ທ່ານ ສະເຫຼີມໄຊ ກົມມະສິດເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດຣາຊະກຸມມານ ອາກິຊິໂນະ ແຫ່ງຍີ່ປຸ່ນ ແລະ ພະຊາຍາ

ທ່ານ ສະເຫຼີມໄຊ ກົມມະສິດເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດຣາຊະກຸມມານ ອາກິຊິໂນະ ແຫ່ງຍີ່ປຸ່ນ ແລະ ພະຊາຍາ
ໃນຕອນເຊົ້າຂອງວັນທີ 9 ພະຈິກນີ້ ທີ່ ສຳນັກພະຣາຊະວັງ ອາກາຊາກະ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະ ແຫ່ງ ຍີ່ປຸ່ນ ແລະ ພະຊາຍາ, ໃນໂອກາດເດີນທາງຢ້ຽມຢາມທາງການ ຍີ່ປຸ່ນ ໃນວັນທີ 7-11 ພະຈິກ 2023.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະ ແລະ ພະຊາຍາ ໃນຄັ້ງນີ້ ຊຶ່ງການມາຢ້ຽມຢາມທາງຍີ່ປຸ່ນ ໃນຄັ້ງນີ້ ກໍເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ຍີ່ປຸ່ນ ໂດຍສະເພາະ ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການຮັດແໜ້ນ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງຄວາມຍິນດີທີ່ເຫັນວ່າການພົວພັນຮ່ວມມື ສປປ ລາວ ແລະ ຍີ່ປຸ່ນແມ່ນສືບຕໍ່ໄດ້ຮັບການສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງຊາດມີຄວາມໃກ້ຊິດ, ສະໜິດສະໜົມ ແລະ ຮັກແພງກັນ, ໄດ້ມີການຮ່ວມມືກັນຢ່າງຕັ້ງໜ້າທັງໃນສາຍລັດ, ສາຍພັກ ແລະ ສາຍສະພາຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ລວມທັງຂົງເຂດ ແລະ ພາກພື້ນ.ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງຫນ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຈາກລັດຖະບານຍີ່ປຸ່ນ ອັນສະເໝີຕົ້ນສະເໝີປາຍມາໂດຍຕະຫຼອດຊຶ່ງໄດ້ປະກອບສ່ວນອັນສໍາຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພິເສດ ກໍແມ່ນການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ໃນນີ້ ເຫັນວ່າ ສອງປະເທດ ລາວ-ຍີ່ປຸນ ຍັງມີທ່າແຮງຫຼາຍດ້ານທີ່ສາມາດຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ຊຶ່ງ ໃນປີ 2024 ນີ້ ສປປ ລາວ ຈະເປັນປະທານອາຊຽນ ແລະ ຈັດປີທ່ອງທ່ຽວລາວ ເຫັນວ່າເປັນກາລະໂອກາດອັນດີ ໃນການຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດໃຫ້ຫຼາຍຂຶ້ນ, ໂດຍສະເພາະການທ່ອງທ່ຽວ ລາວ-ຍີ່ປຸ່ນ ເພື່ອຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ໃນຕໍ່ໜ້າ.
ໃນຂະນະດຽວກັນ, ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິໂນະສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງສອງຝ່າຍ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ;ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍິນດີໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ, ໂດຍສະເພາະ ໃນປີ 2025 ທີ່ຈະມາເຖິງນີ້ຍີ່ປຸ່ນ ແລະ ສປປ ລາວ ກໍຈະໄດ້ຮ່ວມກັນຈັດບັນດາກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ (5 ມີນາ 1955) ໃຫ້ມີບັນຍາກາດອັນຟົດຟື້ນຊຶ່ງຈະກາຍເປັນຂີດໝາຍສຳຄັນຂອງການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນ, ອວຍພອນໃຫ້ຄະນະຜູ້ແທນລາວ ຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມທາງການ ຍີ່ປຸ່ນ ໃນຄັ້ງນີ້.
ໃນວັນດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກກັບ ທ່ານ ນາງ ຊຶຈິຢະ ຊິນາໂກະ ລັດຖະມົນຕີກະຊວງຟື້ນຟູໄພພິບັດ ປະທານຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ, ພ້ອມນີ້ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະເຮັດວຽກກັບຫຼາຍພາກສ່ວນຫົວໜ່ວຍທຸລະກິດຍີ່ປຸ່ນ ເພື່ອປຶກສາຫາລື ແລະ ເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ບໍລິສັດ Ryobi Lao (IT Solution), ບໍລິສັດ Tsubame BHB, ບໍລິສັດ Asue, ບໍລິສັດ All Nippon Airways ແລະ ຕ້ອນຮັບ ຄະນະອາຈານ ຈາກ ມະຫາວິທະຍາໄລໂຕກຽວ. ພ້ອມດຽວກັນນີ້, ຄະນະຜູ້ແທນລາວ ຍັງໄດ້ເດີນທາງໄປທັດສະນະຢ້ຽມຢາມ ບໍລິສັດ Sankyu Inc.
(ຂ່າວ-ພາບ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947-27/7/2025), ໃນວັນທີ 27 ກໍລະກົດນີ້, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ນໍາໂດຍທ່ານ ນາງ ຕ້າເຟືອງຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ພ້ອມຄະນະ ໄດ້ເຂົ້າວາງພວງມາລາ, ທູບ-ທຽນ ທີ່ອະນຸສາວະລີ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທັງນີ້ກໍເພື່ອລະນຶກວັນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄັ້ງທີ 8 ຂອງຄະນະກຳມະການຊາຍແດນຮ່ວມ ລາວ - ກໍາປູເຈຍ (JBC)

ກອງປະຊຸມຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ26 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍ ທ່ານ ລາມເຈຍ ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ລມຕ ກະຊວງການຕ່າງປະເທດ ພ້ອມຄະນະເດີນທາງຢ້ຽມຢາມຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້​ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 8ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ໄດ້ກະກຽມໄວ້, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ.
ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ

ໃນລະຫວ່າງວັນທີ 14 - 23 ກໍລະກົດ ຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ທີ່ນິວຢອກ ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ຈາກ ກະຊວງການຕ່າງປະເທດ ແລະ ຈາກ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ ວ່າດ້ວຍ ການພັດທະນາແບບຍືນຍົງ ປະຈໍາປີ 2025
ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ການເຄື່ອນໄຫວຄົ້ນຄວ້າ​ຮ່ຳຮຽນການປະຕິວັດສີແດງ

ໂລກໃນທຸກມື້ນີ້, ມີການຜັນແປຢ່າງໄວວາທີ່ສຸດ ທີ່ບໍ່ເຄີຍເຫັນໃນຮອບໜຶ່ງສະຕະ​ວັດທີ່ຜ່ານມາ, ແຕ່ແນວໃດກໍຕາມ, ສັນຕິພາບ ​ແລະ​ ການພັດທະນາ ຍັງເປັນກະແສຫຼັກຂອງຍຸກສະໄໝ ປັດຈຸບັນ. ​ທ່າອ່ຽງຈຸດໝາຍປາຍທາງຮ່ວມຂອງບັນດາປະເທດໃນພາກພື້ນ ນັບມື້ພົ້ນເດັ່ນຂຶ້ນ. ສະນັ້ນ, ຕ້ອງຮ່ວມກັນສ້າງປະຊາຄົມຊາຕາກຳ. ປະເທດຈີນ, ຫວຽດນາມ ແລະ ລາວ ລ້ວນແຕ່ແມ່ນປະເທດສັງຄົມນິຍົມ ທີ່ມີອຸດົມການ,​ ໜ້າທີ່ປະຫວັດສາດ ແລະ ເປົ້າໝາຍການພັດທະນາທີ່ຄ້າຍຄືກັນ. ສະນັ້ນ, ການພົບປະ​ແລກປ່ຽນວັດທະນະທຳດ້ານການປະຕິວັດ ກໍເລີ່ມກາຍເປັນກິດຈະກຳອັນສຳຄັນ ສຳລັບທັງ 3 ປະເທດ.
ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ປາກກະດິງ-ບຶງໂຂງຫຼົງ ປຶກສາຫາລືຄວາມຮ່ວມມືວຽກງານຊາຍແດນ

