Unitel ປະກອບສ່ວນສົ່ງເສີມການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນອຸດສາຫະກຳໄຟຟ້າຢູ່ລາວ

Unitel ປະກອບສ່ວນສົ່ງເສີມການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນອຸດສາຫະກຳໄຟຟ້າຢູ່ລາວ

ຄວາມພະຍາຍາມໃນການຫັນເປັນດິຈິຕອນດ້ານການໄຟຟ້າ ຢ່າງຄົບຊຸດ ໄປເຖິງບັນດາຫົວໜ່ວຍສະມາຊິກ ທີ່ຂຶ້ນກັບ Unitel (ເຄື່ອງໝາຍການຄ້າ Viettel ປະຈຳລາວ) ກັບລາງວັນ2 ປະເພດຄື“ນະວັດຕະກໍາໃນການບໍລິການບໍລິຫານສາທາລະນະ” ແລະ “ນະວັດຕະກໍາຜະລິດຕະພັນ ແລະ ການບໍລິການຜູ້ບໍລິໂພກ” International Stevie Awards Asia-Pacific ເຮັດໃຫ້ Unitelໄດ້ຍົກສູງຄວາມສາມາດ ປະກອບສ່ວນພັດທະນາບັນດາວຽກງານຂອງການໄຟຟ້າ ສົ່ງເສີມການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ໃນອຸດສາຫະກຳໄຟຟ້າ ເພື່ອຫັນເປັນດິຈີຕອນໃນດ້ານນີ້ ສ້າງທຸລະກິດດິຈິຕອນ ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດດິຈີຕອນຂອງລາວ ຊຶ່ງ Unitel ກໍໄດ້ເລີ່ມຕົ້ນວຽກນີ້ ມາແຕ່ເດືອນມັງກອນ ປີ 2022 ນັບແຕ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ລັດວິາຫະກິດ ໄຟຟ້າລາວ.
Unitel ໄດ້ຍົກສູງຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ແກ່ບັນດາຫົວໜ່ວຍສະມາຊິກ ເພື່ອຍູ້ແຮງການປະກອບສ່ວນສົ່ງເສີມການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນອຸດສາຫະກຳໄຟຟ້າຢູ່ລາວ ຄືດັ່ງລຸ່ມນີ້:
1.    ການຫັນເປັນດີຈີຕອນແມ່ນຫຍັງ?
ການຫັນເປັນດິຈິຕອນແມ່ນຂະບວນການລວມຂອງບັນດາເຕັກໂນໂລຊີດິຈິຕອນເຂົ້າໃນແງ່ຂອງການດຳເນີນທຸລະກິດ. “ການຫັນເປັນດິຈິຕອນ” ຖືກເຂົ້າໃຈເປັນຂະບວນການຂອງການປ່ຽນແປງຈາກຮູບແບບວິສາຫະກິດແບບດັ້ງເດີມ ມາເປັນວິສາຫະກິດດິຈິຕອນດ້ວຍການນໍາໃຊ້ເຕັກໂນໂລຊີໃໝ່ ເຊັ່ນ: ຖານຂໍ້ມູນຂະໜາດໃຫຍ່ (Big Data), ອິນເຕີເນັດຂອງທຸກສິ່ງ Internet of Things (loT), ການນໍາໃຊ້ການປະມວນຜົນຄຣາວ (Cloud computing) … ວິທີການປະຕິບັດງານ, ພາວະຜູ້ນໍາ, ຂະບວນການເຮັດວຽກ ແລະ ວັດທະນະທຳອົງກອນ.

2. ບົດບາດຂອງການຫັນເປັນດິຈິຕອນ ໃນການຫັນເປັນດິຈິຕອນດ້ານການໄຟຟ້າ 

ສິ່ງທຳອິດ: “ການຫັນເປັນດິຈິຕອນ” ເປັນປັດໄຈທີ່ມີອິດທິພົນຕໍ່ການປ່ຽນແປງຄວາມຕ້ອງການຂອງລູກຄ້າ.

“       ສິ່ງທີສອງ:“ການຫັນເປັນດິຈິຕອນ” “ແມ່ນເຄື່ອງມືທີ່ຈະຊ່ວຍໃຫ້ບໍລິສັດຕ່າງໆມີຄວາມທັນສະໄໝຂຶ້ນ, ໂດຍສະເພາະໃນໄລຍະທີ່ພົບຄວາມຫຍຸ້ງຍາກ ທີ່ໄດ້ຮັບອິດທິພົນຈາກປັດໄຈພາຍນອກທີ່ເປັນຮູບປະທຳ, ລວມທັງປັດໄຈດ້ານລົບເຊັ່ນ Covid-19. ການຫັນເປັນດິຈິຕອນຊ່ວຍໃຫ້ຜູ້ດຳເນີນທຸລະກິດຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ເຂົ້າເຖິງລູກຄ້າໄດ້ຫຼາຍຂຶ້ນ; ເຈົ້າຂອງທຸລະກິດຕັດສິນໃຈໄດ້ໄວຂຶ້ນ ແລະ ຖືກຕ້ອງຫຼາຍຂຶ້ນ; ເພີ່ມປະສິດທິພາບໃນການຜະລິດ.

