ທຫລ ເຜີຍແຜ່ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກແລະປາຖະກະຖາວັນສຳຄັນຂອງຊາດ

ທຫລ ເຜີຍແຜ່ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກແລະປາຖະກະຖາວັນສຳຄັນຂອງຊາດ
ອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸເຜີຍແຜ່-ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ປາຖະກະຖາວັນສຳຄັນຂອງຊາດ, ຂອງພັກຂຶ້ນໃນວັນທີ 11 ທັນວານີ້ທີ່ສະຖາບັນການທະນາຄານ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກຜູ້ວ່າການ ທຫລ, ມີບັນດາຄະນະປະຈຳພັກ-ຄະນະບໍລິຫານງານພັກ,ຄະນະພັກຮາກຖານພ້ອມດ້ວຍສະມາຊິກພັກ-ພະນັກງານເຂົ້າຮ່ວມ.
ການເຜີຍແຜ່ເອກະສານໃນຄັ້ງນີ້ຈັດຂຶ້ນເພື່ອເຮັດໃຫ້ຖັນແຖວສະມາຊິກພັກ-ພະນັກງານອ້ອມຂ້າງອົງຄະນະພັກ ທຫລ ໃຫ້ມີຄວາມຮັບຮູ້-ເຂົ້າໃຈ ແລະ ກຳແໜ້ນເນື້ອໃນຈິດໃຈບັນດານິຕິກຳຂອງຂັ້ນເທິງກ່ຽວຂ້ອງທີ່ຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດແລະປຸກລະດົມຖັນແຖວສະມາຊິກພັກ-ພະນັກງານໃນການເຂົ້າຮ່ວມຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂະແໜງທະນາຄານໃຫ້ບັນລຸຜົນເປັນຈິງໃນແຕ່ລະດ້ານພ້ອມທັງນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງໃຫ້ເປັນຮູບປະທຳ.ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023;ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023;ຄຳແນະນຳຂອງຄະນະກວດກາສູນກາງພັກກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝຂອງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023;ບົດແນະນໍາຂອງຫ້ອງວ່າການສູນກາງພັກ ກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ ເລກທີ 05/ຫສພ, ລົງວັນທີ 31 ຕຸລາ 2023;ຄຳແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກກ່ຽວກັບການສ້າງຂະບວນການເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເລກທີ 254/ຄອສພ, ລົງວັນທີ 6 ພະຈິກ 2023. ນອກນີ້ຍັງໄດ້ພ້ອມກັນຄົ້ົ້ນຄວ້າປະກອບຄວາມຄິດຄວາມເຫັນຕໍ່ກັບຮ່າງແຈ້ງການແນະນຳກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ອ້ອມຂ້າງອົງຄະນະພັກ ທຫລ.
ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາມູນເຊື້ອວັນສຳຄັນຂອງຊາດ, ຂອງພັກຄື:ເອກະສານ48ປີແຫ່ງການພັດທະນາປະເທດຊາດພາຍໃຕ້ການນຳພາຂອງພັກ;ວັນເກີດປະທານໄກສອນພົມວິຫານຄົບຮອບ103ປີ;ລະນຶກວັນເກີດຂອງປະທານຄໍາໄຕສີພັນດອນຄົບຮອບ100ປີ;ມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75ປີໃຕ້ການນໍາພາເດັດຂາດໂດຍກົງແລະຮອບດ້ານຂອງພັກປະຊາຊົນປະຕິວັດລາວເພື່ອຫວນຄືນມູນເຊື້ອ ແລະ ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍຄືຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການນຳພາຂອງພັກ ແລະ ຄຸນງາມຄວາມດີຂອງຜູ້ນຳຮຸ່ນກ່ອນ ພ້ອມຍົກສູງນໍ້າໃຈຮັກຊາດ, ເສີມຂະຫຍາຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ຍູ້ແຮງບົດບາດການນຳພາຂອງພັກ, ຂອງກອງທັບປະຊາຊົນປະຕິວັດລາວ.
(ຂ່າວ-ພາບ: ວັນເພັງ+ພູວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ຜູ້ໂດຍສານທີ່ຮັກແພງທຸກທ່ານ

ຜູ້ໂດຍສານທີ່ຮັກແພງທຸກທ່ານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ເພີ່ມເຕີມ