ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ທານ ພອ ຈນສະໝອນ ຈນຍາລາດ ຊນຳການແກໄຂໄພພບດ ຢແຂວງໄຊຍະບລ - image 1
 

 

ໃນໂອກາດນີ້, ທ່ານ ເພັດພິໄຊ ສູນວິໄລ, ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດແຂວງໄຊຍະບູລີໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບໄພພິບັດທີ່ເກີດຂຶ້ນຢູ່ແຂວງໄຊຍະບູລີໃນປີ 2025 ເຫັນວ່າ ມີໄພພິບັດເກີດຂຶ້ນທັງໝົດ 44 ຄັ້ງ, ໃນນັ້ນ: ນໍ້າຖ້ວມ 8 ຄັ້ງ, ລົມພາຍຸພັດ 16 ຄັ້ງ, ໄຟໄໝ້ 17 ຄັ້ງ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດ, ຊັບສິນ, ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ, ເສັ້ນທາງ, ເນື້ອທີ່ທຳການຜະລິດ ແລະ ສັດລ້ຽງຂອງປະຊາຊົນ ຈໍານວນ 11 ເມືອງ, 275 ບ້ານ, 7,000 ກວ່າຄອບຄົວ, 36ພັນກວ່າຄົນ, ເສຍຊິວິດ 3 ຄົນ, ເຮືອນເສຍຫາຍໝົດຫຼັງ 32 ຫຼັງ (ນໍ້າຖ້ວມ 27 ຫຼັງ, ດິນເຈື່ອນທັບຖົມ 2 ຫຼັງ ແລະ ໄຟໄໝ້ 3 ຫຼັງ),ເນື້ອທີ່ທໍາການຜະລິດເສຍຫາຍ 2,214 ເຮັກຕາ, ສັດລ້ຽງ 23,209 ໂຕ (ງົວ, ຄວາຍ, ໝູ, ແບ້...), ລະບົບຊົນລະປະທານ 38 ແຫ່ງ, ເສັ້ນທາງເສຍຫາຍ 106 ເສັ້ນ, ຂົວ 16 ແຫ່ງ, ຫົວງານນໍ້າປະປາ 4 ແຫ່ງ, ລະບົບນໍ້າລິນຂາດ 13 ແຫ່ງ ແລະ ເສຍຫາຍດ້ານອື່ນໆຈໍານວນຫຼາຍລວມມູນຄ່າເສຍຫາຍທັງໝົດ 273 ຕື້ກວ່າກີບ. ສະເພາະເດືອນກໍລະກົດ ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ຈາກເຫດການນໍ້າຖ້ວມທັງໝົດ 3 ຄັ້ງ ຊຶ່ງໄດ້ຮັບຜົນກະທົບຢູ່ 10 ເມືອງ, ລວມມູນຄ່າເສຍຫາຍທັງໝົດ 249 ຕື້ກວ່າກີບ.

ທານ ພອ ຈນສະໝອນ ຈນຍາລາດ ຊນຳການແກໄຂໄພພບດ ຢແຂວງໄຊຍະບລ - image 2
 

ສຳລັບການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ: ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ປຸກລະ ດົມກໍາລັງຂອງ ປກຊ-ປກສ, ຊາວໜຸ່ມ ແລະ ກອງພົນທະຫານຮາບທີ 2 ລວມທັງໝົດ 787 ສະຫາຍ ລົງຊ່ວຍເຫຼືອແກ້ໄຂສຸກເສີນ, ພ້ອມທັງໃຫ້ຄວາມຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບ ເປັນຕົ້ນ ຍົກຍ້າຍເຄື່ອງຂອງ, ສັດລ້ຽງ ແລະ ປະຊາຊົນ ໄປຢູ່ເຂດປອດໄພ. ພາຍຫຼັງນໍ້າບົກແຫ້ງ ກໍໄດ້ອະນາໄມທີ່ຢູ່ອາໄສ ຂອງປະຊາຊົນ, ສໍານັກງານລວມໝູ່ ແລະ ບັນດາເສັ້ນທາງທີ່ຖືກຜົນກະທົບ, ຊຶ່ງຄະນະຄຸ້ມຄອງໄພພິບັດຂັ້ນແຂວງໄດ້ໃຫ້ຄວາມຊ່ວຍເຫຼືອເບື້ອງຕົ້ນແກ່ຄອບຄົວທີ່ໄດ້ຮັບຜົນກະທົບ, ພ້ອມທັງປຸກລະດົມຈາກສັງຄົມຢູ່ພາຍໃນແຂວງ ເປັນວັດຖຸ-ປັດໃຈ ຊ່ວຍເຫຼືອຜູ້ປະສົບໄພ. ນອກນັ້ນ ແມ່ນໄດ້ແກ້ໄຂເສັ້ນທາງໃຫ້ສາມາດສັນຈອນໄປມາໄດ້ 106 ເສັ້ນ; ສະພາແຫ່ງຊາດໄດ້ຊ່ວຍເຫຼືອອຸປະກອນປຸກສ້າງເຮືອນ 31 ຫຼັງໃຫ້ຄອບຄົວທີ່ເຮືອນບໍ່ສາມາດອາໄສຢູ່ໄດ້; ໄດ້ໃຫ້ການປິ່ນປົວສຸຂະພາບຂອງປະຊາຊົນທີ່ຖືກຜົນກະທົບຢູ່ 18 ບ້ານ, ຈໍານວນ 163 ຄົນ ແລ�%

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