ຊາວບ້ານນໍ້າໂມ້ ມີລາຍຮັບຫມັ້ນຄົງຈາກການເຂົ້າຮ່ວມໂຄງການຂອງ ພູເບ້ຍ ມາຍນິງ

ຊາວບ້ານນໍ້າໂມ້ ມີລາຍຮັບຫມັ້ນຄົງຈາກການເຂົ້າຮ່ວມໂຄງການຂອງ ພູເບ້ຍ ມາຍນິງ
ໂດຍ: ສ.ບຸດປະຊາ
    ບ້ານນໍ້າໂມ້ ເມືອງອານຸວົງ ແຂວງໄຊສົມບູນ ເປັນ 1 ໃນຈໍານວນ 8 ບ້ານ ຂອງເມືອງອານຸວົງທີ່ນອນຢູ່ໃນຂົງເຂດຂອງການຊ່ວຍຊຸກຍູ້ສົ່ງເສີມດ້ານການຜະລິດກະສິກຳ ແລະ ຊີວິດການເປັນຢູ່ຍືນຍົງ ຂອງບໍລິສັດ ພູເບ້ຍ ມາຍນິງ ຊຶ່ງໂຄງການນີ້ມີຊື່ວ່າ “ໂຄງການປັບປຸງຊີວິດການເປັນຢູ່ ແບບຍືນຍົງ”ຫຼື (SLP) ທີ່ໄດ້ເລີ່ມມາແຕ່ປີ 2008 ແລະ ມາຮອດປັດຈຸບັນ ກໍໄດ້ສ້າງອາຊີບ, ສ້າງລາຍຮັບ ໃຫ້ຄອບຄົວຂອງປະຊາຊົນ ທີ່ເຂົ້າຮ່ວມໂຄງການ ໄດ້ມີລາຍຮັບທີ່ໝັ້ນຄົງ ມີຄວາມຍືນຍົງໃນອານາຄົດ. ດັ່ງຄອບຄົວຂອງ ທ່ານ ບົວເກດ ແກ້ວສິວົງພັນ ແລະ ຄອບຄົວຂອງ ທ່ານ ນາງ ປ້ອມ ຈັນທະລາທີ່ເຂົ້າຮ່ວມໂຄງການດັ່ງກ່າວ.
    ທ່ານ ອຸດົມໄຊ ທໍາມະວົງ ຫົວໜ້າສູນບໍລິການເຕັກນິກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ໃນນາມຜູ້ປະສານງານໂຄງການ ໄດ້ກ່າວວ່າ: ບ້ານນໍ້າໂມ້ ມີປະຊາຊົນເຂົ້າຮ່ວມໂຄງການນີ້ 67 ຄອບຄົວ, ໃນນີ້ມີ 22 ຄອບຄົວ ທີ່ໄດ້ຮັບຄັດເລືອກໃນການສົ່ງເສີມປູກຜັກເຮືອນຮົ່ມ. ປັດຈຸບັນ, ປະຊາຊົນບ້ານນໍ້າໂມ້ ກໍຄືຄອບຄົວຜູ້ເຂົ້າຮ່ວມໂຄງການ ກຳລັງໄດ້ຮັບການສະໜັບສະໜູນ ໃນການສ້າງເຮືອນຮົ່ມ ທີ່ແໜ້ນໜາ-ຖາວອນ ຈໍານວນ 30 ກວ່າຫຼັງ ຜ່ານຮູບແບບທຶນສົມທົບ ເພື່ອໃຫ້ເກີດມີສ່ວນຮ່ວມຢ່າງແທ້ຈິງ ແລະ ເຮັດແທ້ທໍາຈິງ ກັບການຮ່ວມໂຄງການ ໂດຍສະເພາະບໍລິສັດໄດ້ສະໜອງ ຜ້າຢາງ, ຜ້າກັນແສງ, ສະໜອງດ້ານເຕັກນິກ-ວິຊາການຕ່າງໆ ເປັນຕົ້ນ ເຕັກນິກການປູກພືດຜັກໃນເຮືອນຮົ່ມ, ການເຮັດຝຸ່ນໝັກ, ການປ້ອງກັນພະຍາດແມງໄມ້ໃຫ້ປະຊາຊົນທີ່ຮ່ວມໂຄງການຢ່າງເປັນປົກກະຕິ ເພື່ອສ້າງເປັນຄອບຄົວຕົວແບບ ສ້າງຄວາມຍືນຍົງພາຍຫຼັງທີ່ ພູເບ້ຍ ມາຍນິງ ທະຍອຍປິດບໍ່, ທັງນີ້ ກໍເພື່ອໃຫ້ປະຊາຊົນໄດ້ມີລາຍຮັບທີ່ໝັ້ນຄົງ ໃນການຂາຍພືດຜັກ ທີ່ໂຄງການໄດ້ຊຸກຍູ້ສົ່ງເສີມ. ຂະນະທີ່, ການຕິດຕາມຊຸກຍູ້ ກໍແມ່ນໄດ້ລົງພື້ນທີ່ເປັນປົກກະຕິ ໃນແຕ່ລະບ້ານທີ່ຮ່ວມໂຄງການ ບໍ່ຫຼຸດເດືອນລະ 2 ຄັ້ງ ບາງບ້ານກໍຫຼາຍກວ່ານັ້ນ ຖ້າມີຄວາມຈໍາເປັນ. ສ່ວນດ້ານລາຍຮັບ, ສຳລັບຄອບຄົວທີ່ເຮັດແທ້ທໍາຈິງ ກໍມີລາຍຮັບທີ່ໝັ້ນຄົງ ໂດຍສະເລ່ຍແລ້ວ ບາງຄອບຄົວ ໄດ້ 2-3 ລ້ານກີບ/ເດືອນ, ບາງຄອບຄົວໄດ້ຫຼາຍກວ່າ 5 ລ້ານກີບ/ເດືອນ ແລະ ມີບາງເດືອນທີ່ໄດ້ຫຼາຍກວ່ານັ້ນ.
