ທົບທວນຄືນການຈັດຕັ້ງປະຕິບັດວຽກງານສິດທິເດັກ ຢູ່ ສປປ ລາວ

ທົບທວນຄືນການຈັດຕັ້ງປະຕິບັດວຽກງານສິດທິເດັກ ຢູ່ ສປປ ລາວ
ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ອົງການອຸຍນີເຊັບ ປະຈຳລາວ ໄດ້ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດດວຽກງານສິດທິເດັກ ຢູ່ ສປປ ລາວ ໃນໂອກາດວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ 20 ພະຈິກ 2023) ຄົບຮອບ 34 ປີ ຂຶ້ນໃນວັນທີ 21 ພະຈິກນີ້ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານ ຄຊກມດ, ມີບັນດາຮອງເຈົ້າແຂວງຕົວແທນເດັກຈາກທົ່ວ 18 ແຂວງ, ອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
     ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ພັກ ແລະ ລັດຖະບານຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ສົ່ງເສີມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງເດັກ ທັດສະນະທີ່ສຳຄັນດັ່ງກ່າວໄດ້ຖືກເຊື່ອມຊຶມຢ່າງເລິກເຊິ່ງ ແລະ ສະແດງອອກແຈ້ງໃນແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ກໍຄືບັນດາກົດໝາຍ, ນິຕິກຳຕ່າງໆ ເພື່ອຮັບປະກັນໃຫ້ແກ່ສິດທິພື້ນຖານຂອງເດັກທີ່ປຽບເໝືອນເມັດພືດອັນສຳຄັນຂອງຊາດ, ເດັກໃນວັນນີ້ຈະກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ, ເປັນກຳລັງຕົ້ນຕໍ, ເປັນໜໍ່ແໜງ, ທຶນຮອນຂອງຊາດ, ເປັນຜູ້ທີ່ຈະສືບຕໍ່ຊາຕາກຳອັນສ່ອງໃສຂອງປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍທີ່ກຳນົດໄວ້. ສປປ ລາວ ພາຍໃຕ້ພັນທະສະມາຊິກຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ໄດ້ເອົາໃຈໃສ່ປົກປ້ອງ ແລະ ພັດທະນາເດັກລາວບັນດາເຜົ່າເປັນກ້າວໆມາ ເປັນຕົ້ນປົກປ້ອງເດັກຈາກການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ແລະ ອື່ນໆ. ໃນທຸກປີ ສປປ ລາວໄດ້ດຳເນີນການສະເຫຼີມສະຫຼອງວັນຄົບຮອບສົນທິສັນຍາວ່າດ້ວຍສິດທິເດັກ ຫຼື ວັນເດັກໂລກ 20ພະຈິກ ດ້ວຍການຈັດປະຊຸມຮ່ວມກັບເດັກ, ຮັບຟັງຄວາມຄິດເຫັນ ແລະ ບັນຫາທີ່ເດັກປະເຊີນໜ້າຢູ່ໃນປັດຈຸບັນ; ຈັດກອງປະຊຸມລະດັບສູງເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານສິດທິເດັກຢູ່ ສປປ ລາວ ໂດຍສະພາະການທົບທວນຄວາມຄືບໜ້າຄວາມໝາຍໝັ້ນ ຂອງພາກສ່ວນຕ່າງໆທີ່ຕິດພັນກັບສິດທິເດັກເປັນຕົ້ນຄວາມໝາຍໝັ້ນຮອງເຈົ້າແຂວງ, ອົງການຈັດຕັ້ງສາກົນ, ພາກທຸລະກິດເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນບໍ່ສັງກັດລັດຖະບານ ແລະ ການສະແດງສັນຍາລັກ ການໃຕ້ໄຟສີຟ້າໃສ່ສໍານັກງານ-ອົງການ ແລະ ສະຖານທີ່ສໍາຄັນ ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດທິເດັກໄປພ້ອມໆກັບສະເຫຼີມສະຫຼອງໄປກັບປະຊາຊາດໂລກ; ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຂອງທຸກປີ; ໄດ້ຈັດເວທີເດັກລາວຂຶ້ນໃນທຸກໆປີ ເພື່ອເປັນເວທີຕົວແທນເດັກໃນທົ່ວປະເທດ ເປັນເວທີແລກປ່ຽນວັດທະນະທໍາ-ສັງຄົມ, ວິຖີດຳລົງຊີວິດທ້ອງຖິ່ນເດັກ ທັງເປັນເວທີຄວາມສາມັກຄີ-ສ້າງໝູ່ເພື່ອນ, ສ້າງໂອກາດ, ສະແດງພອນສະຫວັນ, ສ້າງທັກສະ-ຄວາມອາດສາມາດ ແລະ ສ້າງຄວາມກຽມພ້ອມດ້ານຕ່າງໆ ເພື່ອເປັນຕົວແທນຕາງໜ້າເດັກລາວ, ຕາງໜ້າຂອງປະເທດ ເຂົ້າຮ່ວມເວທີເດັກສໍາຄັນຕ່າງໆ ໃນອາຊຽນ, ພາກພື້ນ ແລະ ສາກົນ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນນໍາສະເໜີຜົນການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງບັນດາແຂວງ, ນະຄອນຫຼວງ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນທຸລະກິດ ແລະ ອື່ນໆໃນປີ 2023 ແລະ ວາງທິດທາງແຜນການ 2024. ນອກນີ້, ຍັງຈະໄດ້ຮັບຟັງຄຳເຫັນຈາກຕົວແທນເດັກ, ຄຳເຫັນຂອງຜູ້ຕາງໜ້າອຸຍນີເຊັບ ປະຈຳ ລາວ ແລະ ການປະກອບຄຳເຫັນປຶກສາຫາລືບັນຫາສຳຄັນຈຳນວນໜຶ່ງອີກ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ ເວົ້າລວມ, ເວົ້າສະເພາະ ການພິຈາລະນາຄໍາເຫັນຂອງ ຕົວແທນເດັກ ແລະ ພາກສ່ວນຕ່າງໆໃນຂອບເຂດທົ່ວປະເທດ ກ່ຽວກັບການຈັດຕັັ້ງປະຕິບັດວຽກສິດທິເດັກໃນຊຸມປີທີ່ຜ່ານມາ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປັດຈຸບັນ ເພື່ອຮັບປະກັນການກຳນົດຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດເພື່ອພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ກໍຄືການເບິ່ງແຍງເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່່ສົດໃສກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກໍາລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ທັງພ້ອມກັນສືບຕໍ່ເອົາໃຈໃສ່ສະໜັບສະໜູນ ແລະ ປະກອບສ່ວນໃນການປົກປ້ອງ, ຊຸກຍູ້ແລະ ພັດທະນາເດັກລາວບັນດາເຜົ່າ ໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບສູງ ແລະ ເປັນຊັບພະຍາກອນທີ່ມີປະສິດທິພາບ, ທັນສະໄໝໃນອະນາຄົດ.
