![]() |
ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ. ທັງນີ້, ເພື່ອເຮັດໃຫ້ນາຍທະຫານມີຄວາມເຂົ້າໃຈຕໍ່ຂໍ້ກຳນົດ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ກ່ຽວກັບວຽກງານນາຍທະຫານ ເພື່ອເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການ ເມືອງແນວຄິດ, ມີຄວາມເຕີບໃຫຍ່ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເປັນກຳລັງຫຼັກແຫຼ່ງໃນການກຽມພ້ອມສູ້ຮົບ ແນໃສ່ເຮັດໃຫ້ປະເທດຊາດມີສະຖຽນລະພາບ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ຄວາມໝັ້ນຄົງຂອງຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການປະກອບຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້, ຄະນະຮັບຜິດຊອບຈະໄດ້ນໍາເອົາທຸກຄໍາເຫັນ ໄປຄົ້ນຄວ້ານໍາຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ຄັດຈ້ອນເອົາບັນດາຂໍ້ມູນ, ຄຳເຫັນຂອງກອງປະຊຸມ ປະກອບໃສ່ຮ່າງກົດໝາຍໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບນິຕິກຳ.
ຂ່າວ: ສຸກສົງການ

ຄໍາເຫັນ