(ຄັ້ງທີ 1) ຂຶ້ນໃນວັນທີ 24 ກຸມພາຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີການນໍາພັກ-ລັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຝຶກຊ້ອມຄັ້ງນີ້ຊຶ່ງມີນັກສິລະປິນມາຈາກຫຼາຍພາກສ່ວນໄດ້ປະກອບເຂົ້າກັນປະມານ 300 ກວ່າຄົນ,ໃນການຝຶກຊ້ອມໄດ້ພົບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງແຕ່ຄະນະຮັບຜິດຊອບ ແລະ ນັກສິລະປິນໄດ້ມີຄວາມພ້ອມທີ່ຈະສະແດງຮັບໃຊ້ວັນສໍາຄັນໃນປີ 2025, ການສະແດງໃນຄັ້ງນີ້ໄດ້ແບ່ງອອກເປັນ 2 ພາກຄື: ພາກທີ 1 ຊົມເສບວົງດົນຕີຊິມໂຟນີ້ (ອໍແກັສຕຣາ) ໃນຫົວຂໍ້: ຮັກບ້ານເກີດ ແລະ ພາກທີ 2 ຊົມການສະແດງປະສົມປະສານລະຫວ່າງດົນຕີ ຟ້ອນ, ຮ້ອງເພງ, ລະຄອນ, ກາຍະສິນ ປະກອບພາບແສງ, ສີ ໃນຫົວຂໍ້: ພາຍໃຕ້ຮົ່ມທຸງພັກ, ຜ່ານການທົດລອງສະແດງອອກມາແມ່ນມີເນື້ອໃນ ແລະ ງົດງາມປະທັບໃຈ.
ຂ່າວ-ພາບ: ສນຊ
ຄໍາເຫັນ