ຕິດຕາມຊຸກຍູ້ວຽກງານຂະແໜງພາຍໃນຢູ່ແຂວງຫຼວງນ້ຳທາ

ຕິດຕາມຊຸກຍູ້ວຽກງານຂະແໜງພາຍໃນຢູ່ແຂວງຫຼວງນ້ຳທາ
ວັນທີ 5ທັນວານີ້,ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ລົງຕິດຕາມຊຸກຍູ້ວຽກງານຂະແໜງພາຍໃນ ຢູ່ແຂວງຫຼວງນ້ຳທາ ໂດຍການຕ້ອນຮັບຂອງທ່ານ ນາງ ຄຳແດງ ກອງຈຳປາ ຫົວໜ້າພະແນກພາຍໃນແຂວງຫຼວງນ້ຳທາ, ມີບັນດາຫົວໜ້າຫ້ອງການພາຍໃນເມືອງ ແລະ ພະນັກງານ-ວິຊາການພະແນກພາຍໃນແຂວງ ຫ້ອງການພາຍໃນເມືອງ ເຂົ້າຮ່ວມ.
ການລົງຕິດຕາມຊຸກຍູ້ວຽກງານຂະແໜງພາຍໃນ ຄັ້ງນີ້ໄດ້ຮັບຟັງການລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂະແໜງພາຍໃນ ກໍຄືການຈັດຕັ້ງປະຕີບັດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ຈາກທ່ານ ນາງ ຄຳແດງ ກອງຈຳປາໂດຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ, ສິ່ງທ້າທາຍ,ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ; ຈາກນັ້ນ, ທ່ານ ທອງຈັນ ມະນີໄຊໄດ້ມີຄໍາເຫັນວ່າ: ຜ່ານການຮັບຟັງການລາຍງານຂອງທ່ານຫົວໜ້າພະແນກພາຍໃນແຂວງ ເຖິງແມ່ນວ່າມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງການນໍາແຂວງ ກໍຄື ຄະນະນໍາພະແນກພາຍໃນແຂວງ ດ້ວຍຄວາມສາມັກຄີ ຂອງພະນັກງານ-ລັດຖະກອນ ພ້ອມກັນສູ້ຊົນເຮັດໃຫ້ບັນລຸຜົນສໍາເລັດໃນຫຼາຍດ້ານ ສາມາດເປັນເສນາທິການໃຫ້ແກ່ຄະນະນໍາແຂວງ ແລະ ບໍລິການຮັບໃຊ້ປະຊາຊົນ ຂົງເຂດວຽກງານຂະແໜງພາຍໃນ ໄດ້ນັບມື້ດີຂຶ້ນ.  ສະນັ້ນ, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ  XI ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຂະແໜງພາຍໃນ ມີວຽກຈຸດສຸມຈໍານວນໜຶ່ງ ທີ້ຈະຕ້ອງພ້ອມກັນສູ້ຊົນຈັດຕັ້ງປະຕິບັດ ເປັນຕົ້ນ: ສືບຕໍ່ປັບປຸງກົງຈັກການຈັດຕັ້ງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຕິດພັນກັບການກໍານົດຕໍາແໜ່ງງານຕາມທິດກະທັດຮັດບໍ່ຊໍ້າຊ້ອນກ້າວກ່າຍວຽກງານກັນມີຄວາມເຂັ້ມແຂງໜັກແໜ້ນເປັນລະບົບໂລ່ງລ່ຽນວ່ອງໄວ ແລະມີປະສິດທິຜົນ, ຫັນການບໍລິຫານລັດເປັນທັນສະໄໝ ຫຼຸດຜ່ອນຂອດຂັ້ນ, ຫັນການບໍລິຫານຂອງລັດລົງສູ່ຮາກຖານ ແລະ ຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ໃນຂອບເຂດທົ່ວປະເທດ.ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ເປັນທັນສະໄໝຫຼຸດຜ່ອນຈໍານວນພະນັກງານ-ລັດຖະກອນລົງ, ຄົ້ນຄວ້າການສອບເສັງເລື່ອນຕໍາແໜ່ງບໍລິຫານ, ຫັນພະນັກງານຈາກສູນກາງລົງສູ່ທ້ອງຖິ່ນ ແລະ ທ້ອງຖິ່ນມາຢູ່ສູນກາງ, ຄົ້ນຄວ້າລະບຽບການນະໂຍບາຍເງິນເດືອນ ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຕິບັດນະໂຍບາຍສົ່ງເສີມວິຊາການຕໍ່ພະນັກງານ ທີ່ມີຜົນງານໃນການປະຕິບັດໜ້າທີ່.ຈັດຕັ້ງປະຕິບັດໂຄງການຈົດທະບຽນ ແລະ ສະຖິຕິ ພົນລະເມືອງດ້ວຍລະບົບທັນສະໄໝ ໃນຂອບເຂດທົ່ວປະເທດ ທີ່ພົວພັນເຖິງຄວາມຮັບຜິດ ຊອບຂອງຂະແໜງພາຍໃນ ເປັນຕົ້ນແມ່ນການຈົດທະບຽນການເກີດການແຕ່ງດອງການຢ່າຮ້າງການເສຍຊີວິດ ແລະການຍົກຍ້າຍຂອງພົນລະເມືອງ. ຄົ້ນຄວ້າການສ້າງກົງຈັກການປົກຄອງຂັ້ນຕາແສງ ທີ່ເປັນຂອດລະຫວ່າງກາງຂອງຂັ້ນບ້ານ ກັບ ເມືອງ ໝາຍວ່າລະບົບການປົກຄອງຂອງ ສປປ ລາວ ມີ 3 ຂັ້ນຄື: ຂັ້ນແຂວງ, ເມືອງ ແລະ ຕາແສງສ່ວນບ້ານແມ່ນການຈັດຕັ້ງຊຸມຊົນ, ສືບຕໍ່ຈັດຕັ້ງປະຕິບັດວຽກງານສາມສ້າງພ້ອມທັງຈັດກອງປະຊຸມທົ່ວປະເທດເພື່ອສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ເຂົ້າສູ່ລວງເລິກ. ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດໂຄງການສໍາຫຼວດ,ວັດແທກປັກຫຼັກໝາຍ ແລະ ສ້າງແຜນທີ່ເສັ້ນຊາຍແດນລະຫວ່າງຊາດ ກັບບັນດາປະເທດທີ່ຍັງບໍ່ທັນສໍາເລັດ(ລາວ-ໄທ, ລາວ-ກໍາປູເຈຍ) ສໍາຫຼວດວັດແທກ ແລະ ສ້າງແຜນທີ່ຢູ່ບາງບໍລິເວນຈຸດສຸມພັດທະນາເສດຖະກິດ-ສັງຄົມ ແລະ ກໍານົດເຂດແດນເຊື່ອມຕໍ່ລະຫວ່າງເມືອງກັບເມືອງ, ບ້ານກັບບ້ານໃຫ້ມີຄວາມຖືກຕ້ອງຊັດເຈນ.ຄົ້ນຄວ້າຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານເທືຶ່ອລະກ້າວ ແລະ ຫັນພະນັກງານ-ວິຊາການ ຢູ່ຫົວໜ່ວຍດັ່ງກ່າວ ເປັນພາລະກອນ.
