ຖວທ ເມືອງສີສັດຕະນາກ ລົງຕິດຕາມກວດກາປະກົດການຫຍໍ້ທໍ້ເປັນປົກະຕິ

ຖວທ ເມືອງສີສັດຕະນາກ ລົງຕິດຕາມກວດກາປະກົດການຫຍໍ້ທໍ້ເປັນປົກະຕິ

ຖວທ ເມືອງສີສັດຕະນາກ ລົງຕິດຕາມກວດກາປະກົດການຫຍໍ້ທໍ້ເປັນປົກະຕິ
ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງສີສັດຕະນາກ ຮ່ວມກັບຫຼາຍພາກສ່ວນ ແກ້ໄຂປະກົດການຫຍໍ້ທໍ້ ໃນຂົງເຂດບໍລິການທ່ອງທ່ຽວຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ, ໃນຂະ ນະການລົງຕິດຕາມ, ກວດກາໄດ້ທັງໝົດຈຳນວນ 30 ຄັ້ງ ແລະ ໄດ້ແກ້ໄຂວຽກງານອັນຮີບດ່ວນທີ່ໄດ້ສະ ເໜີມາຜ່ານຈາກສາຍດ່ວນຂອງປະຊາຊົນ ຈຳນວນ 25 ຄັ້ງ ໂດຍລວມແມ່ນໄດ້ແກ້ໄຂບັນຫາສຽງເນືອງນັນ ທີ່ລົບກວນເຮືອນຂ້າງຄຽງ ແລະ ຫົວໜ່ວຍທຸລະກິດ ເປີດໃຫ້ບໍລິການກາຍໂມງເວລາ.

 

 

ທ່ານ ແສງປະເສີດ ວິຈິດລາສີ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງສີສັດຕະນາກ. ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີສັດຕະນາກ ຄັ້ງທີ VIII ຫົວຂໍ້: ການແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດບໍລິການທ່ອງທ່ຽວ (ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງສີສັດຕະນາກ ກໍໄດ້ເອົາໃຈໃສ່ເຄື່ອນໄຫວ, ຄຸ້ມຄອງ, ກວດກາ ວຽກງານໃນຂົງເຂດທີ່ຕົນເອງຮັບຜິດຊອບ ໂດຍສະເພາະແມ່ນວຽກງານປະກົດການຫຍໍ້ທໍ້ຂົງເຂດບໍລິການທ່ອງທ່ຽວ ເຊັ່ນ: ບັນດາຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ເພື່ອໃຫ້ເຂົາເຈົ້າເຄື່ອນໄຫວຢ່າງຖືກຕ້ອງ ຕາມລະບຽບການ, ຜູ້ປະກອບການຫຼາຍບ່ອນກໍໄດ້ເອົາໃຈໃສ່ປະຕິບັດຕາມລະບຽບການທີ່ວາງອອກເຊັ່ນ: ການເປີດ-ປິດຮ້ານຕາມໂມງເວລາ, ການບໍ່ລະເມີດສຽງເນືອງນັນ ແລະ ອື່ນໆ, ແຕ່ກໍປາສະຈາກບໍ່ໄດ້ບາງຜູ້ປະກອບການກໍຍັງມີການລະເມີດລະບຽບການຢູ່.

5 ປີຜ່ານມາ: ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງສີສັດຕະນາກ ໄດ້ສົມທົບກັບ ຄະນະສະເພາະກິດຂັ້ນນະຄອນຫຼວງ, ຄະນະສະເພາະກິດຂັ້ນເມືອງ ເຊັ່ນ: ປກສ ເມືອງ, ປກສ ກຸ່ມ, ອົງການປົກຄອງບ້ານ ລົງຕິດຕາມກວດກາຢ່າງເປັນປົກກະຕິ ທັງນີ້ກໍເພື່ອຮັບປະກັນໃຫ້ຜູ້ປະກອບການທຸລະກິດ ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ເຂົ້າສູ່ລະບຽບການ, ທົ່ວເມືອງສີສັດຕະນາກ ມີທຸລະກິດ ຮ້ານອາຫານ, ຮ້ານກິນດື່ມ ທັງໝົດ 114 ຮ້ານ, ໂຮງແຮມ 23 ແຫ່ງ, ເຮືອນພັກ 19 ແຫ່ງ, ຫ້ອງຄາຣາໂອເກະ 7 ແຫ່ງ ແລະ ຮ້ານບັນເທີງ ຈຳນວນ 4 ແຫ່ງ.