ທ່ານນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການອຸຍນີເຊັບ ປະຈໍາ ລາວ ກ່າວວ່າ: ຕະຫຼອດໄລຍະ 50 ປີຜ່ານມາ ການຮ່ວມມືລະຫວ່າງ ອົງການອຸຍນີເຊັບ ເເລະ ລັດຖະບານ ແຫ່ງ ສປປ ລາວ ພ້ອມຄູ່ຮ່ວມພັດທະນາໄດ້ເຮັດວຽກເພື່ອສ້າງການປ່ຽນແປງທີ່ດີຂຶ້ນກວ່າເກົ່າໃນຫຼາຍຂົງເຂດວຽກງານ, ລວມໄປເຖິງການສຶກສາ, ສຸຂະພາບ ແລະ ດ້ານກົດໝາຍນະໂຍບາຍຕ່າງໆ ເພື່ອສິດທິເດັກ. ການຮ່ວມມືຂອງພວກເຮົາໄດ້ນຳພາໄປສູ່ການຫຼຸດຜ່ອນອັດຕາການເສຍຊີວິດຂອງເດັກ, ການເພີ່ມຂຶ້ນຂອງອັດຕາການເຂົ້າໂຮງຮຽນຢ່າງຫຼວງຫຼາຍ ແລະ ການສ້າງຕັ້ງນິຕິກຳອັນສຳຄັນຕ່າງໆ.
ກອງປະຊຸມຄັ້ງນີ້, ຍັງໄດ້ເປີດເວທີໃຫ້ບັນດາຮອງເຈົ້າແຂວງໄດ້ສະເໜີຄວາມຄືບໜ້າໃນການປະຕິບັດຄຳໝາຍໝັ້ນ ແລະ ສິ່ງທ້າທາຍໃນແຂວງຂອງຕົນໃນການຈັດຕັ້ງປະຕິບັດວຽກງານສິດທິເດັກໂດຍສະເພາະແມ່ນການໃຫ້ຄຳໝາຍໝັ້ນຂອງບັນດາຮອງເຈົ້າແຂວງຕໍ່ການຢຸດຕິຄວາມທຸກຍາກຂອງເດັກ ແລະ ການປັບປຸງສະຫວັດດີການເດັກ, ລວມເຖິງຂໍ້ລິເລີ່ມໃນຂົງເຂດສຳຄັນເຊັ່ນ: ການສຶກສາ, ການປົກປ້ອງເດັກ, ສຸຂະພາບ, ໂພຊະນາການ, ສຸຂາພິບານ, ການປົກປ້ອງທາງສັງຄົມ ແລະ ສະຫວັດດີການ ຂອງພວກເຂົາ ໂດຍໄດ້ປຶກສາຫາລືກັນກ່ຽວກັບຍຸດທະສາດ ແລະ ແຜນດຳເນີນງານຕ່າງໆ ເພື່ອເລັ່ງລັດໃຫ້ວຽກງານດັ່ງກ່າວຜົນສຳເລັດໃນຕໍ່ໜ້າ. ໃນນັ້ນ, ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການນໍາເອົາແນວຄວາມຄິດຈາກການປຶກສາຫາລືກັບໄວໜຸ່ມ ເພື່ອສ້າງນະໂຍບາຍ, ແຜນການ, ແຜນງານ ແລະ ໂຄງການ ເພື່ອສົ່ງເສີມ, ພັດທະນາ, ປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກໃນທຸກຂົງເຂດວຽກງານໃນອະນາຄົດ. ນອກນັ້ນ, ຍັງໄດ້ມີການນໍາສະເໜີຜົນຈາກກອງປະຊຸມປຶກສາຫາລືກັບໄວໜຸ່ມທີ່ໄດ້ຈັດຂຶ້ນໃນວັນທີ 18-20 ພະຈິກ 2023 ຜ່ານມາຕື່ມອີກ.
ສຳລັບຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ແມ່ນຈະຖືກນຳສະເໜີໃນກອງປະຊຸມລະດັບສູງ ໃນວັນທີ 22 ພະຈິກ 2023 ນີ້, ເປັນການຍົກໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຮັບປະກັນການສົ່ງເສີມສິດທິເດັກ, ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນຢູ່ທີ່ດີ ສຳລັບເດັກລາວບັນດາເຜົ່າ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