ໄຊຍະບູລີ ຈັດພິທີຈູດທຳລາຍຢາເສບຕິດ

ໄຊຍະບູລີ ຈັດພິທີຈູດທຳລາຍຢາເສບຕິດ

ໄຊຍະບູລີ ຈັດພິທີຈູດທຳລາຍຢາເສບຕິດ
ພິທີທຳລາຍຢາເສບຕິດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມິຖຸນານີ້ ຢູ່ທີເດີ່ນສະໜາມຫຼວງຂອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊຍະບລ ຈດພທຈດທຳລາຍຢາເສບຕດ - image 1
 

ທ່ານ ເພັດພິໄຊ ສູນວິໄລ ໄດ້ກ່າວວ່າ: ປີຜ່ານມາ, ອົງການປົກຄອງແຂວງໄຊຍະບູລີ ກໍຄືກໍາລັງປ້ອງກັນຄວາມສະຫງົບແຂວງ-ເມືອງ, ການຈັດຕັ້ງທຸກຂັ້ນໄດ້ຖືເອົາການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດໜື່ງທີ່ສໍາຄັນ ໂດຍໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວ. ການລົງໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ມະຕິ, ຄໍາສັ່ງ ຂອງພັກ-ລັດກຽ່ວກັບບັນຫາຢາເສບຕິດ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມ ໃຫ້ປະຊາຊົນບັນດາເຜົ່າ, ເປົ້າໝາຍທີ່ມີຄວາມສ່ຽງຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດໄດ້ 254 ຄັ້ງ, ມີຜູ້ເຂົ້າຮ່ວມ 31.522 ຄົນ ຍິງ 14.595 ຄົນ, ໄດ້ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາໃຫ້ປອດຢາເສບຕິດ ທົ່ວແຂວງມີໂຮງຮຽນປອດຢາເສບຕິດ 88 ແຫ່ງ, ບ້ານປອດຢາເສບຕິດ 258 ບ້ານ, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ໃນໂຄງການປູກພືດທົດແທນການປູກຝິ່ນ, ໄດ້ຮັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ເຂົ້າບໍາບັດ, ປິ່ນປົວຢູ່ບັນດາສູນ, ໂຮງໝໍຊຸມຊົນ ແລະ ຄ້າຍດັດສ້າງບັນດາເມືອງ ຈໍານວນ 396 ຄົນ ຍິງ 7 ຄົນ, ບໍາບັດປິ່ນປົວດີສົ່ງໃຫ້ຄອບຄົວສືບຕໍ່ສຶກສາອົບຮົມ 220 ຄົນ ຍິງ 7 ຄົນ, ພວມສືບຕໍ່ບໍາບັດ, ປີ່ນປົວ 176 ຄົນ. ປະຕິບັດມາດຕະການ ດ້ານກົດໝາຍຕໍ່ຜູ້ກະທໍາຜິດໃນການຄ້າ-ຂາຍ, ຂົນສົ່ງຢາເສບຕິດໃນປີ 2024 ທົ່ວແຂວງສາມາດມ້າງລາຍຄະດີໄດ້ 211 ເລື່ອງ, ມີຜູ້ຖືກຫາ 268 ຄົນ ຍິງ 28 ຄົນ, ຍຶດຢາເສບຕິດປະເພດຢາບ້າໄດ້ 142,971 ເມັດ, ຢາໄອ໌ 1,182 ກິໂລກຼາມ. ໃນປີ 2024 ສານປະຊາຊົນແຂວງຕັດສິນຄະດີຢາເສບຕິດໃຊ້ໄດ້ຢ່າງເດັດຂາດ ມີ 154 ເລື່ອງ, ມີນັກໂທດ 205 ຄົນ ຍິງ 21 ຄົນ. ຢາເສບຕິດປະເພດຕ່າງໆ ທີ່ສານຕັດສິນແລ້ວມີ ຢາບ້າ 1,321,664 ເມັດ, ນໍ້າໜັກ 142.511 ກຼາມ, ຢາເຄຕາມີນ 3 ກຼາມ. ໃນພິທີໄດ້ພ້ອມກັນຈູດທຳລາຍຢາເສບຕິດຕື່ມອີກ.

