ທັນວານີ້ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ອ່ອນຄໍາ ອິນແສງ ຫົວໜ້າພະແນກ ຖວທ ແຂວງ ຊຶ່ງທ່ານໄດ້ລາຍງານສະພາບລວມໂດຍຫຍໍ້ວ່າ: ປັດຈຸບັນພະແນກ ຖວທ ແຂວງປະກອບມີ 4 ຂະແໜງ 3 ກອງວິຊາການ, ມີພະນັກງານ-ລັດຖະກອນນັບທັງຂັ້ນພະແນກ ແລະ ຂັ້ນເມືອງລວມທັງໝົດ 100 ຄົນຍິງ 40 ຄົນ; ໃນນີ້, ສະເພາະຂັ້ນແຂວງ ຫຼື ພະແນກມີ 45 ຄົນຍິງ 18 ຄົນ, ຫ້ອງການ ຖວທ 7 ເມືອງມີ 55 ຄົນຍິງ 22 ຄົນ. ໄລຍະຜ່ານມາ, ພະແນກ ຖວທ ແຂວງໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນຢ່າງມີຜົນສຳເລັດໂດຍພື້ນຖານເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ.ການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີກະຊວງ ຖວທ ໄດ້ມອບອຸປະກອນໃຫ້ແກ່ພະແນກ ຖວທ ແຂວງປະກອບມີ: ກ້ອງຖ່າຍຮູບ, ຄອມພີວເຕີ, ເຄື່ອງໂປເຈັກເຕີ, ປິ່ນເຕີ ແລະ ກ້ອງກອງປະຊຸມທາງໄກເພື່ອນຳໃຊ້ເຂົ້າໃນວຽກງານ ຖວທ ແຂວງ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ແລະໃຫ້ກຳລັງໃຈໃນການປະຕິບັດວຽກງານຂອງພະນັກງານ ພ້ອມກັນຜ່ານຜ່າອຸປະສັກຕ່າງໆ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໃຫ້ມີສຳເລັດຜົນເປັນຢ່າງດີ.

ຈາກນັ້ນ, ທ່ານລັດຖະມົນຕີກະຊວງ ຖວທ ພ້ອມຄະນະໄດ້ໄປຢ້ຽມຢາມການດຳລົງຊີວິດຂອງເຜົ່າລື້ທີ່ບ້ານຊຽງຟ້າ ເມືອງບຸນເໜືອ ແຂວງຜົ້ງສາລີ ໂດຍການຕ້ອນຮັບຂອງທ່ານ ວົງຄຳ ທຳມະໃຈ ນາຍບ້າຍໆຊຽງຟ້າພ້ອມດ້ວຍປະຊາຊົນ ຊຶ່ງບ້ານດັ່ງກ່າວມີ 82ຫຼັງຄາເຮືອນ, ມີພົນລະເມືອງ 400ກວ່າຄົນຍິງ 200ກວ່າຄົນ, ຖືສາສະໜາພຸດ, ປະຊາຊົນປະກອບອາຊີບເຮັດນາ, ປູກຝັງ, ຈັກສານ ແລະຕໍ່າຫູກ, ມີເອກະລັກໃນການນຸ່ງຖື ການປາກເວົ້າ, ໂອກາດນີ້ທ່ານລັດຖະມົນຕີຍັງໄດ້ຊົມການສະແດງສິລະປະ, ການຕໍ່າຫູກ ແລະຈັກສານທີ່ເປັນກິດຈະກຳເອກະລັກພາຍໃນບ້ານຂອງເຜົ່າ.

ຂ່າວ: ພູວັນ, ພາບ: ແສງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ  ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຫົວໜ້າອະນຸກໍາມະການເນື້ອໃນສະເຫຼີມສະຫຼອງ 3 ວັນປະຫວັດສາດຂັ້ນສູນກາງ; ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ພ້ອມດ້ວຍບັນດາສະຫາຍການນໍາຈາກກະຊວງ, ອົງການ36 ພາກສ່ວນ ແລະ ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ (LABA) ໄດ້ຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ທີ່ນະຄອນຫຼວງວຽງຈັນ ໃນເມື່ອບໍ່ດົນມານີ້, ເພື່ອສ້າງຄວາມເປັນໜຶ່ງດຽວ ໃຫ້ທຸກພາກສ່ວນຮ່ວມກັນຫັນກະສິກໍາໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງຕ໋ອງໂສ້ການຜະລິດ ແລະ ຕະຫຼາດເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງ ທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວ ສູ່ຕະຫຼາດໂລກ.