ໃນຕອນເຊົ້າວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະຜູ້ແທນ ອຳເພີບຶງໂຂງຫຼົງ ຈັງຫວັດບຶງການ ຣາຊະອານາຈັກໄທ ທີ່ໄດ້ເດີນທາງມາຢ້ຽມຢາມເມືອງປາກກະດິງ ແຂວງບໍລິຄຳໄຊ ສປປລາວ.
ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ວາລະສານອາລຸນໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບວາລະສານຊິວສື

ເມື່ອຕົ້ນເດືອນກໍລະກົດນີ້, ຄະນະຜູ້ແທນວາລະສານອະລຸນໃໝ່ ຊຶ່ງແມ່ນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນ ປະຕິວັດລາວ ນໍາໂດຍສະຫາຍ ວັນລາຕີ ຄໍາວານວົງສາ ກຳມະການຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການວາລະສານອະລຸນໃໝ່ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບວາລະສານຊິວສື ຂອງສູນກາງພັກກອມມູນິດຈີນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ; ໃຫ້ກຽດຕ້ອນຮັບໂດຍສະຫາຍ ເຊີນຢາງຢົງ ຜູ້ອຳນວຍການວາລະສານຊິວສື ທັງເປັນຫົວໜ້າບັນນາທິການວາລະສານຊິວສື ພ້ອມດ້ວຍຄະນະ.
ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ສຸພາສິດຈີນ ໄດ້ກ່າວວ່າ: “ພີ່ນ້ອງທີ່ຢູ່ຫ່າງໄກກັນ ບໍ່ດີເທົ່າກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ”. ທ່ານ ສີຈີ້ຜິງ ເລຂາທິການໃຫຍ່ ໄດ້ກ່າວເນັ້ນວ່າ: “ປະເທດອ້ອມຂ້າງເປັນບ່ອນເພິ່ງພາອາໄສຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນ ໃນການພັດທະນາ”. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດເປັນຕົ້ນມາ, ຝ່າຍຈີນ ໄດ້ສະເໜີວິໄສທັດ ວຽກງານການຕ່າງປະເທດຂອງຕົນ ຕໍ່ກັບບັນດາປະເທດໃກ້ຄຽງ ຄື: “ສະໜິດສະໜົມ, ຈິງອົກຈິງໃຈ, ໃຫ້ຜົນປະໂຫຍດ, ເອື້ອອາລີ” ແລະ ໄດ້ສະເໜີຂໍ້ລິເລີ່ມ ໃນການສົ່ງເສີມກໍ່ສ້າງປະຊາຄົມຮ່ວມຊາຕາກຳປະເທດອ້ອມຂ້າງ. ຝ່າຍຈີນ ໄດ້ລົງເລິກສ້າງການຮ່ວມມືຢ່າງຮອບດ້ານກັບບັນດາປະເທດອ້ອມຂ້າງ, ເພີ່ມທະວີການແລກປ່ຽນໃນທຸກຂົງເຂດ ໂດຍຖືເອົາການຊີ້ນຳ-ນຳພາຂອງການນຳສູງສຸດຂອງປະເທດ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ(ອກສລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງທີ 16-20 ກໍລະກົດ ຜ່ານມາ.
ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ ສປສສ, ໃຫ້ກຽດປາຖະກະຖາ ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີຮອງປະທານ ສປສສ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງສານເຂົ້າຮ່ວມ.
ເພີ່ມເຕີມ