ຜ່ານມາໄດ້ລົງຕິດຕາມ, ກວດກາໄດ້ທັງໝົດຈຳນວນ 30 ຄັ້ງ ແລະ ໄດ້ແກ້ໄຂວຽກງານອັນຮີບດ່ວນທີ່ໄດ້ສະເໜີມາຜ່ານຈາກສາຍດ່ວນຂອງປະຊາຊົນ ຈຳນວນ 25 ຄັ້ງ ໂດຍລວມແມ່ນໄດ້ແກ້ໄຂບັນຫາສຽງເນືອງນັນ ທີ່ລົບກວນເຮືອນຂ້າງຄຽງ ແລະ ຫົວໜ່ວຍທຸລະກິດ ເປີດໃຫ້ບໍລິການກາຍໂມງເວລາ, ບັນຫາທີ່ໄດ້ພົບເຫັນໃນເວລາລົງຕິດຕາມ, ກວດກາ ໂດຍສ່ວນຫຼາຍກໍແມ່ນ ການປິດກາຍໂມງເວລາທີ່ໄດ້ກຳນົດໄວ້, ການສົ່ງສຽງເນືອງນັນ ລົບກວນຜູ້ອື່ນ ຊຶ່ງທັງໝົດເຫຼົ່ານີ້ ແມ່ນໄດ້ເຊີນມາເຮັດບົດບັນທຶກ, ສຶກສາອົບຮົມ, ກ່າວເຕືອນທັງໝົດຈຳນວນ 40 ຫົວໜ່ວຍ, ໃນນີ້ມີ ບັນດາຮ້ານທີ່ປິດກາຍໂມງເວລາມີ 13 ຫົວໜ່ວຍ, ຫົວໜ່ວຍທີ່ສົ່ງສຽງເນືອງນັນ 16 ຫົວໜ່ວຍ, ປັບໃໝ 6 ຫົວໜ່ວຍ, ສັ່ງປິດຊົ່ວຄາວ 4 ຫົວໜ່ວຍ, ຮື້ຖອນໄຟແສງສີໜ້າຮ້ານ 11 ຮ້ານ ແລະ ໄດ້ແນະນຳໃຫ້ຜູ້ປະກອບການປັບປຸງຮ້ານດ້ວຍການໃຫ້ໃສ່ແກ້ວແວ່ນ, ໃສ່ແຜ່ນກັນສຽງ ໄດ້ຈຳນວນ 8 ຮ້ານ, ຜ່ານການຈັດຕັ້ງປະຕິບັດ ການຕິດຕາມ, ກວດກາ ຮ່ວມກັບ ຄະນະສະເພາະກິດຂັ້ນເມືອງ ກໍເຫັນໄດ້ວ່າຫົວໜ່ວຍທຸລະກິດດັ່ງກ່າວ ກໍໄດ້ມີການປັບປຸງ, ປ່ຽນແປງ ສ່ວຍຫຼາຍແມ່ນປະຕິບັດໄດ້ດີ, ແຕ່ກໍຍັງມີ ຈຳນວນໜຶ່ງທີ່ຍັງຖືເບົາ, ຍັງໄດ້ມີການລະເມີດຕໍ່ລະບຽບການທີ່ວາງອອກ.

ສຳລັບທິດທາງ ແລະ ແຜນການໃນຕໍ່ໜ້າຈະສືບຕໍ່ ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການຫົວໜ່ວຍທຸລະກິດດັ່ງກ່າວ ເພື່ອໃຫ້ເຂົາເຈົ້າເຄື່ອນໄຫວຖືກຕ້ອງຕາມລະບຽບການ, ສືບຕໍ່ສົມທົບກັບ ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ຄະນະສະເພາະກິດຂັ້ນເມືອງ, ລົງຕິດຕາມ, ກວດກາ ແລະ ສຶກສາອົບຮົມ ບັນດາຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ທີ່ຢູ່ໃນເປົ້າໝາຍ ປິດກາຍໂມງເວລາ, ສ້າງສຽງດັງເນືອງນັນ ລົບກວນປະຊາຊົນ, ຊຸມຊົນເຮືອນໃກ້ຄຽງ ເພື່ອໃຫ້ປະກົດການຫຍໍ້ທໍ້ໃນຂົງເຂດດັ່ງກ່າວໃຫ້ຫຼຸດລົງ, ຈຳກັດບັນດາຫົວໜ່ວຍທຸລະກິດ ຮ້ານກິນດື່ມ ແລະ ຮ້ານບັນເທີງ ທີ່ສະເໜີຂໍສ້າງຕັ້ງໃໝ່, ສືບຕໍ່ສະຫຼຸບ ລາຍງານຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ການນຳເມືອງ ແລະ ການນຳພະແນກ ຖວທ.ນວ, ເພື່ອຮັບຊາບ ແລະ ເພື່ອຂໍທິດຊີ້ນໍາການຈັດຕັ້ງປະຕິບັດຕາມແຕ່ລະໄລຍະ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ກະຊວງສາທາລະນະສຸກ ໄດ້ມອບວັກຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ຕາມລະດູການ ຈຳນວນ 1,000 ໂດສ ມູນຄ່າ 112,000,000 ກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມທັງສ້າງຂະ ບວນການສັກວັກຊິນໃຫ້ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກະຊວງ ປກສ ໃນວັນທີ 30 ຕຸລາຜ່ານມາ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ນາງ ອຳພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະນຳຂອງສອງກະຊວງ, ວິຊາການຈາກກະຊວງສາທາລະນະສຸກ, ກົມເສນາຮັກ ກົມໃຫຍ່ພະລາທິການ ປກສ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ມີ 200 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

ມີ 200 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

ພິທີເປີດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈຳປີ 2026, ພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວ ສູ່ມໍລະດົກໂລກ” ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 2 ພະຈິກນີ້ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ຊາວຊ່າງຫັດຖະກຳລາວເຂົ້າຮ່ວມ.
ເພີ່ມເຕີມ