ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຊີ້ແຈງວ່າ: ເສດຖະກິດ ຂອງ ສປປລາວ ທີ່ຕິດພັນກັບວຽກງານເງິນຕາ ມີ 3 ຈຸດພິເສດ

ທະນາຄານແຫ່ງ ສປປ ລາວ ຊີ້ແຈງ ຫຼາຍປະເດັນສຳຄັນ

ທະນາຄານແຫ່ງ ສປປ ລາວ ຊີ້ແຈງ ຫຼາຍປະເດັນສຳຄັນ
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍສະເພາະໄດ້ຊີ້ແຈງປະເດັນສຳຄັນເປັນຕົ້ນແມ່ນບັນຫາອັດຕາເງິນເຟີ້, ອັດຕາແລກ ປ່ຽນ-ການຄຸ້ມຄອງອັດຕາແລກປ່ຽນ, ວຽກງານການຄຸ້ມຄອງເງິນຕາຕ່າງປະເທດ, ການສະໜອງຊິນເຊື່ອໃຫ້ກັັບ SME ແລະ ບັນຫາອື່ນໆຈໍານວນໜຶ່ງ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຊີ້ແຈງວ່າ: ເສດຖະກິດ ຂອງ ສປປລາວ ທີ່ຕິດພັນກັບວຽກງານເງິນຕາ ມີ 3 ຈຸດພິເສດຄື: ປັດຈຸບັນປະເທດເຮົາທີ່ກຳລັງປະເຊີນຢູ່ ໃນຖານະເງິນຕາຂອງປະເທດເຮົາຍັງບໍ່ແຂງແຮງ ເນື່ອງຈາກໂຄງສ້າງພື້ນຖານທາງດ້ານເສດຖະກິດ ແລະ ການຜະລິດຂອງພວກເຮົາຍັງບໍ່ທັນສົມດູນກັບການຊົມໃຊ້ ຈຶ່ງສົ່ງຜົນກະທົບລັກສະນະແກ່ຍາວ. ໃນນັ້ນ, ຄັງເງິນແຮ່ສຳຮອງພວກເຮົາຍັງຕໍ່າຖ້າທຽບໃສ່ມາດຖານຄວາມໝັ້ນຄົງກ່ຽວກັບການກຸມການນໍາເຂົ້າ, ການສຳລະການນໍາເຂົ້າຍັງຕໍ່າ ທຽບໃສ່ກັບພັນທະຈະຕ້ອງສຳລະໜີ້ສິນຕ່າງປະເທດ ກໍຍັງຕໍ່າກວ່າມາດຕະຖານ. ສະນັ້ນ, ຈະຕ້ອງໃຊ້ເວລາ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຂອງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ; ດຸ່ນຊຳລະເງິນຕາຕ່າງປະເທດ ກໍຄືການໃຊ້ເງິນຕາຕ່າງປະເທດ ກັບການຫາໄດ້ເງິນຕາຕ່າງປະເທດແມ່ນຂາດດຸ່ນຢ່າງຕໍ່ເນື່ອງ;ເສດຖະກິດຂອງພວກເຮົາເປັນເສດຖະກິດນໍາໃຊ້ສິນຄ້າ ແລະ ການບໍລິການນໍາເຂົ້າ 60%-70% ເຮັດໃຫ້ການເໜັງຕີງຂອງອັດຕາແລກປ່ຽນ ກະທົບໂດຍກົງຕໍ່ລາຄາສິນຄ້ານໍາເຂົ້າ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ຊີ້ແຈງຕື່ມຕໍ່ປະເດັນອັດຕາເງິນເຟີ້ ຫຼື ການຄຸ້ມຄອງອັດຕາເງິນເຟີ້ວ່າ: ບັນຫາເງິນເຟີ້ເປັນບັນຫາທີ່ຍາກສົມຄວນໃນການຄຸ້ມຄອງ ສາເຫດມາຈາກອັດຕາແລກປ່ຽນອ້ອມຂ້າງ (ນອກລະບົບ)ຍັງມີ. ເຖິງວ່າ 5 ເດືອນ ຕົ້ນປີ 2024 ຈັງຫວະການອ່ອນຄ່າຂອງອັດຕາແລກປ່ຽນຍັງສືບຕໍ່ຢູ່ໃນຈັງຫວະທີ່ຊ້າກວ່າ ປີ 2023 