ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ
ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຖວທ ເມອງປາກກະດງ ມອບໃບຢງຢນຄອບຄວວດທະນະທຳໄໝ 181 ຄອບຄວ - image 1
 

ທ່ານ ບຸນຫຼາຍ ຄຳສຸກຖາວົງ ນາຍບ້ານນ້ຳເດື່ອ ໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາບ້ານນ້ຳເດື່ອ ແມ່ນສາມາດສ້າງ, ກວດກາ ແລະ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄດ້ທັງໝົດ 430 ຄອບຄົວ, ເທົ່າກັບ 100% ໃນປີ 2016. ແຕ່ຍ້ອນປະເທດຊາດບ້ານເມືອງໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາກອນບ້ານນ້ຳເດື່ອ ໄດ້ມີການເພີ່ມຂຶ້ນ, ໄດ້ມີການສ້າງຄອບຄົວໄໝ່ ບວກໃສ່ມີການຍົກຍ້າຍຈາກບ້ານອື່ນເຂົ້າມາອາໃສຢູ່ໄໝ່. ປັດຈຸບັນບ້ານນ້ຳເດື່ອ ມີທັງໝົດ 611 ຄອບຄົວ, ມີ 3,239 ຄົນ ຍິງ 1,326 ຄົນ. ມາຮອດປີ 2024 ຫາ ປີ2025 ສາມາດກວດກາຄອບຄົວວັດທະນະທຳໄດ້ໄໝ່ມີ 181 ຄອບຄົວ ຕາມມາດຖານຄອບຄົວວັດທະນະທຳ ເປັນຕົ້ນແມ່ນ: ເຄົາລົບ ແລະ ປະຕິບັດກົດໝາຍ, ເຂົ້າຮ່ວມຂະບວນການພາຍໃນບ້ານ, ຄອບຄົວອົບອຸ່ນ, ກ້າວໜ້າ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ມີການຜະລິດ, ດຳເນີນທຸລະກິດ, ການສຶກສາຮ່ຳຮຽນ ຫຼື ມີວຽກເຮັດງານທຳ.

ໃນພິທີຈຶ່ງໄດ້ຜ່ານຂໍ້ຕົກລົງເຈົ້າເມືອງປາກກະດິງ ເລກທີ 067/ມປດ, ລົງວັນທີ 3 ມີນາ 2025 ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໃຫ້ແກ່ຄອບຄົວວັດທະນະທຳ ທີ່ໄດ້ໄໝ່ຢູ່ບ້ານນ້ຳເດື່ອ ຈຳນວນ 181 ຄອບຄົວ ແລະ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ຢ່າງເປັນທາງການ. ໂດຍມີຕາງໜ້າຄອບຄົວວັດທະນະທຳໄໝ່ 10 ຄອບຄົວຂຶ້ນຮັບ, ໂດຍການມອບຂອງທ່ານ ສີຕານ ສຸພັນທະວົງ.

(ຂ່າວ: ແສງທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຝຶກອົບຮົມ ແນະນຳຄືນການນຳໃຊ້ໂປຣແກມການບັນຊີພາກລັດ

ຝຶກອົບຮົມ ແນະນຳຄືນການນຳໃຊ້ໂປຣແກມການບັນຊີພາກລັດ

ຊຸດອົບຮົມ ແນະນໍາຄືນການນໍາໃຊ້ໂປຣແກມການບັນຊີພາກລັດ ໃຫ້ແກ່ການເງິນ ຂອງຂະແໜງສາທາລະນະສຸກຂັ້ນແຂວງ, ເມືອງ ກ່ຽວກັບການສ້າງແຜນ ແລະ ແຜນງົບປະມານ, ການບັນທຶກບັນຊີ ລາຍຮັບ-ລາຍຈ່າຍ ແລະ ການບັນທຶກບັນຊີຂໍ້ມູນຊັບສິນ ແບບເຊື່ອມສານທຸກແຫຼ່ງທຶນ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2026 ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງເຊກອງ ໂດຍເປັນປະທານຂອງທ່ານ ນາງ ລຳພັນ ໄຊຄຳມີ ກຳມະການພັກແຂວງຫົວຫນ້າພະແນກສາທາລະນະສຸກແຂວງ ຊຶ່ງສຳມະນາກອນເຂົ້າຮ່ວມ.
ສລດ ປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026

ສລດ ປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າ ປະຈຳປີ 2026

​ ໃນວັນທີ 31 ກໍລະກົດຜ່ານມາ ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ 4 ບຸກ ແລະ 5 ເປັນເຈົ້າປະຈຳປີ 2026 ພ້ອມທັງປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຢ່າງສົມກຽດ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ສສກ ທັງເປັນເລຂາໜ່ວຍພັກຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຂາວພອນ ລາດຊະພູມີ ຖືກລາງວັນທີ 1 ສະຫຼາກພັດທະນາ 5/45 ແບບທັນສະໄໝ

