ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ
ໃນວັນທີ 7 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026–2027 ພ້ອມທັງມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍເມືອງຊະນະສົມບູນແຂວງຈຳປາສັກ.
ທານທອງສະລດ ມງໜເມກ ລງຊກຍການຮຽນ-ການສອນ ໂຮງຮຽນປະຖມສມບນສະຜາຍ - image 1
 

ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ມີ ທ່ານ ສຸພາບ ທຳມະຮັກສາຮອງເລຂາຄະນະບໍລິຫານງານພັກແຂວງ; ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ; ທ່ານ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າແຜນກສຶກສາທິການ ແລະ ກິລາແຂວງຈຳປາສັກ; ທ່ານ ສຳລານ ອ່ອນໄຊວຽງ ຮອງເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳ ຂັ້ນແຂວງ, ຂັ້ນເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ, ອຳນາດການປົກຄອງທ້ອງຖິ່ນ ແລະ ນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ທານທອງສະລດ ມງໜເມກ ລງຊກຍການຮຽນ-ການສອນ ໂຮງຮຽນປະຖມສມບນສະຜາຍ - image 2
 

ໃນພິທີ, ທ່ານ ນີວອນ ວົງສັກດາ ຜູ້ອຳນວຍການໂຮງຮຽນປະຖົມສົມບູນສະຜ່າຍ ໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຂອງໂຮງຮຽນໃຫ້ຮູ້ວ່າ: ໂຮງຮຽນປະຖົມສົມບູນສະຜ່າຍ ສ້າງຕັ້ງຂຶ້ນມາແຕ່ປີ 1902, ຕັ້ງຢູ່ບ້ານສະຜ່າຍເມືອງຊະນະສົມບູນແຂວງຈຳປາສັກ. ມີຂອບເຂດບໍລິການຮັບນັກຮຽນຈາກ 3 ຄຸ້ມບ້ານ ຄື: ຄຸ້ມສະຜ່າຍທາງ, ຄຸ້ມບ້ານເໜືອ ແລະ ຄຸ້ມບ້ານໂພນໄຊ. ປັດຈຸບັນ ມີອາຄານ 4 ຫຼັງ, ສູນຊັບພະຍາກອນ 1 ຫຼັງ; ໃນນັ້ນ ນຳໃຊ້ເຂົ້າໃນການຮຽນ-ການສອນ 2 ຫຼັງ ຄື: ອາຄານອະນຸບານ 1 ຫຼັງ ແລະ ອາຄານປະຖົມ 1 ຫຼັງ, ເປີດການຮຽນ-ການສອນທັງໝົດ 7 ຫ້ອງ (ຊັ້ນອະນຸບານ 2 ຫ້ອງ ແລະ ຊັ້ນປະຖົມ ປ.1-ປ.5 ທັງໝົດ 5 ຫ້ອງ).

ທານທອງສະລດ ມງໜເມກ ລງຊກຍການຮຽນ-ການສອນ ໂຮງຮຽນປະຖມສມບນສະຜາຍ - image 3
 

ໃນສົກຮຽນ 2026–2027 ນີ້, ມີນັກຮຽນຊັ້ນອະນຸບານ 36 ຄົນ (ຍິງ 17 ຄົນ), ນັກຮຽນຊັ້ນປະຖົມ 133 ຄົນ (ຍິງ 76 ຄົນ) ແລະ ມີຄູ-ອາຈານ ທັງໝົດ 8 ທ່ານ (ຍິງ 6 ທ່ານ). ທັງນີ້, ກ່ອນການເປີດສົກຮຽນໃໝ່ທາງໂຮງຮຽນໄດ້ປະສານສົມທົບກັບອຳນາດການປົກຄອງບ້ານສະຜ່າຍກາງ ແລະ ພໍ່ແມ່ຜູ້ປົກຄອງ ອະນາໄມ ປັບປຸງເດີ່ນ, ອາຄານຮຽນ ແລະ ຫ້ອງນ້ຳ ໃຫ້ມີຄວາມສະອາດ, ປອດໄພ. ພ້ອມດຽວກັນນັ້ນ, ກໍໄດ້ເປີດຮັບລົງທະບຽນນັກຮຽນໃນລະຫວ່າງວັນທີ 24–31 ສິງຫາ 2026 ເພື່ອຮັບປະກັນໃຫ້ເດັກນ້ອຍໃນເຂດບໍລິການ 3 ບ້ານ ໄດ້ເຂົ້າຮຽນ 100%.

ສຳລັບສົກຮຽນໃໝ່ນີ້, ໂຮງຮຽນໄດ້ຕັ້ງເປົ້າມຸ່ງເນັ້ນປັບປຸງຄຸນນະພາບການສິດສອນ ໂດຍນຳໃຊ້ວິທີການສອນແບບໃໝ່, ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມໃນກິດຈະກຳຕົວຈິງ, ສ້າງໂຮງຮຽນໃຫ້ເປັນ "ໂຮງຮຽນສີຂຽວ-ສະອາດ" ແລະ ສູ້ຊົນຫຼຸດຜ່ອນອັດຕາການປະລະການຮຽນ ເພື່ອສ້າງໂຮງຮຽນປະຖົມສົມບູນສະຜ່າຍ ໃຫ້ເປັນໂຮງຮຽນຕົວແບບດ້ານການສຶກສາໃນອະນາຄົດ.

