ວີແຄຣ໌ ໂສມສະກັດເພື່ອສຸຂະພາບຊ່ວຍບໍາລຸງຮ່າງກາຍ

ວີແຄຣ໌ ໂສມສະກັດເພື່ອສຸຂະພາບຊ່ວຍບໍາລຸງຮ່າງກາຍ

ວີແຄຣ໌ ໂສມສະກັດເພື່ອສຸຂະພາບຊ່ວຍບໍາລຸງຮ່າງກາຍ
ໂສມສະກັດວີແຄຣ໌ (We care)ເປັນຜະລິດຂອງຄົນລາວ ນໍາໃຊ້ວັດຖຸດິບຈາກທຳມະຊາດ ເປັນໂສມສະກັດເພື່ອບໍາລຸງສຸຂະພາບບໍ່ມີສານເຄມີເຈືອປົນ ສະກັດຈາກໂສມທຳມະຊາດແທ້ເໝາະແກ່ການເບິ່ງແຍງສຸຂະພາບຄຶດເຫັນເຊກອງ ຕ້ອງຄຶດເຫັນໂສມດາກຈືງ ຊຶ່ງກາຍເປັນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຂອງສັງຄົມ ແລະ ເປັນໜຶ່ງໃນທ່າແຮງຫຼັກຂອງແຂວງເຊກອງ.
ວແຄຣ ໂສມສະກດເພອສຂະພາບຊວຍບາລງຮາງກາຍ - image 1
 

 

 

ທ່ານນາງ ທິບພະຈັນ ອ່ອນມະນີ ຜູ້ອຳນວຍການໂຮງງານປຸງແຕ່ງໂສມສະກັດວີແຄຣ໌ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 27 ສິງຫາວ່າ: ໂຮງງານປຸງແຕ່ງໂສມສະກັດວີແຄຣ໌ ດຳເນີນທຸລະກິດ SME ຂະໜາດນ້ອຍແບບຄອບຄົວຕັ້ງຢູ່ບ້ານໃໝ່ຫົວເມືອງເມືອງລະມາມແຂວງເຊກອງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2021 ໂດຍໄດ້ມີການຄົ້ນຄວ້າ, ທົດລອງການປຸງແຕ່ງໂສມເປັນເວລາ 2 ປີກວ່າ ແລະ ໄດ້ເຂົ້າຈົດທະບຽນວິສະຫະກິດໃນປີ 2021ໂດຍນໍາໃຊ້ວັດຖຸດິບຫຼັກຈາກໂສມທໍາມະຊາດເມືອງດາກຈຶງ ແຂວງເຊກອງເກືອບ 90% ນໍາມາປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບເພື່ອສ້າງມູນຄ່າເພີ່ມໃຫ້ກັບໂສມທຳມະຊາດໃຫ້ມີລາຄາ ແລະ ມີຄຸນຄ່າປະກອບສ່ວນສ້າງວຽກເຮັດງານທຳແກ້ໄຂຄວາມທຸກຍາກຂອງປະຊາຊົນ,ຊຶ່ງໄດ້ຮັບການຢັ້ງຢືນເປັນສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ໂອດັອບໃນປີ 2022ໂດຍຮັບປະກັນຄຸນນະພາບໄດ້ຕາມມາດຕະຖານຂອງກະຊວງສາທາລະນະສຸກວາງອອກ ແລະ ໄດ້ຮັບ ອຍ ໃນປີ 2023ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ກໍຄືລັດຖະບານເພື່ອຊຸກຍູ້ສົ່ງເສີມການປູກ, ການຜະລິດໃຫ້ກາຍເປັນສິນຄ້າຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ໂສມສະກັດວີແຄຣ໌ ມີສັບພະຄຸນຊ່ວຍຊະລໍຄວາມແກ່, ຢັບຢັ້ງພະຍາດເບົາຫວານ, ຊ່ວຍຜ່ອນຄາຍ, ແກ້ອາການອ່ອນເພຍ, ອາການນອນບໍ່ຫຼັບ, ປັບການໄຫຼວຽນຂອງເລືອດໃຫ້ດີຂຶ້ນ, ບຳລຸງສະໝອງ ເສີມສ້າງຄວາມຈື່ຈຳ, ຊ່ວຍແກ້ອາການເມົາຄ້າງ, ເສີມສ້າງພູມຕ້ານທານໃຫ້ຮ່າງກາຍ, ເພີ່ມສະມັດຖະພາບທາງເພດ ໂດຍມີໂສມສະກັດສູດດັ້ງເດີມ ແລະ ສູດປະສົມນ້ຳເຜິ້ງ, ໂສມແຫ້ງດາກຈືງ ແລະ ຊາສະໝຸນໄພ3ສະຫາຍ(ຫົວສິງໄຄ, ໃບເຕີຍ, ນໍ້າເຜິ້ງ) ໂດຍມີສັບພະຄຸນຊ່ວຍບໍາລຸງຮ່າງກາຍ, ໂສມສະກັດວີແຄຣ໌ ເປັນສິ່ງທີ່ພູມໃຈທີ່ສຸດສິ່ງໜຶ່ງຂອງຄອບຄົວ ກໍຄືແຂວງເຊກອງດ້ວຍແຮງສະໜັບສະໜູນຊຸກຍູ້ຈາກພາກລັດ ຈຶ່ງກາຍເປັນຜະລິດຕະພັນທີ່ສົມບູນແບບພາຍໃຕ້ຍີ່ຫໍ້ ”ວີແຄຣ໌” ເປັນເຈົ້າຂອງໂຮງງານທຳອິດໃນປະເທດລາວທີ່ນຳເອົາ’’ໂສມດາກຈືງ” ທີ່ເປັນວັດຖຸດິບທຳມະຊາດຈາກເມືອງດາກຈືງ ແຂວງເຊກອງຢູ່ທາງພາກໃຕ້ຂອງປະເທດນຳມາແປຮູບໂດຍຄົນລາວແທ້ 100%.

