ໄຊຍະບູລີສືບຕໍ່ສ້າງ-ປັບປຸງກຸ່ມຜະລິດກະສິກໍາ

ໄຊຍະບູລີສືບຕໍ່ສ້າງ-ປັບປຸງກຸ່ມຜະລິດກະສິກໍາໃຫ້ຍືນຍົງ

ໄຊຍະບູລີສືບຕໍ່ສ້າງ-ປັບປຸງກຸ່ມຜະລິດກະສິກໍາໃຫ້ຍືນຍົງ
(ໂດຍ: ຕະວິນຍານ) ແຂວງໄຊຍະບູລີຖືສໍາຄັນ ແລະ ເຫັນທ່າແຮງບົ່ມຊ້ອນຂອງຊາວກະສິກອນໃນການຜະລິດກະສິກໍາເປັນສິນຄ້າສົ່ງອອກ.ໃນໄລຍະຜ່ານມາ,ເຖິງວ່າຊາວກະສິກອນຜະລິດພືດກະສິກໍາສົ່ງອອກໄດ້ ແຕ່ມີລັກສະນະກະແຈກກະຈາຍ,ເ

 

ຮັດພໍໃຜພໍລາວ,ການຜະລິດບໍ່ມີຈຸດສຸມ,ຜະລິດໄດ້ໜ້ອຍ ແລະ ພົບບັນຫາອື່ນໆອີກ.

ເພື່ອເຮັດໃຫ້ການຜະລິດກະສິກໍາຂອງປະຊາຊົນມີຈຸດສຸມ,ໂດຍອີງໃສ່ມູນເຊື້ອ,ສະພາບຈຸດພິເສດ,ສະພາບແວດລ້ອມ,ເງື່ອນໄຂຂອງຊາວກະສິກອນຢູ່ແຕ່ລະເມືອງ ແລະ ຄວາມຕ້ອງການຂອງຕະຫຼາດ ພະແນກກະສິກໍາແຂວງໄຊຍະບູລີ ຈຶ່ງໄດ້ຈັດຕັ້ງກຸ່ມຜະລິດກະສິກໍາ ໂດຍເລັ່ງໃສ່ເຂດທີ່ມີເງື່ອນໄຂຕິດພັນກັບໂຄງການ.

ໃນໄລຍະຜ່ານມາ ຈົນມາຮອດປັດຈຸບັນ,ແຂວງໄຊຍະບູລີ ສາມາດສ້າງ ແລະ ປັບປຸງກຸ່ມຜະລິດກະສິກໍາໄດ້ທັງໝົດ 395 ກຸ່ມ, ສະເພາະປີ 2024 ສ້າງຕັ້ງໄດ້ 2 ກຸ່ມຄື:ກຸ່ມປູກພືດມູນຄ່າສູງຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດນ້ຳພຽງ ເບີ 1 ແລະ ນໍ້າພຽງເບີ 2 ບ້ານໂພນຫີນ ໃນນີ້,ມີກຸ່ມປູກ 209ກຸ່ມ, ກຸ່ມລ້ຽງສັດມີ 91 ກຸ່ມ, ກຸ່ມປຸງແຕ່ງມີ 1 ກຸ່ມ ແລະ ກຸ່ມນຳໃຊ້ນໍ້າຊົນລະປະທານ 93 ກຸ່ມ. ສ້າງຄອບຄົວຕົວແບບດ້ານກະສິກໍາໄດ້ 167 ບ້ານ, ມີ247 ຄອບຄົວ, ໃນນັ້ນ: ມີຕົວແບບດ້ານການລ້ຽງສັດ99 ຄອບຄົວ, ຕົວແບບດ້ານການປູກຝັງ 148 ຄອບຄົວແລະຟາມແບບຢ່າງກະສິກໍາມີ30 ຟາມ;ສ້າງວິຊາການບ້ານດ້ານກະສິກໍາໄດ້ 282 ບ້ານ, ມີ 1.280 ຄົນ, ລ້ຽງສັດ-ສັດຕະວະແພດ 338 ຄົນ, ປູກຝັງ 224 ຄົນ, ຊົນລະປະທານ 182 ຄົນ ແລະ ປ່າໄມ້ 419 ຄົນ.