ຜ່ານມາ. ໃນນັ້ນ, ບັນຫາການເພີ່ມຂຶ້ນຂອງປະລິມານເງິນ M2 (ການຄຸ້ມຄອງປະລິມານເງິນໃນຂອດຈໍລະຈອນ) ກໍຍັງຢູ່ໃນລະດັບທີ່ສູງ, ຄວາມເຊື່ອໝັ່ນຕໍ່ເສດຖະກິດຂອງພວກເຮົາຍັງບໍ່ທັນສູງ. ສຳລັບອັດຕາເງິນເຟີ້ ທຫລ ຈະສືບຕໍ່ຢ່າງຕັ້ງໜ້າ ໂດຍສະເພາະຈະຕ້ອງຄຸ້ມຄອງເງິນຕາຕ່າງປະເທດໃຫ້ມີສະຖຽນລະພາບຫຼາຍຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ບັນຫາເງິນເຟີ້ຫຼຸດລົງໄດ້. ໃນ 5 ເດືອນ ຕົ້ນປີ 2024 ອີງໃສ່ສະຖິຕິການສົ່ງອອກ, ມີສະຖິຕິເກີນດຸນສິນຄ້າ ແຕ່ມາໄລ່ເບິ່ງກະແສເງິນແລ້ວ, ບໍ່ໄດ້ເກີນດຸນ. ພ້ອມນັ້ນ, ພວກເຮົາຕ້ອງເພີ່ມການສົ່ງອອກໃຫ້ສູງ ເພື່ອເຮັດໃຫ້ກະແສເງິນຕົວຈິງໃຫ້ມັນດຸນ. ປັດຈຸບັນໄດ້ມີບໍລິສັດລົງທະບຽນແລ້ວ ມີ 3.300 ບໍລິສັດ ມີທັງບໍລິສັດນໍາເຂົ້າ-ສົ່ງອອກ. ໃນນັ້ນ, ມີ 1.178ບໍລິສັດ ໄດ້ມີແຈ້ງບັນຊີຫັນເປັນບັນຊີສະເພາະໃຫ້ ທຫລ ສາມາດຕິດຕາມຈໍານວນເງິນການນໍາເຂົ້າ-ສົ່ງອອກ. ພ້ອມນັ້ນ, ຍັງຊຸກຍູ້ໃຫ້ 3.300 ບໍລິສັດດັ່ງກ່າວນັ້ນ ຫັນບັນຊີມາເປັນບັນຊີສະເພາະ ພື່ອຕິດຕາມກວດກາການນໍາເຂົ້າ-ສົ່ງອອກທັງໝົດໃຫ້ສາມາດນໍາເງິນເຂົ້າມາໄດ້. ພ້ອມກັນນັ້ນ, ໄດ້ເພີ່ມທະວີການຄຸ້ມຄອງເງິນຕາຈາກແຫຼ່ງອື່ນ ໂດຍສະເພາະການທ່ອງທ່ຽວ ຕາມສະຖິຕິ ໃນປີ 2023 ສາມາດສ້າງແຫຼ່ງເງິນຕາເຂົ້າໃນລະບົບເສດຖະກິດ ໄດ້ເກືອບ 1 ຕື້ໂດລາ. ພ້ອມນັ້ນ, ເພື່ອສະດວກໃຫ້ແກ່ນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໄດ້ມີການພັດທະນາຄິວອາໂຄດ ລະຫວ່າງລາວ-ໄທ, ລາວ-ຫວຽດນາມ, ລາວ-ຈີນ. ສິ່ງສໍາຄັນໃນວັນທີ 8 ກໍລະກົດ ປີ 2024 ນີ້ ຈະເປີດຄິວອາໂຄດໄທສະແກນລາວ ເພື່ອສະດວກໃນການຈ່າຍເງິນບາດໄດ້ເລີຍ ແລະ ໃນທ້າຍເດືອນກໍລະກົດ 2024 ນີ້ ຈະເປີດຄິວອາໂຄດ ຫວຽດນາມສະແກນລາວໄດ້ ເພື່ອບໍ່ໃຫ້ໄປແລກເງິນນອກລະບົບ. ພ້ອມນີ້, ອັດຕາເງິນເຟີ້ ໃນປີ 2024 ຈະມີແນວໂນ້ມຫຼຸດລົງ. ໃນນັ້ນ, ໃນໄລຍະສັ້ນ, ໄລຍະກາງ, ໄລຍະຍາວ ທຫລ ໄດ້ເຮັດແຜນຟື້ນຟູ ຖານະເງິນຕາຕ່າງປະເທດ ພ້ອມໄດ້ສົມທົບກັບກະຊວງການເງິນເຮັດແຜນຟື້ນຟູຖານະງົບປະມານຮ່ວມກັນ ຮອດປີ 2030 ພ້ອມຈະປັບປຸງທະນາຄານນະໂຍບາຍຫັນເປັນທະນາຄານພັດທະນາຊົນນະບົດ.

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ເພີ່ມເຕີມ