ທ່ານ ຂາວພອນ ລາດຊະພູມີ ຖືກລາງວັນທີ 1 ສະຫຼາກພັດທະນາ 5/45 ແບບທັນສະໄໝ

ບໍລິສັດ ລັດວິສາຫະກິດຫວຍພັດທະນາ ໄດ້ຈັດພິທີ ມອບ-ຮັບເງິນລາງວັນໃຫ້ຜູ້ໂຊກດີ ຖືກລາງວັນທີ 1 ຂອງສະຫຼາກພັດທະນາ 5/45 ແບບທັນສະໄໝໃນງວດທີ 86 ອອກຄັ້ງວັນທີ 27 ກໍລະກົດ 2026.
ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ

ເມືອງປະທຸມພອນ ສຳເລັດການຝຶກອົບຮົມວຽກງານ ປກຊ-ປກສ

ວັນທີ 5 ສິງຫາ 2026 ທີ່ຜ່ານມາ, ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ - ຫັດແອບການເມືອງ - ການທະຫານ ໃຫ້ແກ່ກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ (ປກຊ - ປກສ) ບ້ານ ທົ່ວເມືອງ ປະຈຳປີ 2026 ຢູ່ສະໜາມຍິງລູກປືນແທ້ປາອາວ ທ່າມກາງບັນຍາກາດອັນເຂັ້ມງວດ ແລະ ສະແດງເຖິງຜົນສຳເລັດຂອງການຍົກລະດັບຄຸນນະພາບກຳລັງ ປກຊ-ປກສ ບ້ານ ໃນການຮັກສາຄວາມສະຫງົບ.
ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ມອບເງິນ ແລະ ລົດຈັກໃຫ້ແຂວງອັດຕະປື

ກຸ່ມບໍລິສັດແສງອາລຸນ ໄດ້ນຳເອົາວັດຖຸປັດໄຈມາຊ່ວຍເຫຼືອ ແຂວງອັດຕະປື ເຊິ່ງປະກອບມີ: ລົດຈັກ Honda Wave 100 ຈຳນວນ 1 ຄັນ ມອບໃຫ້ແກ່ ຫ້ອງວ່າການແຂວງ ເພື່ອໝູນໃຊ້ເຂົ້າໃນວຽກງານບໍລິຫານ ແລະ ຮັບໃຊ້ວຽກງານລວມຂອງຫ້ອງວ່າການ; ເງິນສົດ ຈຳນວນ 50,000,000 ກີບ ເພື່ອນຳໃຊ້ເຂົ້າໃນການສະໜັບສະໜູນວຽກງານປ້ອງກັນຊາດ ໂດຍສະເພາະແມ່ນວຽກງານ ຄຸ້ມຄອງ ແລະ ປ້ອງກັນຊາຍແດນ ລວມມູນຄ່າທັງໝົດ 85,000,000 ກີບ.
ປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງວຽງຈັນ.

ປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ສະຫະພັນນັກຮົບເກົ່າແຂວງວຽງຈັນ.

ໃນວັນທີ 4 ສິງຫາ2026 ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ຄະນະບໍລິຫານງານ ຮອງປະທານສະຫະພັນນັກຮົບເກົ່າແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ,ວຽກພັກ-ພະນັກງານແລະ ວຽກອົງການຈັດຕັ້ງມະຫາຊົນຂອງແຂວງ,ທ່ານ ພັນໂທ ຄຳປອງ ຄຳສີດາ ປະທານນັກຮົບເກົ່າແຂວງວຽງຈັນ, ບັນດາທ່ານແຂກຜູ້ຖືກເຊີນ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ການນໍາແຂວງຄໍາມ່ວນ ຕິດຕາມຄວາມ​ເສຍ​ຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

ການນໍາແຂວງຄໍາມ່ວນ ຕິດຕາມຄວາມ​ເສຍ​ຫາຍເຫດການໄຟໄໝ້ຕະຫຼາດສຸກສົມບູນ

​ ການນຳແຂວງຄໍາມ່ວນ ລົງຕິດຕາມສະພາບຜົນເສຍຫາຍຈາກເຫດການໄຟໄໝ້ຕະຫຼາດສຸກສົມບູນ (ຫຼັກ 3) ເມືອງ​ທ່າ​ແຂກແຂວງ​ຄຳ​ມ່ວນ, ພ້ອມຊີ້ນໍາໃຫ້ໜ່ວຍງານຮັບຜິດຊອບ ເລັ່ງສັງລວມເພື່ອປະເມີນຜົນເສຍຫາຍ.
ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູ່ບ້ານຖໍ້າ ເຮັດໃຫ້ແມ່ເຖົ້າ ໄວ 89 ປີ ເສຍຊີວິດຄາທີ່

ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູ່ບ້ານຖໍ້າ ເຮັດໃຫ້ແມ່ເຖົ້າ ໄວ 89 ປີ ເສຍຊີວິດຄາທີ່

​ ໃນວັນທີ 2 ສິງຫາ 2026 ໄດ້ເກີດອຸບັດເຫດທາງໄພທຳມະຊາດອັນສະເທືອນໃຈຂຶ້ນ ເມື່ອເວລາ 02:20 ນາທີ ຂອງວັນທີ 2 ສິງຫາ 2026 ໄດ້ມີຝົນຕົກລົມແຮງສົ່ງຜົນໃຫ້ຕົ້ນໄມ້ໃຫຍ່ລົ້ມທັບເຮືອນປະຊາຊົນ ຢູູ່ບ້ານຖໍ້າ ເມືອງທ່າແຂກ ແຂວງຄໍາມ່ວນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ຊັບສິນເປເພເສຍຫາຍ.
ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ

ສະຫະກອນສິນເຊື່ອນາກາຍ ສົ່ງເສີມການສ້າງທຶນໃຫ້ຊຸມຊົນເຂັ້ມແຂງ

ໃນຊຸມຊົນແຫຼ່ງທຶນແມ່ນຫົວໃຈສໍາຄັນຂອງການດໍາລົງຊີວິດ, ການເຂົ້າເຖິງການເງິນ ບໍ່ໄດ້ໝາຍເຖິງພຽງແຕ່ "ການກູ້ຢືມ", ແຕ່ແມ່ນ "ໂອກາດ" ໃນການສ້າງອາຊີບ, ຂະຫຍາຍການຜະລິດ ແລະ ຍົກລະດັບຄຸນນະພາບຊີວິດ. ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດນາກາຍ ເມືອງນາກາຍ ແຂວງຄໍາມ່ວນ ພິສູດໃຫ້ເຫັນວ່າ: ການອອມຢ່າງເປັນລະບົບ ແລະ ການໃຫ້ກູ້ຢ່າງມີຫຼັກການ ສາມາດກາຍເປັນພະລັງຂັບເຄື່ອນເສດຖະກິດ ແລະ ມີການເຕີບໂຕຢ່າງເຂັ້ມແຂງ, ຊຶ່ງເມື່ອກ່ອນເລີ່ມຈາກພະນັກງານ 7 ທ່ານ ສູ່ລະບົບເງິນຝາກ ມູນຄ່າ 33 ຕື້ກີບ ແລະ ໄດ້ຂະຫຍາຍຕາໜ່າງການບໍລິການເຖິງ 24 ບ້ານ, ຈາກເມື່ອກ່ອນພຽງແຕ່ 16 ບ້ານເທົ່ານັ້ນ.
ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາເປັນ ສູ່ປາແຫ້ງ ສາມາດສ້າງລາຍຮັບສູ່ຄອບຄົວ 200-300 ລ້ານກີບຕໍ່ປີ

ຈາກປາ ທີ່ເຄີຍນຳໄປຈຳໜ່າຍແບບສົດໆ ໄດ້ກາຍມາເປັນສິນຄ້າທີ່ມີມູນຄ່າເພີ່ມ ແລະ ສ້າງລາຍຮັບໄດ້ຫຼາຍຮ້ອຍລ້ານກີບຕໍ່ປີໃຫ້ກັບຄອບຄົວທ່ານນາງ ຊ້ອຍ ພົມນະຈັກ ປະຊາຊົນບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ ແມ່ນໜຶ່ງໃນຄອບຄົວຕົວແບບທີ່ໝູນໃຊ້ພູມປັນຍາການເຮັດປາແຫ້ງ ມາພັດທະນາຕໍ່ຍອດ ປ່ຽນຮູບແບບຂອງອາຫານທ້ອງຖິ່ນໃຫ້ເປັນສິນຄ້າ ທີ່ສາມາດສົ່ງຂາຍທັງພາຍໃນ ແລະ ຕ່າງແຂວງໄດ້ຢ່າງຫຼວງ ຫຼາຍ ຊຶ່ງມີຄວາມເຂັ້ມແຂງໄດ້ ຍ້ອນການປ່ຽນພູມປັນຍາທີ່ສືບທອດກັນມາ ໃຫ້ກາຍເປັນອາຊີບ ແລະ ເປັນຫຼັກປະກັນຂອງຊີວິດຄອບຄົວ.
ເພີ່ມເຕີມ