ເປົ້າໝາຍສູງສຸດຂອງການຫັນເປັນດິຈິຕອນແມ່ນ: ເພີ່ມຄວາມສະດວກ ແລະ ວ່າງໄວໃນການດຳເນີນການໃນຕະຫຼາດ; ເພີ່ມຕໍາແໜ່ງຕ່າງໆໃຫ້ຫຼາຍຂຶ້ນຢູ່ໃນທ້ອງຕະຫຼາດ; ສົ່ງເສີມໃຫ້ລາຍຮັບເພີ່ມຂຶ້ນ; ເພີ່ມ​ປະ​ສິດ​ທິ​ພາບການເຮັດວຽກ​ຂອງ​ພະ​ນັກ​ງານ​.

 

ຕາມທີ່ບັນດາຊ່ຽວຊານໄດ້ກ່າວໄວ້ວ່າ: ໝາກຜົນທີ່ບັນລຸໄດ້ຂອງການຫັນເປັນດີຈີຕອນນີ້ ບໍ່ພຽງແຕ່ແມ່ນຜົນປະໂຫຍດຕໍ່ທາງດ້ານເສດຖະກິດເທົ່ານັ້ນ, ແຕ່ຈະຍິ່ງໃຫຍ່ກວ່ານີ້ອີກໃນອະນາຄົດ.
3. ຂໍ້ຫຍຸ້ງຍາກເມື່ອຫັນປ່ຽນດີຈີຕອນດ້ານການໄຟຟ້າ
* ເບືື້ອງວິສາຫະກິດ
ເພື່ອດຳເນີນການຫັນເປັນດິຈິຕອນ, ຍັງມີໜຶ່ງປັດໄຈທີ່ເປັນສິ່ງກີດຂວາງ ນັ້ນຄື: ຍາມໃດກໍມີຄວາມຂັດແຍ້ງລະຫວ່າງ ຮຸ່ນຄົນ ຢູ່ສະເໝີ, ໂດຍສະເພາະໃນການນໍາໃຊ້ກຳມະວິທີໃໝ່ ຫຼືເຕັກໂນໂລຊີໃໝ່ໆ. ສຳລັບບໍລິສັດໄຟຟ້າ, ພະນັກງານທີ່ມີຄວາມຊຳນານ, ມີອາຍຸການສູງສ່ວນຫຼາຍລ້ວນແຕ່ຄຸ້ນເຄີຍກັບກໍາມະວິທີເຮັດວຽກແບບດັ້ງເດີມ, ແຕ່ໃນວຽກໝູນໃຊ້ລະບົບຊອບແວຍັງຊັກຊ້າແລະບັນລຸຜົນສຳເລັດຍັງບໍ່ທັນສູງ, ຢ້ານວ່າຈະມີການປ່ຽນແປງ, ຮັກສາເດີມ, ຄວາມຮັບຮູ້ຍັງບໍ່ພຽງພໍ ແລະ ຍັງບ່າຍບ່ຽງ. ນອກຈາກນັ້ນ, ງົບປະມານຍັງຈໍາກັດ ຊຶ່ງຕ້ອງຈັດສັນໃຫ້ມີຄວາມສົມດູນ ໃຫ້ບັນດາເປົ້າໝາຍອື່ນ ທີ່ຕ່າງກັນ.ດັ່ງນັ້ນ, ການຊື້ອຸປະກອນເຕັກໂນໂລຊີ ຍັງຕ້ອງໃຊ້ເວລາຫຼາຍແລະ ບໍ່ທັນມີປະສິດທິຜົນ.
-    ເບື້ອງລູກຄ້າ
ບົນພື້ນຖານສັງຄົມ, ຈໍານວນປະຊາກອນ, ປະເພນີວັດທະນະທໍາ,ລະດັບການສຶກສາມີຜົນກະທົບໂດຍກົງຕໍ່ປະສິດທິພາບຂອງການເຮັດທຸລະກິດດ້ານພະລັງງານໄຟຟ້າ, ເຊັ່ນດຽວກັນກັບການຫັນເປັນດິຈິຕອນ. ບັນດາສິ່ງທີ່ກີດຂວາງລູກຄ້າກໍເປັນໜຶ່ງໃນເຫດຜົນທີ່ເຮັດໃຫ້ຂະບວນການຫັນເປັນດິຈິຕອນຊ້າລົງ. ກ່ອນອື່ນໝົດ, ແມ່ນເກີດຈາກຄວາມຮັບຮູ້, ຍ້ອນຍັງບໍ່ເຫັນໄດ້ເຖິງຄວາມຈຳເປັນ, ເມື່ອຫັນໄປສູ່ສິ່ງໃໝ່, ປ່ຽນຄວາມລຶ້ງເຄີຍການໃຊ້ຈ່າຍ ເຮັດທຸລະກຳເປັນເງິນສົດ, ການເຮັດທຸລະກໍາສ່ວນໃຫຍ່ແມ່ນໂດຍກົງ ຍ້ອນຂາດພື້ນຖານວັດຖຸເຕັກນິກ ຊຶ່ງແມ່ນບັນດາອຸປະກອນ ໃຊ້ງານສະເພາະ.