ໃນໂອກາດນີ້, ທ່ານທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ, ຄະນະນຳແຂວງ-ເມືອງ, ຜູ້ບໍລິຫານໂຮງຮຽນ ຕະຫຼອດເຖິງພະນັກງານຄູ-ອາຈານວ່າ: ການລົງເຄື່ອນໄຫວຄັ້ງນີ້ ເປັນການຕິດຕາມ ແລະ ຊຸກຍູ້ການເປີດສົກຮຽນໃໝ່ຢູ່ 3 ແຂວງ (ຈຳປາສັກ, ສະຫວັນນະເຂດ ແລະ ຄຳມ່ວນ) ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມທິດຊີ້ນຳ ກໍຄື ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສົ່ງເຖິງຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທົ່ວປະເທດ ໃຫ້ປະກົດຜົນເປັນຮູບປະທຳ.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຢ່າງຍິ່ງຕໍ່ໂຮງຮຽນປະຖົມສົມບູນສະຜ່າຍ ທີ່ມີຄວາມພ້ອມດ້ານອາຄານສະຖານທີ່, ມີການວາງຮາກຖານການສຶກສາອະນຸບານຮ່ວມນຳ ໂດຍສະເພາະແມ່ນຜົນງານອັນໂດດເດັ່ນ "ບໍ່ມີນັກຮຽນປະລະການຮຽນ" ໃນສົກຮຽນນີ້ ຊຶ່ງຖືເປັນບາດກ້າວທຳອິດທີ່ສຳຄັນ ທີ່ຄວນຂະຫຍາຍຜົນໃຫ້ກວ້າງຂວາງທົ່ວແຂວງ. ນອກຈາກນີ້, ຍັງໄດ້ຊົມເຊີຍຄວາມເປັນລະບຽບຮຽບຮ້ອຍ ແລະ ວິໄນຄວາມສະອາດ ເຊັ່ນ: ການຝຶກໃຫ້ເດັກນ້ອຍປົດເກີບກ່ອນເຂົ້າຫ້ອງຮຽນ ເຊິ່ງເປັນຕົວແບບທີ່ດີ.

ສຳລັບແຜນການປັບປຸງຫຼັກສູດການສຶກສາ, ທາງກະຊວງສຶກສາທິການ ແລະ ກິລາ ມີແຜນປັບປຸງຫຼັກສູດຊັ້ນປະຖົມໃຫ້ແລ້ວໃນຕົ້ນປີ 2027 ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ເປັນຕົ້ນແມ່ນ ເດັກນ້ອຍອ່ານບໍ່ອອກ, ຄິດໄລ່ບໍ່ໄດ້ ແລະ ບໍ່ກ້າສະແດງອອກ ຫຼື ນຳສະເໜີບັນຫາ. ຫຼັງຈາກນັ້ນ, ຈະຈັດຝຶກອົບຮົມຄູ-ອາຈານ ເລີ່ມຈາກຊັ້ນ ປ.1-ປ.3 ແລະ ຂະຫຍາຍໃສ່ ປ.4-ປ.5.

ສ່ວນການແກ້ໄຂໂຮງຮຽນບໍ່ໄດ້ມາດຕະຖານນັ້ນ,ປັດຈຸບັນທົ່ວປະເທດມີໂຮງຮຽນປະຖົມບໍ່ໄດ້ມາດຕະ

ຖານ ຈຳນວນ 1,059 ແຫ່ງ; ໃນນີ້ ແຂວງຈຳປາສັກມີ 50 ກວ່າແຫ່ງ. ກະຊວງສຶກສາ ແມ່ນຈະສຸມໃສ່ 4 ແຫຼ່ງທຶນ ຄື: ງົບປະມານລັດ, ງົບປະມານທ້ອງຖິ່ນ, ການລະດົມທຶນຈາກສັງຄົມ/ພາກສ່ວນເອກະຊົນ ແລະ ທຶນກູ້ຢືມ/ຊ່ວຍເຫຼືອຈາກຕ່າງປະເທດ ເພື່ອລຶບລ້າງບັນຫາດັ່ງກ່າວ. ສະນັ້ນ, ເພື່ອເຮັດໃຫ້ວຽກງານພັດທະນາການສຶກສາຂອງພວກເຮົາໄດ້ຮັບການຍົກລະດັບຂຶ້ນຢ່າງມີຄຸນນະພາບ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະນຳແຂວງຈຳປາສັກ ສືບຕໍ່ເປັນຕົວແບບໃນການແກ້ໄຂບັນຫາຄູອາສາສະໝັກ, ສຸມໃສ່ລຶບລ້າງໂຮງຮຽນ 50 ກວ່າແຫ່ງທີ່ບໍ່ໄດ້ມາດຕະຖານໃຫ້ໝົດໄປ ແລະ ພັດທະນາໂຮງຮຽນປະຖົມສົມບູນສະຜ່າຍ ໃຫ້ເປັນໂຮງຮຽນຕົວແບບດ້ານການສຶກສາ ເພື່ອເປັນບ່ອນຖອກຖອນບົດຮຽນຂອງໂຮງຮຽນອື່ນໆ ທົ່ວປະເທດ.

ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໃຫ້ກຽດມອບອຸປະກອນການຮຽນ ແລະ ອຸປະກອນກິລາ ຈຳນວນໜຶ່ງໃຫ້ແກ່ໂຮງຮຽນ ເພື່ອຮັບໃຊ້ເຂົ້າໃນການຮຽນ-ການສອນ ແລະ ກິດຈະກຳຂອງໂຮງຮຽນ ໃນສົກຮຽນໃໝ່ 2026-2027 ຕື່ມອີກ.(ແຫຼ່ງຂ່າວ: ສສກ)

ຄໍາເຫັນ

ຂ່າວສືກສາ-ກິລາ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