ທ່ານປະທານປະເທດ ຕ້ອນຮັບຜູ້ແທນ ຣາຊະອານາຈັກ ກໍາປູເຈຍ

ທ່ານປະທານປະເທດ ຕ້ອນຮັບຜູ້ແທນ ຣາຊະອານາຈັກ ກໍາປູເຈຍ

ທ່ານປະທານປະເທດ ຕ້ອນຮັບຜູ້ແທນ ຣາຊະອານາຈັກ ກໍາປູເຈຍ
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສູດປະຈໍາສານສູງສຸດແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ທໍານຽບປະທານປະເທດ. ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລະຫວ່າງວັນທີ 14-18 ກໍລະກົດ 2025.

ໂອກາດດັ່ງກ່າວ, ທ່ານປະທານປະເທດ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ໜາກຜົນຂອງການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ອົງການໄອຍະການສູງສຸດ ຂອງສອງປະເທດ ນັບແຕ່ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈສະບັບທໍາອິດໃນປີ 2014 ເປັນຕົ້ນມາ, ສອງອົງການໄດ້ມີການພົບປະແລກປ່ຽນຄະນະຜູ້ແທນ ເພື່ອແລກປ່ຽນບົດຮຽນນໍາກັນຢ່າງເປັນປົກກະຕິ, ພ້ອມນີ້ ສອງອົງການໄອຍະການສູງສຸດ ຍັງໄດ້ລົງນາມ ແລະ ຈັດຕັ້ງບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສອງຝ່າຍ ສະບັບລົງວັນທີ 1 ກໍລະກົດ 2024 ໃຫ້ປະກົດຜົນເປັນຈິງໄດ້ເປັນຢ່າງດີ ຊຶ່ງສະແດງອອກມື້ນີ້ບັນດາສະຫາຍ ຈະໄດ້ພ້ອມກັນຈັດກອງປະຊຸມອົງການໄອຍະການ ລາວ-ກໍາປູເຈຍ ຄັ້ງທີ I ໃນຫົວຂໍ້ “ການຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະການຄ້າຂາຍຢາເສບຕິດຢ່າງມີປະສິດທິຜົນ” ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໃນຄັ້ງຕໍ່ໄປ ໃນປີ 2027 ຈະໄດ້ຈັດຂຶ້ນເປັນຄັ້ງທີ 2 ທີ່ ຣາຊະອານາຈັກກໍາປູເຈຍ, ຖືເປັນບາດກ້າວທີ່ສໍາຄັນຢ່າງຍິ່ງໃນການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໜັ້ນຄົງຍາວນານ ໃນໄລຍະປີ 2023-2027 ໃຫ້ປະກົດຜົນເປັນຈິງໃນຂົງເຂດຍຸຕິທໍາ, ເພື່ອຮ່ວມກັນໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ໂດຍສະເພາະບັນຫາຢາເສບຕິດ ຊຶ່ງເປັນສິ່ງທ້າທາຍຕໍ່ຄວາມສະຫົງບສຸກ ແລະ ການພັດທະນາຂອງສອງປະເທດ ກໍຄືຂອງພາກພື້ນເປັນຢ່າງດີ.

ລັດຖະບານ ແລະ ປະຊາຊົນລາວ ຂໍຢືນຢັນການສະໜັບສະໜູນຢ່າງເຕັມທີ່ຕໍ່ການຮ່ວມມືໃນຂົງເຂດຍຸຕິທໍາຂອງສອງປະເທດ. ຫວັງຢ່າງຍິ່ງວ່າ ສອງອົງການໄອຍະການພວກເຮົາ ຈະສືບຕໍ່ເພີ່ມທະວີການຮ່ວມມືໃຫ້ພົ້ນເດັ່ນຍິ່ງຂຶ້ນ, ເປັນເສົາຄໍ້າທີ່ເຂັ້ມແຂງ ໃນການປົກຄອງລັດດ້ວຍກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ ແລະ ສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນສອງປະເທດ. ຂໍໃຫ້ສອງອົງການ ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສານງານກັນຢ່າງໃກ້ຊິດ ເພື່ອເຮັດໃຫ້ການສະກັດກັ້ນ ແລະ ປາບປາມອາຊະຍາກໍາຂ້າມຊາດ, ການຄ້າຢາເສບຕິດ, ການຄ້າມະນຸດ ແລະ ບັນຫາອື່ນໆ ໂດຍຜ່ານການຮ່ວມມືຍຸຕິທໍາ ໂດຍສະເພາະໃນບັນດາແຂວງທີ່ມີຊາຍແດນຕິດຈອດກັນໃຫ້ມີປະສິດທິຜົນສູງຂຶ້ນ, ປະກອບສ່ວນເຂົ້າໃນການສ້າງສັງຄົມທີ່ປົກຄອງດ້ວຍກົດໝາຍທີ່ເຂັ້ມແຂງ ແລະ ຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ປະຊາຊົນຂອງພວກເຮົາ, ເຮັດໃຫ້ຊາຍແດນຂອງສອງປະເທດພວກເຮົາເປັນຊາຍແດນແຫ່ງສັນຕິພາບ, ການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.

