ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU
ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ທນບ-ທນສ ພບປະ ແລະ ບນລການເຊນ MOU - image 1
 

ກອງປະຊຸມພົບປະກັັນຄັ້ງນີ້, ທ່ານຜູ້ອຳນວຍການ ທນບ ໄດ້ລາຍງານສະພາບການໂດຍຫຍໍ້ ກ່ຽວກັບ ທນບ ເປັນທະນາຄານສະເພາະກິດ, ປະກອບສ່ວນແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນບັນດາເຜົ່າ ດ້ວຍການຄຸ້ມຄອງ ແລະ ນຳແຫຼ່ງທຶນນະໂຍບາຍລັດຖະບານ ເພື່ອປ່ອຍສິນເຊື່ອໃຫ້ປະຊາຊົນຜູ້ທຸກຍາກ ດ້ວຍອັດຕາດອກເບ້ຍ ຕາມນະໂຍບາຍ ຂອງລັດຖະບານ ກຳນົດອອກ ໃນແຕ່ລະໄລຍະ, ເພື່ອສຸມໃສ່ຊີ້ນຳຮອບດ້ານໃນການເຄື່ອນໄຫວວຽກງານ ການສະໜອງສິນເຊື່ອໃຫ້ປະຊາຊົນໄດ້ນໍາໃຊ້ເຂົ້າໃນເປົ້າໝາຍ ມີການຂະຫຍາຍຕົວ; ພ້ອມກັນນັ້ນ, ກໍຍົກໃຫ້ເຫັນກົນໄກຄຸ້ມຄອງ ຂອງພາກລັດ, ກົນໄກບໍລິຫານການເຄື່ອນໄຫວ ແລະ ການດຳເນີນງານ ຂອງ ທນບ ໃນໄລຍະຜ່ານມາ.

ທນບ ໄດ້ສະໜອງສິນເຊື່ອ ເຂົ້າໃນ 3 ເປົ້າໝາຍຕົ້ນຕໍ ຄື: ເມືອງເປົ້າໝາຍ ລຶບລ້າງຄວາມທຸກຍາກ, ຈຸດສຸມ (ລັດຖະບານ ແລະ ທ້ອງຖິ່ນ) ແລະ ບ້ານ 3 ສ້າງ, ໃນໄລຍະຜ່ານມາ ໄດ້ປະກອບສ່ວນດ້ານທຶນຮອນເຂົ້າໃນການຜະລິດຂອງປະຊາຊົນ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນໃນຊົນນະບົດ ກໍ່ຄືທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ ມີທັງໝົດ 148 ເມືອງ. ໃນນັ້ນ, ມີເມືອງພົ້ນທຸກ 63 ເມືອງ, ເມືອງທຸກຍາກທັງໝົດ 85 ເມືອງ, ສິນເຊື່ອຂອງ ທນບ ເຂົ້າເຖິງທັງໝົດ 143 ເມືອງ ເປັນເມືອງທຸກຍາກ 74 ເມືອງ, ບ້ານທົ່ວປະເທດທັງໝົດ 8,424 ບ້ານ, ສິນເຊື່ອ ທນບ ເຂົ້າເຖິງທັງໝົດ 5,231 ບ້ານ, ບ້ານທຸກ 1,711 ບ້ານ ແລະ ຄອບຄົວທົ່ວປະເທດມີທັງໝົດ 1,238,168 ຄອບຄົວ, ຄອບຄົວທຸກຍາກທັງໝົດ 266,268 ຄອບຄົວ, ສິນເຊື່ອຂອງ ທນບ ເຂົ້າເຖິງທັງໝົດ 286,135 ຄອບຄົວ (ເປັນຄອບຄົວທຸກຍາກ 43,596 ຄອບຄົວ).

ສໍາລັບທິດທາງ-ແຜນການໃນຕໍ່ໜ້າ ແມ່ນການຫັນເປັນທະນາຄານພັດທະນາຊົນນະບົດ (ທພບ) ຄາດຄະເນຈະໄດ້ເປີດເປັນທາງການພາຍໃນບໍ່ດົນນີ້, ພາຍຫຼັງໄດ້ຮັບການສ້າງຕັ້ງເປັນ ທພບ ໄດ້ມີການກຳນົດວິໄສທັດຮອດປີ 2035 ແລະ ແຜນຍຸດທະສາດຮອດປີ 2030 ຄື: ຈະສ້າງ ທພບ ໃຫ້ເປັນທະນາຄານແຖວໜ້າ ທີ່ໃຫ້ການບໍລິການທາງດ້ານການເງິນ ແລະ ສະໜັບສະໜູນການພັດທະນາຊົນນະບົດແບບທົ່ວເຖິງ ຊຶ່ງເປັນຮາກຖານ ໃນລະບົບເສດຖະກິດ ຂອງປະເທດ ໃຫ້ມີຄວາມຍືນຍົງ ດັ່ງຄຳຂວັນທີ່ວ່າ: “ພ້ອມກັນພັດທະນາ ເພື່ອຄວາມໝັ້ນຄົງ ແລະ ຍືນຍົງ”.

