![]() |
ພິທີດັ່ງກ່າວຈັດຂຶ້ນໃນວັນທີ 6 ຕຸລາຜ່ານມາທີ່ ນະຄອນຫຼວງວຽງຈັນລະຫວ່າງທ່ານ ສົມຫວັງ ພີມມະວົງ ຫົວໜ້າກົມປ່າໄມ້ ແລະ ທ່ານ ທອງຂັນ ວົງພະຈັນ ປະທານ ບໍລິສັດ ເຈເອັດສ໌ເຄໂດຍມີທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມເຂົ້າຮ່ວມເປັນສັກຂີພິຍານນຳ.
ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ສໍາຫຼວດ ແລະ ອອກແບບ ພັດທະນາສວນພຶກສາສາດ ເຂດຫ້ວຍຍາງ-ດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດ, ການນໍາໃຊ້ຊັບພະຍາກອນທໍາມະຊາດ ແບບຢືນຍົງ; ໃນເນື້ອທີ່ 100 ເຮັກຕາ.
ໂຄງການດັ່ງກ່າວແມ່ນເນັ້ນການອອກແບບ ການອານຸລັກຊີວະນາໆພັນ, ປົກປັກຮັກສາປ່າໄມ້ທໍາມະຊາດ, ຟື້ນຟູພັນໄມ້ນາໆຊະນິດ, ເປັນເຂດສືກສາຄົ້ນຄ້ວາ, ເປັນແຫຼ່ງຮຽນຮູ້, ຂະຫຍາຍພັນພືດ ໄມ້ຫາຍາກທີ່ໃກ້ຈະສູນພັນ, ທັງເປັນປອດຂອງນະຄອນຫຼວງວຽງຈັນ.
ຂໍ້ມູນ: ກສ

ຄໍາເຫັນ