ໃນວັນທີ 26 ກັນຍາຜ່ານມາທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມຕິດຕາມກວດກາປະເມີນການຈັດຕັ້ັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ)ຈຳນວນ 3 ສະບັບໂດຍການເປັນປະທານຂອງທ່ານ ເສນ ພັນລັກ ປະທານກວດກາພັກ ປະທານອົງການກວດກາລັດເມືອງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັທ ບຸນທະວີ ຜານະວັນ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງໄດ້ໃຫ້ກຽດຂຶ້ນເຜີຍແຜ່ຮ່າງບົດລາຍງານການປະເມີນ ການຈັດຕັ້ັ້ງປະຕິບັດກົດໝາຍວ່າດ້ວຍການປ້ອງກັນຊາດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ. ຈາກນັ້ນ, ທ່ານ ພັທ ພອນສະຫວັດ ພະໄຊສົມບັດ ຫົວໜ້າກອງບັນຊາການປກສ ເມືອງ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມເປັນມາຂອງກົດໝາຍ,ການປັບປຸງແຕ່ລະຄັ້ງ, ກົດໝາຍທີ່ນຳໃຊ້ໃນປັດຈຸບັນ,ການໂຄສະນາເຜີຍແຜ່, ການຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ, ຕີລາຄາການຈັດຕັ້ງປະຕິບັດຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ-ດ້ານອ່ອນ, ທິດທາງວິທີການແກ້ໄຂໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ຈັດຂຶ້ນແນໃສ່ຕິດຕາມກວດກາປະເມີນການຈັດຕັ້ັ້ງ ປະຕິບັດກົດໝາຍໃຫ້ມີຄວາມສົມບູນ, ຈະແຈ້ງ,ຮັດກຸມ, ຄົບຖ້ວນ ບໍ່ໃຫ້ມີຊ່ອງວ່າງເປັນສາເຫດໃຫ້ມີການຕີຄວາມໝາຍໄດ້ຫຼາຍແງ່.
ຂ່າວ-ພາບ: ສົມພົງ ສີສະຫັວດ

ຄໍາເຫັນ