![]() |
ພິທີ ທ່ານ ບຸນສະຫວັດ ມະນີວົງ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງໂພນທອງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງເມືອງໂພນທອງ ວ່າດ້ວຍການຮັບຮອງໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າເຍື່ອງທາງ ໄລຍະທີ່ໜຶ່ງ, ໂດຍແມ່ນບໍລິສັດ ສຸລິວົງ ຕິດຕັ້ງໄຟຟ້າຄົບວົງຈອນຈຳກັດຜູ້ດຽວ ເປັນຜູ້ຊະນະ ໃນການປະມູນ ໃນມູນຄ່າ 4 ຕື້ 620 ລ້ານກວ່າກີບ, ໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ 26 ເດືອນ ເລີ້ມແຕ່ວັນທີ່ 1 ຕຸລາ ປີ 2025 ຫາ ວັນທີ 1 ທັນວາ ປີ 2027, ໄລຍະທີ່ສອງ ມູນຄ່າໃນການກໍ່ສ້າງ 4 ຕື້ 621 ລ້ານກວ່າກີບ, ເລີ່ມລົງມື້ຈັດຕັ້ງປະຕິບັດ ເລີມແຕ່ວັນທີ 1 ຕຸລາ ປີ 2027 ຫາ ວັນທີ 1 ທັນວາ ປີ 2029 ໂດຍນໍາໃຊ້ທຶນຂອງລັດຖະບານ 100%, ມີຄວາມຍາວ 1,285 ແມັດ. ຈາກນັ້ນ, ໄດ້ມີການລົງນາມໃນສັນຍາການກໍ່ສ້າງ ຕາມລະບຽບກົດໝາຍຂອງລັດວາງອອກ.
ຕອນທ້າຍ ທ່ານ ສົມວອນ ແກ້ວຄໍາພອນ ໄດ້ເນັ້ນໜັກ ໃຫ້ປະຊາຊົນບັນດາເຜົ່າ ພາຍໃນເທດສະບານເມືອງ ພ້ອມກັນອຳນວຍຄວາມສະດວກໃຫ້ແກ່ບໍລິສັດ ເພື່ອເຮັດໃຫ້ການກໍ່ສ້າງຕິດຕັ້ງລະບົບໄຟຟ້າເຍື່ອງທາງ ບັນລຸຜົນສຳເລັດຕາມແຜນການ, ສ່ວນບໍລິສັດຮັບເໝົາກໍ່ສ້າງ ຕ້ອງຮັບປະກັນ ເຖິງຄຸນນະພາບຂອງການກໍ່ສ້າງ ເພື່ອເຮັດໃຫ້ການນຳໃຊ້ໄດ້ຢ່າງຍາວນານ.
(ຂ່າວ: ສົມເພັດ ໄຊມີກອນ)
ຄໍາເຫັນ