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ບຸນໂຈມ ອຸບົນປະເສີດ ແຂວງເຈົ້າແຂວງສະຫວັນນະເຂດ, ມີຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າ ແລະ ປະທານຄະນະກຳມະການປົກຄອງເມືອງ 14 ເມືອງ, 1 ນະຄອນ ເຂົ້າຮ່ວມ.
ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບໍລິສັດ ບິກຊີຊຸບເປີເຊັນເຕີລາວ ຈຳກັດ ໄດ້ເປັນເຈົ້າພາບເຈົ້າສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອລະດົມທຶນມາສ້າງສາພັດທະນາວັດດັ່ງກ່າວ. ບຸນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ພະຈິກຜ່ານມາ ໂດຍມີພະເຖລາ ນຸເຖລະ ຈາກວັດແຫ່ງຕ່າງໆພາຍໃນ ນວ, ມີທ່ານ ບຸນຊູ ພະວິເສດ ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ, ມີອອກຕົນຍາດໂຍມຈາກບ້ານຕ່າງໆພາຍໃນ ນວ, ບ້ານອ້ອມຂ້າງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ  ຄົບຮອບ 1 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດຄົບຮອບ 1 ປີໄດ້ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມານີ້, ຢູ່ທີ່ຕະຫຼາດຫຼັກຊັບລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີສະຫວາດ ດວງສະຫວັນ ຜູ້ອໍານວຍການຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ມີຮອງປະທານບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງເອກະລັກສະເພາະຂອງເມືອງຊໍາເໜືອ ແຂວງຫົວພັນໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ຂອງຄົນລາວແທ້.
ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ພັກ, ລັດໄດ້ຖືເອົາວຽກງານກະສິກຳ ເປັນຂະແໜງການທີ່ສຳຄັນເປັນພິເສດ ເພື່ອເປັນພື້ນຖານໃນການພັດທະນາເສດຖະກິດຂອງຊາດ ເພີ່ມການຜະລິດໃຫ້ຫຼາຍ ຄໍ້າປະກັນສະບຽງອາຫານໃຫ້ສັງຄົມຢ່າງທົ່ວເຖິງ-ພຽງພໍ ແລະ ສົ່ງອອກສູ່ຕະຫຼາດສາກົນ ໂດຍໄດ້ກຳນົດວ່າ: “ກະສິກຳເປັນແນວຮົບອັນດັບໜຶ່ງ, ການກະສິກໍາ ແລະ ປ່າໄມ້ ຍັງແມ່ນຂະແໜງພື້ນຖານໃນໂຄງປະກອບເສດຖະກິດແຫ່ງຊາດຂອງພວກເຮົາ”.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ , ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ , ຄາດຄະເນຜົນຜະລິດ 122,748 ໂຕນ .
ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ໃນວັນທີ 2 ພະຈິກຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນ, ບໍລິສັດ ສະມໍຣບີ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ປປຊ ນວ) ໄດ້ນຳພານ້ອງໆຊາວໜຸ່ມອາສາສະໝັກ ທີ່ມາຈາກ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ແລະ ມສ ວຽງຈັນ ຈໍານວນ 20 ຄົນ ເຮັດກິດຈະກໍາເດີນຂະບວນໂຄສະນາປະຊາສໍາພັນ ໃຫ້ປະຊາຊົນ ກໍຄືສັງຄົມທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ແລະ ພໍ່ຄ້າແມ່ຄ້າ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ, ຖືກຖັງ, ຖືກວິທີຕາມຈຸດທີ່ກຳນົດໄວ້ ນຳພາໂດຍ ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າວຽກງານການຕະຫຼາດ ບໍລິສັດ ສະມໍຣບີ ແລະ ທ່ານ ສີລິວັນ ຫຼຽນວິໄລສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປຊ ນວ.
ເພີ່ມເຕີມ