ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ
ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ທມນກຂາວ ແຂວງສາລະວນ ຍາດໄດລາງວນຮອງຊະນະເລດ ປະເພດຂາວວດໂອ ຈາກການແຂງຂນຜະລດສສຂຽວທວປະເທດ - image 1
 

ຜົນງານທີ່ໄດ້ຮັບລາງວັນຮອງຊະນະເລີດຄັ້ງນີ້ ເປັນການຮ່ວມມືຜະລິດເປັນທີມຂອງ ນັກຂ່າວສັງກັດຂະ

ແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ເຊິ່ງປະກອບມີ: ທ່ານ ທອງດຳ ວົງວຽງໄຊ, ທ່ານ ນາງ ແສງພະຈັນ ວັນສະເຫຼີມ ແລະ ທ່ານ ອ່ອນ ມະນີສອນ.

ພິທີປະກາດ ຈັດຂຶ້ນວັນທີ 2 ຕຸລາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍສະມາ ຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈໍາ ສປປ ລາວ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງ ການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ໄດ້ຮັບທຶນສະໜັບສະໜູນ ຈາກສະຫະພາບ ເອີຣົບ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອຳນວຍການ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ແລະ ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະ ຈຳ ລາວ, ມີພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍ ນັກຂ່າວຈາກພາກລັດ, ພາກອົງ ການຈັດຕັ້ງມະຫາຊົນ - ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ ເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້ ມີບົດຂ່າວທີ່ສົ່ງເຂົ້າປະກວດທັງໝົດ 205 ບົດ ທົ່ວປະເທດ ຊຶ່ງຜົນງານຈາກສື່ພາກລັດມີ 36 ບົດ ໃນນັ້ນ ຂ່າວໂປສະເຕີ 27 ບົດ ແລະ ວິດີໂອ 6 ບົດ ແລະ ຜົນງານຈາກບຸກຄົນທົ່ວໄປມີ 169 ບົດ ໃນນັ້ນ ຂ່າວໂປສະເຕີ 117 ບົດ ແລະ ວິດີໂອ 52 ບົດ, ສໍາລັບແຂວງສາລະວັນ ໄດ້ສົ່ງເຂົ້າແຂ່ງຂັນ 7 ບົດ ໃນນັ້ນ ຂ່າວໂປສະເຕີ 4 ບົດ ແລະ ວິດີໂອ 3 ບົດ (ແບບກຸ່ມ 1 ບົດ). ຜ່ານການກວດກາຂອງຄະ ນະກໍາມະການ ຕາມມາດຖານເງື່ອນໄຂທີ່ກໍານົດໄວ້, ຜົນການການແຂ່ງຂັນ ປະເພດຂ່າວວິດີໂອ ລາງວັນຊະນະເລີດ ໄດ້ແກ່ທ່ານ ຫັດສະດີ ສຸດດາວົງ ຈາກຄະນະໂຄສະນາອົບຮົມແຂວງອັດຕະປື, ຮອງຊະນະເລີດ ໄດ້ແກ່ ທ່ານ ທອງດຳ ວົງວຽງໄຊ, ທ່ານ ນາງ ແສງພະຈັນ ວັນສະເຫຼີມ, ທ່ານ ອ່ອນ ມະນີສອນ ຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມ ແຂວງສາລະວັນ (ແບບກຸ່ມ); ປະເພດຂ່າວໂປສະເຕີ້ ລາງວັນຊະນະເລີດ ໄດ້ແກ່ທ່ານ ນາງ ວັນດາພອນ ຊື່ນພັນ ຈາກຄະນະໂຄສະນາອົບຮົມແຂວງຈຳປາສັກ; ຮອງຊະນະເລີດ ໄດ້ແກ່ ທ່ານ ນາງ ທອງໃສ ແກ້ວບົວລະພາ ຈາກສະຖານີວິທະຍຸ ແຂວງຄຳມ່ວນ ແລະ ກຸ່ມພາກອົງການຈັດຕັ້ງມະຫາຊົນ - ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນໍາໃຊ້ສື່ອອນລາຍທົ່ວໄປ ປະເພດຂ່າວວິດີໂອ ລາງວັນຊະນະເລີດ ໄດ້ແກ່ ທ່ານ ຈັນທະວີສຸກ ພອນມະນີ ຈາກມະຫາວິທະຍາໄລແຫ່ງຊາດ; ຮອງຊະນະ ເລີດ ໄດ້ແກ່ ທ່ານ ໄຊຊະນະ ພັນແພງດີ ຈາກສະຖາບັນພາສາອັງກິດໂລໂກສ; ປະເພດຂ່າວ ໂປສະເຕີ ຊະນະເລີດໄດ້ແກ່ ທ່ານ ເພັດລະຄອນ ໜໍ່ບຸບຜາສະຫວັນ ຈາກມະຫາວິທະຍາໄລສະຫວັນນະເຂດ, ຮອງຊະນະເລີດ ໄດ້ແກ່ ທ່ານ ພຸດທະວີ ໄຊຍະສອນ ນອກນີ້ ຍັງມີລາງວັນຊົມເຊີຍໃນແຕ່ລະປະເພດຕື່ມອີກ.

ແຂວງສາລະວັນ ແມ່ນໄດ້ເຂົ້າຮ່ວມໂຄງການ 3 ລຸ້ນ ແລະ ໄດ້ຮັບລາງວັນຕໍ່ເນື່ອງ ເປັນຕົ້ນ: ລຸ້ນທີໜຶ່ງ ໄດ້ຮັບລາງວັນຊະນະເລີດ ປະເພດບົດຂ່າວວີດີໂອ ແລະ ຮອງຊະນະເລີດ ປະເພດບົດຂ່າວໂພດສະເຕີ; ລຸ້ນທີສອງ ໄດ້ຮັບລາງວັນຮອງຊະນະເລີດ ປະເພດບົດຂ່າວວີດີໂອ ແລະ ລຸ້ນທີສາມ ກໍໄດ້ຮັບລາງວັນຮອງຊະນະເລີດ ປະເພດບົດຂ່າວວີດີໂອ (ຮູບແບບກຸ່ມ).ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຊຸດອົບຮົມວຽກງານໂຄສະນາຜ່ານສື່ ໃຫ້ແກ່ຕາໜ່າງຂ່າວເມືອງໄຊເສດຖາ, ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 1 ຕຸລາຜ່ານ​ມາທີ່ ເມືອງ​ໄຊ​ເສດ​ຖາ ໂດຍການ​ເປັນ​ປະ​ທານ​ຂອງທ່ານ ສຸລິກາ ຈັນທະຄໍາເມີ ຄະນະປະຈຳພັກເມືອງປະທານກວດກາພັກ-ລັດເມືອງ,ມີ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍສຳມະນາກອນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ວັນທີ 2 ຕຸລາ 2026 ນີ້ທີ່ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ)ຢູ່ແຂວງ ຈຳປາສັກ.
ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 5 ປີ ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 36 ປີ ປະຈຳປີ 2026 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຂອງທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ), ມີທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາສະມາຊິກສະມາຄົມຜູ້ອາຍຸສູງ ເຂົ້າຮ່ວມ.
ເພີ່ມເຕີມ