ຂ່າວລະບຸວ່າ: ໃນເຫດການມີຫຼາຍການເຄື່ອນໄຫວພົບປະແລກປ່ຽນແຂ່ງຂັນກິລາ ແລະ ວັດທະນະທຳທີ່ເຕັມໄປດ້ວຍສີສັນຂອງບັນດາປະເທດ, ຮັດແໜ້ນນ້ຳໃຈສາມັກຄີ ແລະ ຈິດໃຈປະຊາຄົມອາຊຽນ ຢູ່ ນິວຢອກ. ເຫດການວັນຄອບຄົວອາຊຽນ ປີ 2024 ດ້ວຍຄວາມພະຍາຍາມປະສານງານຂອງຄະນະຜູ້ຕາງໜ້າ ລາວ ປະຈຳ ສປຊ ຊຶ່ງເປັນປະເທດປະທານຄະນະກຳມະການອາຊຽນ ປະຈຳ ນິວຢອກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຄວາມປະທັບໃຈ ແລະ ອະນຸສອນທີ່ດີງາມໃນຈິດໃຈຂອງຜູ້ເຂົ້າຮ່ວມ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນການປັບປຸງພາບພົດ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບປະຊາຄົມ ອາຊຽນ “ເປັນເອກະພາບໃນລັກສະນະຫຼາຍຮູບຫຼາຍສີ”.
ອາຊຽນ ເພີ່ມທະວີການຮ່ວມມືຕ້ານອາຊະຍາກຳທາງອິນເຕີເນັດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ຕຸລາ ຜ່ານມາວ່າ: ບັນດາປະເທດອາຊຽນ ພວມຍູ້ແຮງການຮ່ວມມືດ້ານປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ, ການສໍ້ໂກງອອນລາຍ ແລະ ການຄ້າມະນຸດ, ໃນສະພາບການບັນດາເຄືອຂ່າຍອາຊະຍາກຳທີ່ນັບມື້ນັບສວຍໃຊ້ເຕັກໂນໂລຊີເພື່ອເປີດກວ້າງການເຄື່ອນໄຫວຂ້າມຊາຍແດນ.
ຄໍາເຫັນ