10 ຕຸລາ ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼງວຽງຈັນ ໄດ້ມີກອງປະຊຸມຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ໂດຍການເປັນປະທານຮ່ວມຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໂດຍມີບັນດາຮອງເຈົ້າແຂວງຈາກແຂວງວຽງຈັນ, ບໍລິຄໍາໄຊ, ຊຽງຂວາງ ແລະ ແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງເພື່ອເປັນການທົບທວນຄືນສະພາບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາປ່າໄມ້, ທີ່ດິນປ່າໄມ້ໃນໄລຍະຜ່ານມາ ແລະ ເພື່ອກຳນົດ, ຊອກມາດຕະການຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າໃນແຕ່ລະແຂວງ, ພ້ອມທັງເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງ11/ນຍ, ຕາມພາລະບົດບາດໜ້າທີ່, ຂອບເຂດ, ສິດ ແລະ ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ.
(ຂ່າວ: ສານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ)

ຄໍາເຫັນ