ທ່ານຜູ້ອຳນວຍການ ທນສ ຫວຽດນາມ ໄດ້ແຈ້ງໃຫ້ຮູ້ເຖິງພາລະບົດບາດ, ໜ້າທີ່, ການເຄື່ອນໄຫວ ແລະ ກົນໄກຕ່າງໆ ໃນ 23 ປີ ຜ່ານມານີ້, ທຶນສິນເຊື່ອນະໂຍບາຍ ໄດ້ຊ່ວຍເຫຼືອຫຼາຍກວ່າ 7 ລ້ານຄົວເຮືອນ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານເກືອບ 7.6 ລ້ານຄົນ ຈາກກອງທຶນແຮງງານແຫ່ງຊາດ, ຊ່ວຍເຫຼືອຜູ້ອອກແຮງງານເກືອບ 167,000 ຄົນ ໄປອອກແຮງງານ ທີ່ມີກຳນົດຢູ່ຕ່າງປະເທດ, ສ້າງວຽກເຮັດງານທຳໃຫ້ຜູ້ທີ່ພົ້ນໂທດຫຼາຍກວ່າ 13,000 ຄົນ, ສະໜັບສະໜູນນັກຮຽນ-ນັກສຶກສາຫຼາຍກວ່າ 4 ລ້ານຄົນໃຫ້ກູ້ຢືມເງິນ ເພື່ອການສຶກສາ, ຊື້ຄອມພິວເຕີ ແລະ ອຸປະກອນການຮຽນທາງອອນໄລນ໌ຫຼາຍກວ່າ 90 ພັນເຄື່ອງ, ຊ່ວຍເຫຼືອນັກຮຽນ, ນັກສຶກສາປະລິນຍາໂທ ແລະ ນັກຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດເກືອບ 800 ຄົນ, ໃຫ້ກູ້ຢືມເງິນກໍ່ສ້າງໂຄງການນ້ຳສະອາດ ແລະ ສຸຂະອະນາໄມສິ່ງ ແວດລ້ອມຊົນນະບົດເກືອບ 21.4 ລ້ານໂຄງການ, ກໍ່ສ້າງເຮືອນຢູ່ເກືອບ 734 ພັນຫຼັງ ໃຫ້ຄົນທຸກຍາກ ແລະ ເປົ້າໝາຍນະໂຍ ບາຍອື່ນໆ, ສະໜັບສະໜູນທຶນ ເພື່ອຊື້/ເຊົ່າເຮືອນ ເກືອບ 60 ພັນຫຼັງ, ຊ່ວຍເຫຼືອວິສາຫະກິດຫຼາຍກວ່າ 1,500 ແຫ່ງ, ກູ້ຢືມເງິນ ເພື່ອຈ່າຍເງິນເດືອນໃຫ້ຜູ້ອອກແຮງງານ 1.2 ລ້ານຄົນ...;

ທນບ-ທນສ ພບປະ ແລະ ບນລການເຊນ MOU - image 2
 

ຈາກການສະໜັບສະໜູນຊ່ວຍເຫຼືອຕ່າງໆ ຮ່ວມກັບທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ, ໄດ້ຈັດຕັ້ງປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບໝັ້ນຄົງໄດ້ຢ່າງສຳເລັດຜົນ, ຮັບປະກັນຄວາມໝັ້ນຄົງທາງສັງຄົມ ແລະ ການກໍ່ສ້າງຊົນນະບົດໃໝ່. ຈາກນັ້ນ, 2 ທ່ານຜູ້ອໍານວຍການ ທນບ ຂອງລາວ ແລະ ທນສ ຂອງຫວຽດນາມ ກໍ່ໄດ້ລົງນາມໃນ MOU ໂດຍການເຂົ້າເປັນສັກຂີພະຍານ ຂອງຄະນະນໍາຂອງ 2 ທະນາຄານ, ຊຶ່ງທັງ 2 ຝ່າຍ ໄດ້ເຫັນດີ ເປັນເອກະພາບໃນການຮ່ວມມື ແລະ ແລກປ່ຽນປະສົບການ ໃນບັນດາຂົງເຂດວຽກງານສິນເຊື່ອ; ວຽກງານລະດົມທຶນ ແລະ ບໍລິຫານທຶນ; ຜະລິດຕະພັນບໍລິການຂອງ ທນສ ຫວຽດນາມ; ວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ບັນດາຫົວຂໍ້ອື່ນໆ ຕາມຄວາມຕ້ອງການຕົວຈິງ ທີ່ເກີດຂຶ້ນໃນຂະ ບວນການປະຕິບັດໜ້າທີ່ຂອງທັງ 2 ຝ່າຍ.

ຮູບແບບການຮ່ວມມື: ແຕ່ໄລຍະປີ 2026-2027, ທນສ ຫວຽດນາມ ຈະຊ່ວຍເຫຼືອ ທນບ ໃນວຽກງານຝຶກອົບ ຮົມໃຫ້ແກ່ຄະນະນຳ ແລະ ພະນັກງານຂອງ ທນບ, ຈັດຕັ້ງບັນດາຄະນະຜູ້ແທນມາຢ້ຽມຢາມ ຊຶ່ງກັນ ແລະ ກັນ, ຮຽນຮູ້ປະສົບການໃຫ້ພະນັກງານການນຳຂອງ ທນບ ລາວ. ທັງ 2 ຝ່າຍຈະຈັດກອງປະຊຸມຕີລາຄາກາງສະໄໝ, ຕີລາຄາທ້າຍສະໄໝ ກ່ຽວກັບວຽກງານປະຕິບັດໂຄງການຮ່ວມມືຢ່າງລະອຽດໃນໄລຍະປີ 2026 ຫາ 2027 ລະຫວ່າງ ທນບ ລາວ ແລະ ທນສ ຫວຽດນາມ ຢູ່ ສປປ ລາວ.

(ຂ່າວ: ລັດສະໝີ ດວງຊັດຈະ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