ປະຈຸບັນ, ອຸນຫະພູມສະເລ່ຍທົ່ວໂລກໃນໄລຍະຍາວໄດ້ເພີ່ມຂຶ້ນແລ້ວ 1.4 ອົງສາ, ເຖິງແມ່ນວ່າບາງໄລຍະອຸນຫະພູມຈະສູງຂຶ້ນກວ່ານັ້ນໃນໄລຍະສັ້ນໆກໍຕາມ. ນັບຕັ້ງແຕ່ບັນດາປະເທດຕ່າງໆໄດ້ລົງນາມໃນຂໍ້ຕົກລົງປາຣີໃນປີ 2015, UN ໄດ້ລາຍງານຢ່າງຕໍ່ເນື່ອງກ່ຽວກັບຄວາມຄືບໜ້າໃນການຈຳກັດການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກບໍ່ໃຫ້ເກີນ 1.5 ອົງສາ. ຢ່າງໃດກໍຕາມ, ບົດລາຍງານສະບັບຫຼ້າສຸດນີ້ໝາຍເຖິງການສິ້ນສຸດຂອງຍຸກສະໄໝເກົ່າ ແລະ ເປັນການເລີ່ມຕົ້ນຂອງຍຸກສະ ໄໝໃໝ່.
ເນື່ອງຈາກໂລກມີທ່າອ່ຽງທີ່ຈະປະສົບກັບສະພາບອາກາດທີ່ເກີນຂອບເຂດຢ່າງຫຼີກລ່ຽງບໍ່ໄດ້, ເປົ້າໝາຍຈຶ່ງຕ້ອງປ່ຽນໄປສູ່ວິທີການ "ເກີນຂອບເຂດ, ຈຸດສູງສຸດ ແລະ ການຫຼຸດລົງ" ຊຶ່ງໝາຍເຖິງການດຶງອຸນຫະພູມໂລກຫຼຸດລົງ, ໂດຍມີເປົ້າໝາຍເຮັດໃຫ້ອຸນຫະພູມໂລກຕໍ່າກວ່າ 1.5 ອົງສາ ໃນທ້າຍສະຕະວັດນີ້.
ທ່ານ ເດບຣາ ໂຣເບີດສ ສາດສະດາຈານກິດຕິມະສັກຈາກມະຫາວິທະຍາໄລ KwaZulu-Natal ໃນອາຟຣິກາໃຕ້ ແລະ ໜຶ່ງໃນຜູ້ຂຽນບົດລາຍງານຂອງໂຄງການສິ່ງແວດລ້ອມສະຫະປະຊາຊາດ (UNEP) ຫົວຂໍ້: ການຈໍາກັດອຸນຫະພູມເກີນຂອບເຂດ "Limiting Overshoot" ກ່າວວ່າ: ໂລກກຳລັງຢູ່ໃນໄລຍະທີ່ສຳຄັນ, ໂດຍລະດັບຄວາມມຸ່ງໝັ້ນຂອງບັນດາປະເທດຕ່າງໆ ຈະກຳນົດວ່າອຸນຫະພູມເພີ່ມຂຶ້ນເກີນຂອບເຂດຈະແກ່ຍາວໄປອີກຫຼາຍທົດສະວັດ ຫຼື ຫຼາຍພັນປີ.
ການຈະຫຼຸດອຸນຫະພູມໂລກໄດ້ນັ້ນ, ຈໍາເປັນຕ້ອງເລັ່ງຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຈາກເຊື້ອໄຟຟອດຊິວຢ່າງໄວວາ, ບວກກັບການດຶງກາກບອນໄດອອກໄຊອອກຈາກຊັ້ນບັນຍາກາດໂດຍຜ່ານວິທີທາງທຳມະຊາດເຊັ່ນ: ການປູກປ່າຄືນໃໝ່ ແລະ ວິທີການທາງເຕັກໂນໂລຊີ ເຊັ່ນ: ການດັກຈັບກາກບອນໂດຍກົງຈາກຊັ້ນບັນຍາກາດ.
ເພື່ອຫຼຸດຜ່ອນອຸນຫະພູມໂລກໃຫ້ຕໍ່າກວ່າ 1.5 ອົງສາ, ບັນດາປະເທດຕ່າງໆຈະຕ້ອງບໍ່ພຽງແຕ່ຫຼຸດການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນເທົ່ານັ້ນ, ແຕ່ຍັງຈຳເປັນຕ້ອງບັນລຸລະດັບການປ່ອຍອາຍພິດສຸດທິເປັນລົບ ອີກດ້ວຍ.
ໃນເວລາດຽວກັນ, ບັນດາປະເທດຕ່າງໆຈຳເປັນຕ້ອງຊ່ວຍເຫຼືອຊຸມຊົນ ແລະ ລະບົບເສດຖະກິດໃນການປັບຕົວເຂົ້າກັບຜົນກະທົບທີ່ຮ້າຍແຮງຂອງການປ່ຽນແປງຂອງດິນຟ້າອາກາດ. ໃນຂະນະທີ່ການຫຼຸດອຸນຫະພູມສາມາດຫຼຸດຜ່ອນອັນຕະລາຍໄດ້, ແຕ່ຜົນກະທົບບາງຢ່າງເຊັ່ນ: ລະດັບນ້ຳທະເລທີ່ເພີ່ມສູງຂຶ້ນ ແລະ ການສູນເສຍຄວາມຫຼາກຫຼາຍທາງຊີວະພາບ ອາດຈະບໍ່ສາມາດແກ້ໄຂໄດ້.
ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າອຸນຫະພູມໂລກຈະເພີ່ມຂຶ້ນພຽງເລັກນ້ອຍເທົ່ານັ້ນກໍຍັງນຳມາຊຶ່ງຄວາມສ່ຽງທີ່ສູງຂຶ້ນ ແລະ ຜົນສະທ້ອນທີ່ຮ້າຍແຮງກວ່າເກົ່າ.
ຄໍາເຫັນ