4. ການຫັນເປັນດິຈິຕອນດ້ານການໄຟຟ້າໃນການຍົກສູງປະສິດທິພາບຂອງການດຳເນີນທຸລະກິດ
ການຫັນດິຈິຕອນຊ່ວຍຍົກສູງປະສິດທິພາບ,ຫຼຸດຜ່ອນຄ່າໃຊ້ຈ່າຍໃນຂະບວນການເຕັກໂນໂລຊີ ທີ່ໃຫ້ບໍລິການລູກຄ້າ:
-    ລົບລ້າງຊ່ອງຫວ່າງລະຫວ່າງພະແນກການ
ການຫັນເປັນດິຈິຕອນຊ່ວຍໃຫ້ບໍລິສັດພະລັງງານສ້າງພື້ນຖານການເຊື່ອມຕໍ່ໄດ້ການທັງໝົດ ທັງບັນດາໜ່ວຍງານ, ພະແນການພາຍໃນ. ຜ່ານການເຊື່ອມຕໍ່ເຫຼົ່ານີ້, ບັນຫາຈະໄດ້ຮັບການລະບຸ, ປ້ອງກັນກ່ອນທີ່ຈະເກີດຂຶ້ນແລະການປະສານງານເພື່ອຈັດການຢ່າງວ່ອງໄວ.
-    ເພີ່ມທະວີຄວາມໂປ່ງໃສ, ປະສິດທິພາບ ແລະຄວາມຄິດສ້າງສັນໃນລະບົບການຈັດຕັ້ງບໍລິຫານຂອງບໍລິສັດ
ການຫັນເປັນດິຈິຕອນຊ່ວຍຫຼຸດຜ່ອນການເຮັດວຽກເອກະສານ, ປະຫຍັດເວລາ, ເພີ່ມປະສິດທິພາບການເຮັດວຽກ, ເພີ່ມຄວາມຖືກຕ້ອງແລະຄວາມໂປ່ງໃສ.
-    ຫັນເປັນສິ່ງທີ່ດີທີ່ສຸດ ດ້ານປະສິດທິພາບຂອງພະນັກງານ
ໜຶ່ງ, ຫຼຸດຜ່ອນວຽກທີ່ມີມູນຄ່າເພີ່ມຂຶ້ນຕໍ່າ, ກັບໄປກັບມາ.ບັນດາລະບົບຊອບແວທີ່ປະສົມປະສານ, ບໍລິການການດູແລລູກຄ້າອອນໄລນ໌, chatbots(ລະບົບສົ່ງຂໍ້ຄວາມ), ... ຊ່ວຍແກ້ໄຂໂດຍສຸມໃສ່ເອກະສານ, ເພີ່ມປະສິດທິພາບ,ປະສິດທິຜົນ. ປະກອບສ່ວນຫຼຸດຜ່ອນແຮງງານ, ຍົກສູງສະມັດຕະພາບແຮງງານ, ຫຼຸດຜ່ອນລາຍຈ່າຍ, ຍົກສູງຄຸນນະພາບການບໍລິການທີ່ສະໜອງໃຫ້.
ສອງ, ຕັດເວລາຕໍ່ວຽກທີ່ມີມູນຄ່າຕ່ຳ, ດັ່ງນັ້ນພະນັກງານມີເວລາເພີ່ມເຕີມຍົກສູງດ້ານວິຊາຊີບ, ວິຊາສະເພາະແລະ ປະຕິບັດວຽກງານທີ່ມີມູນຄ່າສູງໃນການກວດສອບ ແລະ ກວດກາລະບົບ, ຮັບປະກັນສະໜອງການເຮັດທຸລະກິດການບໍລິການໄຟຟ້າຢ່າງມີປະສິດທິຜົນ.
-    ຍົກສູງຄວາມສາມາດໃນການແຂ່ງຂັນ
ບັນດາບໍລິສັດໄຟຟ້າຈັດຕັ້ງຜັນຂະຫຍາຍ, ຍູ້ແຮງການນໍາໃຊ້ພື້ນຖານການບໍລິການອອນໄລນ໌. ສະນັ້ນ, ການພົວພັນກັບລູກຄ້າກາຍເປັນສະດວກ, ວ່ອງໄວ, ແກ້ໄຂບັນຫາໄຟຟ້າໄດ້ຢ່າງທັນການ, ຈໍານວນຄໍາຂັດຂ້ອງ ໄດ້ຮັບການອະທິບາຍ ເພີ່ມຂຶ້ນ ແລະ ມີປະສິດທິພາບຂຶ້ນ.... ຍົກສູງການບໍລິການເບິ່ງແຍງລູກຄ້າ ຄືດັ່ງເຮັດທຸລະກິດ ເອົາທັງປະລິມານ ແລະ ຄຸນນະພາບ.
4. ວິທີການແກ້ໄຂຂອງ Unitel (UnitelSolution) ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນອຸດສາຫະກໍາໄຟຟ້າໃນລາວ
Unitelໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU)ກັບລັດວິາຫະກິດໄຟຟ້າລາວ (EDL) ວ່າດ້ວຍການສືກສາຄວາມເປັນໄປໄດ້ໃນການຮ່ວມທຸລະກິດດ້ານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ.
ອີງຕາມMOU, ພາກສ່ວນຕ່າງໆໄດ້ຄົ້ນຄວ້າ ແລະ ນຳໃຊ້ເຄືອຂ່າຍໃຍແກ້ວນໍາແສງ OPGW ຂອງ EDL ເພື່ອໃຫ້ບໍລິການແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ, ຄ່ຽງຄູ່ກັນກໍຄົ້ນຄວ້າຜະລິດຕະພັນໄອຊີທີ, ສະໜອງການບໍລິການ ການອ່ານມິເຕີຂັ້ນສູງ (AMR)/ການວັດແທກມິເຕີຂັ້ນສູງ (AMI)ແລະ ອິນເຕີເນັດໃຫ້ EDL.
MOUດັ່ງກ່າວ, ຍັງລວມມີການສຶກສາຄວາມເປັນໄປໄດ້ໃນການນຳໃຊ້ໂຄງລ່າງພື້ນຖານຂອງ EDL ເພື່ອສະໜັບສະໜູນການປັບປຸງ ແລະ ຂະຫຍາຍເຄືອຂ່າຍສັນຍານຂອງ Unitelໃນເຂດຕົວເມືອງ.
ສອງຝ່າຍຍັງໄດ້ເຫັນດີນຳໃຊ້ການຊຳລະຄ່າໄຟຟ້າໂດຍຜ່ານການບໍລິການ U-Money, e-wallet, ເປັນແນວຄວາມຄິດທີ່ອຳນວຍຄວາມສະດວກໃຫ້ຜູ້ຊົມໃຊ້ໄຟຟ້າຢູ່ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ.