ໃນໂອກາດນີ້ ໄດ້ມີພິທີມອບ-ຮັບອຸປະກອນໄອທີ ຂອງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ໃຫ້ແກ່ຂະແໜງຄຸ້ມຄອງພົນລະເມືອງ ພະແນກພາຍໃນແຂວງ ແລະ ບັນດາຫ້ອງການພາຍໃນເມືອງ ເພື່ອນໍາໃຊ້ເຂົ້າໃນການຕິດຕັ້ງເຊື່ອມຕໍ່ລະບົບຂໍ້ມູນຄຸ້ມຄອງພົນລະເມືອງແບບເອເລັກໂຕຣນິກ ກໍຄືອໍານວຍຄວາມສະດວກໃຫ້ວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ, ຊຶ່ງປະກອບມີ ຄອມພີວເຕີແລັບທອບ ຈຳນວນ 11ເຄື່ອງ, ເຄື່ອງພິມເອກະສານ 6ເຄື່ອງ ພ້ອມນ້ຳມຶກ ແລະ ເຄື່ອງສະແກນເອກະສານ 6ເຄື່ອງ ລວມເປັນມູນຄ່າທັງໝົດ238ລ້ານກວ່າກີບ ໂດຍມອບ-ຮັບກັນລະຫວ່າງ ທ່ານ ເສົາທຽນ ວົງໄຊຍາ ຮອງຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ທ່ານ ນ. ຄຳແດງ ກອງຈຳປາ ຫົວໜ້າພະແນກພາຍໃນແຂວງຫຼວງນ້ຳທາ ແລະ ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳທາ, ຄະນະພະແນກພາຍໃນແຂວງ-ຫົວໜ້າຫ້ອງການພາຍໃນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ທ່ານ ທອງຈັນ ມະນີໄຊມີຄຳເຫັນຕໍ່ພິທີວ່າ:ການສະໜອງອຸປະກອນໄອທີ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ໃນຄັ້ງນີ້ເພື່ອແນໃສ່ເຮັດໃຫ້ການຄຸ້ມຄອງພົນລະເມືອງເຂົ້າສູ່ລະບົບທີ່ທັນສະໄໝ, ຮັບປະກັນທາງດ້ານປະສິດທິພາບສູງ, ມິຄວາມຊັດເຈນ ແລະ ມີຄວາມຖືກຕ້ອງຫຼາຍຂຶ້ນ, ຊຶ່ງການຈົດທະບຽນ ແລະ ເກັບກຳສະຖິຕິພົນລະເມືອງ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ໃນການໃຫ້ເອກະລັກທາງດ້ານກົດໝາຍແກ່ບຸກຄົນ, ສິດຂອງພົນລະເມືອງ ແລະ ຮັບຮູ້ຄວາມເປັນຕົວຕົນຕໍ່ກົດໝາຍຂອງບຸກຄົນ, ເປັນຫຼັກຖານທີ່ອ້າງອີງໃຫ້ແກ່ບຸກຄົນ, ເປັນຂໍ້ມູນໃນການເກີດ, ອາຍຸ, ສາຍພົວພັນຂອງພໍ່ແມ່ ແລະ ຍາດຕິພີ່ນ້ອງ ພ້ອມທັງຈະໄດ້ຮັບສິດໃນການປົກປ້ອງຕໍ່ຜົນປະໂຫຍດຂອງບຸກຄົນ ລວມເຖິງການເຂົ້າເຖິງການບໍລິການຕ່າງໆ. ທ່ານຮອງລັດຖະມົນຕີກະຊວງພາຍໃນ ຍັງຮຽກຮ້ອງມາຍັງຂະແໜງການກ່ຽວຂ້ອງ ຈົ່ງໄດ້ນຳໃຊ້ອຸປະກອບດັ່ງກ່າວໃຫ້ຖືກຕາມເປົ້າໝາຍ, ຮັບປະກັນເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ ແລະ ເກີດປະໂຫຍດສຸງສຸດ ພ້ອມທັງມີການຄຸ້ມຄອງ, ບຳລຸງປົກປັກຮັກສາ ເພື່ອໃຫ້ຊົມໃຊ້ໄດ້ຢ່າງຍາວນານ.
(ຂ່າວ-ພາບ: ຫຼວງນໍ້າທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