ໄປຄຽງຄູ່ກັນນັ້ນ,ແຂວງຍັງໄດ້ຈັດກອງປະຊຸມບ້ານແບບຢ່າງກະສິກໍາ 6 ເດືອນຕົ້ນປີ 2024 ເພື່ອຖອດຖອນບົດຮຽນ ແລະ ປັບປຸງຂໍ້ຄົງຄ້າງຕ່າງໆ,ປັບປຸງບົດແນະນໍາສະບັບເລກທີ 333 ກ່ຽວກັບການສ້າງບ້ານແບບຢ່າງກະສິກໍາ,ສ້າງແຜນວຽກຈຸດສຸມເພື່ອສຸມໃສ່ປະຕິບັດມາດຖານທີ່ຍັງບໍ່ຜ່ານ,ສ້າງເງື່ອນໄຂໃຫ້ຄົບຕາມມາດຕະຖານຂອງບ້ານແບບຢ່າງເພື່ອສະເໜີຮັບຮອງຕາມຂັ້ນຕອນ,ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ.ປັດຈຸບັນ,ບາງເມືອງຍັງຢູ່ໃນຂະບວນການເຜີຍແຜ່ເຊື່ອມຊຶມເອກະສານຢູ່ບ້ານເປົ້າໝາຍ,ສ້າງຂໍ້ແຂ່ງຂັນຄອບຄົວຕົວແບບກະສິກໍາ,ບາງເມືອງພວມຈັດຕັ້ງປະຕິບັດກິດຈະກໍາຂໍ້ແຂ່ງຂັນຄອບຄົວຕົວແບບ.

ໃນເວລາດຽວກັນ,ພະແນກກະສິກໍາແຂວງ ຍັງລົງຕິດຕາມການສ້າງເຮືອນຮົ່ມຈໍານວນ 35 ຫຼັງ,ຢູ່ 4 ບ້ານ ຄື: ບ້ານນາຊິງ,ນາຕານ,ນາໂສມ ແລະ ໜອງບົວຊາຍຂຶ້ນກັບເມືອງພຽງ,ມີເນື້ອທີ່ 1,728 ຕາແມັດ,ທຽບໃສ່ແຜນປະຕິບັດໄດ້ 100%;ລົງຊຸກຍູ້ການສ້ອມແປງເຮືອນຮົ່ມ (ຕິດຕັ້ງເສົາ, ໂຄງເຮືອນ ແລະ ຫຼັງຄາ) ຢູ່ກອງພັນ 609 ໄດ້ຈໍານວນ 12 ຫຼັງ ທຽບໃສ່ແຜນການປະຕິບັດໄດ້ 100%,ຕິດຕາມການປຸກສ້າງ-ສ້ອມແປງເຮືອນຮົ່ມຢູ່ຄຸມຂັງແຂວງ ຈໍານວນ 20 ຫຼັງ ໃນນີ້ໄດ້ມຸງສໍາເລັດ 8 ຫຼັງ,ຊຸກຍູ້ການປຸກສ້າງເຮືອນຮົ່ມຢູ່ໂຮງຮຽນພັດທະນາພົນລະເມືອງດີດອນຫຼຶງເມືອງປາກລາຍມີຈໍານວນ 6 ຫຼັງສໍາເລັດແລ້ວ 1 ຫຼັງ.ສໍາເລັດການສ້າງເຮືອນຮົ່ມທົດລອງປູກຜັກ (Hydroponic) 1 ຫຼັງ, ກ້າເບ້ຍຜັກໄດ້ທັງໝົດ 13,076ເບ້ຍ ໃນນັ້ນ, ຜັກສະລັດ 6,479 ເບ້ຍ, ຜັກຊານາລີ 4.669 ເບ້ຍ,ຜັກຕັງໂອ 1.044 ເບ້ຍ ແລະ ຜັກກາດນາ 864 ເບ້ຍ ທຽບໃສ່ແຜນການປະຕິບັດໄດ້ 123% (ລື່ນຄາດໝາຍ 23%); ປູກຜັກໄຮໂດຣໂປນິກ (Hydroponic) ໄດ້ 10,782ຕົ້ນ, ໃນນັ້ນ: ສະລັດ 6,596ຕົ້ນ, ຜັກຊານາລີ 3,521.00 ສຸມ, ຜັກກາດນາ 400 ຕົ້ນ ແລະ ຜັກຕັງໂອ 265 ຕົົ້ນ ທຽບໃສ່ແຜນປະຕິບັດໄດ້ 139% (ລື່ນຄາດໝາຍ 39%);ເກັບຜົນຜະລິດຜັກທົດລອງໄດ້ ຈໍານວນ 329 ກິໂລ, ໃນນີ້,ມີຜັກສະລັດ 249 ກິໂລ ແລະ ຜັກຊານາລີ 80 ກິໂລ.

ເຖິງແນວໃດກໍຕາມ,ໃນປີ 2024 ຜ່ານມາ,ແຂວງໄດ້ວາງຄາດໝາຍສ້າງບ້ານແບບຢ່າງດ້ານກະສິກໍາ ແລະ ປ່າໄມ້ ໃຫ້ໄດ້ 20 ບ້ານ,ຜ່ານການປະເມີນບ້ານເປົ້າໝາຍແບບຢ່າງກະສິກໍາ ແລະ ປ່າໄມ້ ຈໍານວນ 29 ບ້ານພາຍໃນແຂວງ ແມ່ນຍັງບໍ່ທັນຜ່ານ 10 ມາດຖານ 24 ຕົວຊີ້ບອກຊຶ່ງເຫັນໄດ້ວ່າ ມາດຖານທີ່ຍັງບໍ່ບັນລຸລວມມີ 7 ມາດຖານ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