ສອງຝ່າຍເຫັນດີເປັນເອກະສັນກັນຄົ້ນຄວ້າການແລກປ່ຽນຊັບພະຍາກອນມະນຸດດ້ານວິຊາການຂອງສອງຝ່າຍໃນການຮັກສາ ແລະ ສ້ອມແປງລະບົບໄຟຟ້າ ແລະ ໂທລະຄົມ; ຮ່ວມມືຄົ້ນຄວ້າ ໝູນໃຊ້ເຕັກໂນໂລຊີ  ໃນການສະໜອງບໍລິການຫັນເປັນດິຈີຕອນດ້ານຊອບແວໂລບອສ ທີ່ຮຽນແບບພຶດຕິກຳມະນຸດ (RPA)ແລະ ການປະມວນຜົນແບບຄລາວ (cloud computing digital services cloud), ການທົດສອບເຈາະ (penetration testing), ການຕິດຕາມດັດຊະນີຕົວຊີ້ວັດຄວາມສຳເລັດ(KPI monitoring). ຜ່ານການເຄື່ອນໄຫວໃນກອບMOU, ບັນດາຜູ້ນຳວິສາຫະກິດໃຫ້ຮູ້ວ່າ:ການຮ່ວມມືຂອງສອງປະເທດແມ່ນແນໃສ່ຊຸກຍູ້ການນຳໃຊ້ລະບົບດີຈີຕອນ ແລະ ເຕັກໂນໂລຢີເພື່ອຍົກສູງການຄຸ້ມຄອງ ແລະ ສະໜອງການບໍລິການລູກຄ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