(ຂ່າວ+ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພາກສ່ວນຕ່າງໆພາຍໃນແຂວງຄໍາມ່ວນຮ່ວມບໍລິຈາກເລືອດ

ພາກສ່ວນຕ່າງໆພາຍໃນແຂວງຄໍາມ່ວນຮ່ວມບໍລິຈາກເລືອດ

ຂະບວນການບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ. ສະເພາະຢູ່ແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດຜ່ານມານີ້ ທີ່ີສະໂມສອນຂອງແຂວງ (ຫຼັກ 4) ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີອົງການກາແດງແຂວງ,ບັນດາຕາງໜ້າກໍາລັງ ປກຊ-ປກສ, ຕາງໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ 100 ກວ່າຄົນ .
ເມືອງເງິນໄດ້ຖືກຜົນກະທົບໄພທໍາມະຊາດຢ່າງໜັກ

ເມືອງເງິນໄດ້ຖືກຜົນກະທົບໄພທໍາມະຊາດຢ່າງໜັກ

ໃນຄືນວັນທີ 16-17 ກໍລະກົດ 2025 ນີ້ ຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ, ເຮັດໃຫ້ມີນໍ້າປາໄຫຼຊຸ ເຂົ້າບ້ານເຮືອນປະຊາຊົນ ເຂດບ້ານທອງ, ບ້ານໂຮມໄຊ, ບ້ານປາກແຄນ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກທີ 2 WU ຖືກຕັດຂາດລະຫວ່າງເມືອງເງິນ-ເມືອງປາກແບງ ແຂວງອຸດົມໄຊ ປັດຈຸບັນບໍ່ສາມາດສັນຈອນໄປມາຫາສູ່ກັນໄດ້.
ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍໃຫ້ ການຕ້ອນຮັບຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຄຳມ່ວນ, ມີຄະນະປະຈຳພັກແຂວງ, ຜູ້ຊີ້ນຳການປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເນື້ອທີ່ນາປີຂອງແຂວງຄໍາມ່ວນຖືກເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ82 ເຮັກຕາ

ເນື້ອທີ່ນາປີຂອງແຂວງຄໍາມ່ວນຖືກເສຍຫາຍຈາກນໍ້າຖ້ວມ ແລະ ສັດຕູພືດ82 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນໃຫ້ຮູ້ວ່າ: ພາຍຫຼັງທີ່ແຂວງຄໍາມ່ວນໄດ້ເກີດມີສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ແລະ ກະຈາຍໄປທົ່ວທຸກເມືອງຂອງແຂວງສົ່ງຜົນເຮັດໃຫ້ມີນໍ້າຖ້ວມຂັງພ້ອມທັງໄຫຼເຂົ້າສູ່ພື້ນທີ່ການຜະລິດຂອງປະຊາຊົນໃນລະຫວ່າງວັນທີ 1-16 ກໍລະກົດ 2025ຜ່ານມາ. ທາງຂະແໜງປູກຝັງກໍໄດ້ມີການຕິດຕາມເກັບກໍາຂໍ້ມູນເນື້ອທີ່ນາປີ ແລະ ພືດລະດູຝົນທີ່ໄດ້ຮັບຜົນກະທົບຈາກການທໍາລາຍຂອງສັດຕູພືດ (ບົ້ງ) ແລະ ນໍ້າຖ້ວມ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍໃຫ້ ການຕ້ອນຮັບຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຄຳມ່ວນ, ມີຄະນະປະຈຳພັກແຂວງ, ຜູ້ຊີ້ນຳການປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ຮ່ວມກັບ ຄະນະພັກ-ອົງການປົກຄອງເມືອງລະມາມ ຈັດພິທີປ່ອຍປາ 10 ພັນໂຕ ຄືນສູ່ທໍາມະຊາດ ເພື່ອສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (13 ກໍລະກົດ) ຂຶ້ນໃນວັນທີ 17 ກໍລະກົດນີ້ທີ່ວັງສະຫງວນວັງຊ້າງຕົກ ບ້ານເພຍໃໝ່ ເມືອງລະມາມ ໂດຍການເຂົ້າຮ່ວມ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງ

ເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງ

ວັນທີ​ 16​ ກໍລະກົດ​ຜ່ານມາ, ໄດ້ຈັດພິທີເຊັນສັນຍາສໍາປະທານ​ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນເນື້ອທີ່ 50.4 ເຮັກຕາ ຢູ່ບ້ານໜອງ ເມືອງປາກຊ່ອງ ແຂວງຈຳປາສັກ ຂອງບໍລິສັດ ກະສິກຳ ລາວ​ - ຫວຽດ ຈຳກັດຜູ້ດຽວ, ຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ໂດຍການເຂົ້າຮ່ວມຂອງ​ ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງ​ຈໍາປາສັກ​.​
ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ

ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ມອບເງິນສະໜັບສະໜູນ ຈຳນວນ 100 ລ້ານກີບ ໃຫ້ແກ່ນັກເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 13 ປີ ຂອງສະໂມສອນ ດັບເບິນຢູໄອຈີ ນາຄາ (WIG NAGA) ເຈົ້າຂອງແຊັມລາຍການ ໄອເບີ ຄັບ 2025 ເພື່ອເປັນຂວັນກຳລັງໃຈໃຫ້ນັກກິລາ ສືບຕໍ່ພັດທະນາຄວາມສາມາດຂອງຕົນເອງ ໃຫ້ມີທ່າກ້າວທີ່ພົ້ນເດັ່ນກວ່າເກົ່າ ສາມາດຮັກສາມູນເຊື້ອເຂົ້າຮ່ວມແຂ່ງຂັນຍາດໄດ້ໄຊຊະນະ ຊຶ່ງນັກກິລາ ດັບເບິນຢູໄອຈີ ນາຄາ ມີເປົ້າໝາຍຈະເຂົ້າຮ່ວມແຂ່ງຂັນລາຍການຕ່າງໆລະດັບສາກົນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 -ກໍລະກົດ 2025) ໃນວັນທີ 17 ກໍລະກົດ ນີ້ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ໃບຄູນ ສົມບັດດວງ ຄະນະພັກ ຫ້ອງວ່າການສູນກາງພັກ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ສິນທະມາລາ ລານະວັນ ຄະນະພັກ ຄະນະບໍລິຫານງານ ຫົວໜ້າກົມໂຄສະນາ-ວັດທະນະທໍາ ຂອງສູນກາງສະຫະພັນແມ່ຍິງລາວ;​ ພ້ອມດ້ວຍ​ຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມຮັບຟັງ
ການແຂ່ງຂັນກິລາເປຕັງ ທົ່ວປະເທດຊີງຂັນແນວລາວສ້າງຊາດ

ການແຂ່ງຂັນກິລາເປຕັງ ທົ່ວປະເທດຊີງຂັນແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດຮ່ວມກັບສະຫະພັນເປຕັງແຫ່ງຊາດລາວ ໄດ້ເປີດການແຂ່ງຂັນກິລາເປຕັງຊີງຂັນແນວລາວສ້າງຊາດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຂຶ້ນໃນວັນທີ 16 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາການນໍາພັກ-ລັດ, ຄະນະນໍາ ຄູຝຶກ ແລະ ນັກກິລາ ຈາກບັນດາແຂວງ, ນະຄອນຫຼວງ, ກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມ.
ເພີ່ມເຕີມ