ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນອ່ານໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບມາດຕະຖານ ເງື່ອນໄຂ ແລະ ເປົ້າໝາຍທີ່ຈະເລືອກຕັ້ງເປັນນາຍົກລັດຖະມົນຕີ. ຊຶ່ງທ່ານໄດ້ເວົ້າວ່າ: ທ່ານ ສະເຫຼີມໄຊ ກົມມະສິດ ເປັນຜູ້ໜຶ່ງທີ່ມີຄວາມຮູ້ ຄວາມສາມາດ, ສະຫຼາດຫຼັກແຫຼມ ແລະ ເປັນຜູ້ມີຜົນງານທີ່ຜົ້ນເດັ່ນຫຼາຍດ້ານ ເໝາະສົມແລ້ວທີ່ຈະໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ. ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງເຫັນດີເປັນສ່ວນຫຼາຍ. ຂ່າວ: ບຸນຕອມ, ພາບ: ຕຸໄລເພັດ
9 ເດືອນ ເສດຖະກິດ ຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8%
ໃນໄລຍະ 9 ເດືອນ ປີ 2026 ການເຕີບໂຕດ້ານເສດຖະກິດ ໄດ້ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8% ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 4.6%, ໂດຍໄດ້ແຮງຍູ້ຈາກຂະແໜງອຸດສາຫະກຳປຸງແຕ່ງ, ການລົງທຶຮຈາກພາກເອກະຊົນ, ພະລັງງານໄຟຟ້າ ແລະ ການບໍລິການ.
ຄໍາເຫັນ