ທ່ານ ນາງ ເຈຍ ລຽງ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບອັນອົບອຸ່ນ ຂອງ ທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານປະທານປະເທດຮັບຊາບ ເປັນຕົ້ນ ແມ່ນການຂະຫຍາຍການຮ່ວມມື ແລະ ການເຄື່ອນໄຫວວຽກງານ ອົງການໄອຍະການຂອງສອງປະເທດ ກໍາປູເຈຍ-ລາວ ໃນໄລຍະຜ່ານມາແມ່ນໄດ້ຮັບການຮ່ວມມືດີຂຶ້ນຢ່າງບໍ່ຢຸດຢັ້ງ, ສໍາຄັນແມ່ນການຜັດປ່ຽນຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ. ແນໃສ່ການພັດທະນາຂົງເຂດວຽກງານໄອຍະການຂອງສອງປະເທດໃຫ້ເຂົ້າສູ່ລວງເລິກ.

ໃນຕອນທ້າຍ, ທ່ານປະທານປະເທດ ຍັງໄດ້ອວຍພອນ ໃຫ້ທ່ານຫົວໜ້າອົງການໄອຍະການສູງສຸດປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໜ້າທີ່ອັນສໍາຄັນ ແລະ ທ່ຽວຊົມບູລິຍະສະຖານ ທາງທໍາມະຊາດ ແລະ ປະຫວັດສາດ ຢູ່ ສປປ ລາວ ຢ່າງເພິ່ງພໍໃຈ ແລະ ເດີນທາງກັບຄືປະເທດດ້ວຍຄວາມສະຫວັດດີພາບ. ໃນຕອນແລງວັນດຽວກັນ ຫົວໜ້າອົງການໄອຍະການສູງສູດປະຈໍາສານສູງສຸດແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທີ່ຫໍປະຊຸມແຫ່ງຊາດ

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 8 ທັນວານີ້, ທີ່ ສໍານັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດແຕ່ງຕັ້ງ ຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດກູບາ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 3 ​ທັນວາ 2025, ທີ່ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ມາຣຕາ ອາຢາລາ ອາວີລາ(Marta Ayala Ávila), ກໍາມະການກົມການເມືອງສູນກາງພັກ, ອໍານວຍການໃຫຍ່ສູນວິສາວະກໍາກຳມະພັນ ແລະ ເຕັກໂນໂລຊີຊີວະພາບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດແຫ່ງ ສ.ກູບາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-3 ທັນວາ 2025.
ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ປະທານປະເທດຕ້ອນຮັບຮອງປະທານສະພາສູງແຫ່ງ ສ ຣັດເຊຍ

ໃນວັນທີ 2 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນ ຣັດເຊຍ ປະທານສະມາຄົມມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປປ ລາວ ຄົບຮອບ 50 ປີ.
ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ປະທານປະເທດ ຕ້ອນຮັບ ນາຍົກລັດຖະມົນຕີຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສົມເດັດປີໄຈ ເສນາ ເຕຍບັນ

ໃນວັນທີ 2 ທັນວານີ້, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ກຳປູເຈຍ ໃນໂອກາດເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
ເພີ່ມເຕີມ