ທ່ານ ທອງຈັນ ມະນີໄຊ ຖືກແຕ່ງຕັ້ງ ຮັກສາການເຈົ້າແຂວງບໍ່ແກ້ວ

ທ່ານ ທອງຈັນ ມະນີໄຊ ຖືກແຕ່ງຕັ້ງ ຮັກສາການເຈົ້າແຂວງບໍ່ແກ້ວ
ທ່ານທອງຈັນ ມະນີໄຊ ໄດ້ຖືກແຕ່ງຕັ້ງໃຫ້ຮັກສາການເຈົ້າແຂວງບໍ່ແກ້ວ ຄົນໃໝ່ ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2024 ນີ້ທີ່ແຂວງດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາທ່ານ ຄະນະນຳຈາກສູນກາງ ແລະ ອອ້ມຂ້າງແຂວງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ບົວຄົງ ນາມມະວົງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ບໍ່ແກ້ວ (ຜູ້ເກົ່າ) ກໍ່ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ ໃນການນຳພາ-ຊີ້ນຳ ວຽກງານຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງ ເປັນເຈົ້າແຂວງ 6 ປີທີ່ຜ່ານມາ, ພ້ອມທັງກ່າວມອບໜ້າທີ່ ໃຫ້ ທ່ານ ທອງຈັນ ມະນີໄຊ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຜູ້ໃໝ່. ໂອກາດດັ່ງກ່າວ ທ່ານ ທອງຈັນ ມະນີໄຊ ກໍ່ໄດ້ຂື້ນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຈັດຕັ້ງປະຕິບັດທິດທາງ ແລະ ຄາດໝາຍຂອງທ່ານເຈົ້າແຂວງຜູ້ເກົ່າ ໃນການຮັກສາທ່ວງທ່າ ການຈະເລີນເຕີບໂຕທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບວຽກງານສາມສ້າງຢ່າງໜັກແໜ້ນ ລວມທັງການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພ້ອມນັ້ນ, ກໍ່ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ.
ໃນຕອນທ້າຍຂອງພິທີ ທ່ານ ພົອ ວິໄລ ຫຼ້າຄຳຟອງກໍ່ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນພາວະວິໄສ ໃນການສັບຊ້ອນພະນັກງານການນຳຂັ້ນສູງ ໃນຄັ້ງນີ້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່; ນອກຈາກນັ້ນ, ທ່ານກໍ່ໄດ້ຮຽກຮ້ອງໃຫ້ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຜູ້ໃໝ່ ຕ້ອງມີວິໃສທັດໃນການເບິ່ງບັນຫາ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນການນຳພາໝູ່ຄະນະ, ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ປັບປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ ເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາແຂວງບໍ່ແກ້ວ ໃຫ້ເດີນໄປຂ້າງໜ້າດ້ວຍບາດກ້າວທີ່ໜັກແໜ້ນ.
ຂ່າວ-ພາບ:ພັນຕີ ຄຳແສງປັນຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ໃນໂອກາດນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີມອບ-ຮັບລາງວັນການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ທີ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ວ່າ: ບົດບາດຂອງວີດີໂອສັ້ນຕໍ່ການເຊື່ອມໂຍງປະຊາຊົນແມ່ນເປັນຂົວຕໍ່ທີ່ບໍ່ມີພົມແດນ.
ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ແນະນໍາວິທີວິທະຍາ ໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ

ກອງປະຊຸມແນະນໍາວິທີວິທະຍາໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ສະໄໝ ທີ XII ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ຜ່ານມາ ທີ່ສະພາທິດສະດີສູນກາງພັກ,​ ໂດຍການເປັນປະທານຂອງ ທ່ານ ຄຳມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກຜູ້ປະຈໍາການ, ມີບັນດາຕາງໜ້າຄະນະຮັບຜິດຊອບກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຂອງສະພາທິດສະດີສູນກາງພັກ ເຂົ້າຮ່ວມ.
2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

2 ປີ ສາລະວັນ ມ້າງຄະດີຢາເສບຕິດໄດ້ 285 ເລື່ອງ

ທ່ານ ພົຈວ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສາລະວັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 2 ປີຂອງແຂວງສາລະວັນ ໃນວັນທີ 23 ມິຖຸນານີ້,
ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ ແຂວງຊຽງຂວາງ ໃນ​ວັນ​ທີ 22-23 ມິ​ຖຸ​ນາ​ນີ້.
ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ໃນ​ວັນ​ທີ 22 ມິ​ຖຸ​ນາ​ຜ່ານ​ມາ,ໂດຍ​ມີ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງໂຂງ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກບ້ານ 114 ບ້ານໃນທົ່ວເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ), ພາຍໃຕ້ ການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບສູນກາງພັກ ປະທານຄະນະກວດກາ ຄອສພ ຊຶ່ງມີປະທານ, ຮອງປະທານ ຄະນະກວດກາພັກ, ປະທານກວດກາ ຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຄອສພ.
ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.
ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິນ ແລະ ໝໍ້ຊັອດປາ ໃນວັນທີ 19 ມິຖຸນາຜ່ານມາ, ໂດຍມີທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດກ່ຽວຂ້ອງເຂົ້າຮ່ວມ.
ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານໃນວັນທີ 19 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົຈວ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ທີ່ ກະຊວງການເງິນ, ພາຍ​ໃຕ້​ການເປັນປະທານ​ຂອງ ທ່ານ ສັນຕິພາບ ພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ຂັ້ນສູນກາງ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ຮອງຫົວໜ້າກົມແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