ວແຄຣ ໂສມສະກດເພອສຂະພາບຊວຍບາລງຮາງກາຍ - image 2
 

ທ່ານນາງ ທິບພະຈັນ ອ່ອນມະນີ ກ່າວໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ໄດ້ນໍາເອົາຜະລິດຕະພັນໂສມເຂົ້າຮ່ວມງານວາງສະແດງຢູ່ປັກກິ່ງ ສປຈີນ ແລະ ປະເທດໄທ, ປັດຈຸບັນໄດ້ວາງຈຳໜ່າຍທັງພາຍໃນ ແລະ ສົ່ງອອກໄປ ສສ.ຫວຽດນາມ, ໄທ ແລະ ມີຕົວແທນຈຳນວນໜຶ່ງ, ຊຶ່ງຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດແມ່ນໂສມສະກັດວີແຄຣ໌ສູດດັ້ງເດີມຫຼືເອີ້ນວ່າໂສມກ່ອງແດງ ລາຄາເລີ່ມຕົ້ນ 50 ກຣາມ 270,000 ກີບ, ສ່ວນ 100 ກຣາມ ແມ່ນ 450,000 ກີບ.ໃນອະນາຄົດທາງໂຮງງານຈະມີການສົ່ງເສີມໃຫ້ປະຊາຊົນຫັນມາປູກໂສມແທນການປູກມັນໃຫ້ຫຼາຍຂຶ້ນຊຶ່ງເຮັດໃຫ້ມີລາຄາສູງ, ໂສມ 1 ກິລາ ລາຄາ 180,000 ກີບເພື່ອເປັນທ່າແຮງໃຫ້ແຂວງພ້ອມທັງສ້າງລາຍຮັບໃຫ້ກັບຄອບຄົວ, ຖ້າທ່ານໃດມີຄວາມສົນໃຈສາມາດເຂົ້າໄປສອບຖາມໄດ້ທີ່ເຟສບຸດ ໂສມສະກັດວີແຄຣ໌ໄດ້.

ວແຄຣ ໂສມສະກດເພອສຂະພາບຊວຍບາລງຮາງກາຍ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ, ວາງສະແດງຮູບພາບ ແລະ ວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ພະຈິກ 2025 ທີ່ເດີນພະທາດຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ໃນວັນທີ 29 ຕຸລາຜ່ານມາຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ ຄັ້ງທີ VIII ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ທະນົງສັກ ພົມມະທັດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ.
ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 29 ຕຸລາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການໆເງິນເມືອງສີງ ແຂວງຫຼວງນໍ້າທາ ໄດ້ປິດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ ຢູ່ພາຍໃນເມືອງສີງ ເພື່ອກະກຽມໃສ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີV2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍໍາກ້ຽງ ແກ້ວປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ.
ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພື່ອເປັນການເສີມຂະຫຍາຍ ວຽກງານຄວາມປອດໄພທາງຫຼວງ ແລະ ຫຼຸດຜ່ອນອັດຕາການເກີດອຸບັດເຫດ, ທີມງານໂຄງການຄວາມປອດໄພທາງຫຼວງ, ຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ພະແນກຈະລາຈອນແຂວງອຸດົມໄຊ ໄດ້ສືບຕໍ່ລົງໂຄສະນາ ປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ຢູ່ໂຮງຮຽນ ມສ ຫົວນ້ຳງາ (ບ້ານຫຼັກ 32) ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 30 ຕຸລາ ນີ້, ນຳພາທີມງານໂດຍ ທ່ານ ຄຳເພົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ.
ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ປັດຈຸບັນ, ໄດ້ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມນະໂຍບາຍຂອງພັກ ແລະລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງທ່ານ ວົງວິໄລ ພະສຸວໍ ຫຼື ເປົາຈະເລີນຊັບ ເຈົ້າຂອງບໍລິສັດ ເປົາຈະເລີນຊັບຮັບເໝົາກໍ່ສ້າງຂົວທາງ, ເຄຫະສະຖານຈຳກັດຜູ້ດຽວ ທີ່ນອກຈາກເຮັດທຸລະກິດແລ້ວ, ຍັງໄດ້ນຳພາຄອບຄົວ ເຮັດກະສິກຳແບບປະສົມປະສານ ໂດຍການພັດທະນາພື້ນທີ່ແຫ້ງແລ້ງ ໃຫ້ກາຍເປັນພື້ນທີ່ທີ່ອຸດົມສົມບູນ.
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ II ຢູ່ຈຸດແຂວງຄໍາມ່ວນ ຈັດໃນຂຶ້ນວັນທີ 30 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນກໍາມະການກົມການເມືອງສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ເຂົ້າຮ່ວມ.
ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ວັນທີ 29 ຕຸລາຜ່ານມານີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສຸນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງແຂວງເຊກອງ ຢູ່ທີ່ສະໂມສອນຂອງແຂວງ ໂດຍມີທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແລະພະນັກງານກວດກາທົ່ວແຂວງ ເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