    ທ່ານ ບົວເກດ ແກ້ວສິວົງພັນ ປະຊາຊົນບ້ານນໍ້າໂມ້ ໄດ້ກ່າວວ່າ: ຄອບຄົວຂອງຕົນໄດ້ເຂົ້າຮ່ວມໂຄງການນີ້ມາແຕ່ປີ 2009 ໂດຍເປັນການຊຸກຍູ້ຂອງບໍລິສັດ ພູເບ້ຍ ມາຍນິງ ຮ່ວມກັບທຶນສົມທົບຫຼັກທີ່ຄອບຄົວຕົນເອງລົງມືເຮັດ ຊຶ່ງບໍລິສັດໄດ້ສະໜອງດ້ານເຕັກນິກ-ວິຊາການຕ່າງໆ ແລະ ມີອຸປະກອນ ເປັນຕົ້ນການສ້າງເຮືອນຮົ່ມ ກໍໄດ້ຮັບເຕັກນິກ-ວິຊາການ, ໄດ້ຮັບຜ້າຢາງ, ຜ້າບັງແສງ, ໄດ້ຮັບກາເບື້ອງ 40 ແຜ່ນ ໃນການເຮັດຄອກລ້ຽງສັດ. ສະເພາະດ້ານການປູກຝັງ ແມ່ນໄດ້ປູກຜັກກາດຂາວ, ຜັກກາດຊອມ, ຫອມປ້ອມ, .... ຊຶ່ງຕະຫຼາດຫຼັກແມ່ນສະຫນອງໃຫ້ແກ່ພູເບ້ຍ ແລະ ຍັງໄປຂາຍຢູ່ຕະຫຼາດທົ່ວໄປ ພ້ອມທັງຂາຍໃຫ້ຊາວບ້ານ ແລະ ບ້ານອ້ອມຂ້າງທີ່ມາຊື້. ປັດຈຸບັນ ມີລາຍຮັບຕໍ່າສຸດແມ່ນ 5 ແສນກີບ/ອາທິດ,  ບາງອາທິດກໍຫຼາຍກວ່ານັ້ນ, ສະເລ່ຍແລ້ວ ລາຍຮັບບໍ່ຫຼຸດ 2 ລ້ານກີບ/ເດືອນ. ນັບແຕ່ຮ່ວມໂຄງການມາ, ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.
ທ່ານ ບົວເກດ ແກ້ວສິວົງພັນ ກ່າວອີກວ່າ: ຜ່ານມາຍັງເຮັດເປັນປະຖົມປະຖານ ຍັງບໍ່ທັນຮູ້ດ້ານເຕັກນິກ ພາຍຫຼັງຮ່ວມໂຄງການນີ້ ມີພະນັກງານມາສົ່ງເສີມແນະນໍາຫຼາຍຢ່າງ ທັງວິທີເຮັດຝຸ່ນ ແລະ ອື່ນໆ ເພື່ອເຮັດກະສິກຳສະອາດ, ບໍ່ໃສ່ປຸ໋ຍ, ບໍ່ໃຊ້ຢາຂ້າຫຍ້າ.... ປັດຈຸັນກໍຢາກສະເໜີໃຫ້ຊ່ວຍຕື່ມ ໂດຍເພີ່ມການຊ່ວຍເຫຼືອດ້ານເຮືອນຮົ່ມທີ່ຢາກເຮັດເປັນໂຄງເຫຼັກ ລວມເຖິງລະບົບນໍ້າ ຖເຫາກຂະຫຍາຍເນື້ອທີ່ການຜະລິດອອກຕື່ມອາດບໍ່ພຽງພໍຊຶ່ງປັດຈຸບັນກຳລັງປູກພືດໃນເນື້ອທີ່ພຽງ 4 ໄລ່, ໃນຂະນະທີ່ເນື້ອທີ່ດິນຂອງຕົນເອງມີຫຼາຍກວ່າ 2 ເຮັກຕາຈຶ່ງຢາກຂະຫຍາຍເນື້ອທີ່ເພີ່ມຂຶ້ນອີກແຕ່ກັງວົນເລື່ອງນ້ຳອາດບໍ່ພຽງພໍ.
    ຂະນະທີ່, ທ່ານ ນາງ ປ້ອມ ຈັນທະລາ ປະຊາຊົນບ້ານນໍ້າໂມ້ ກ່າວໃຫ້ຮູ້ວ່າ: ຄອບຄົວຂອງຕົນໄດ້ເລີ່ມເຂົ້າຮ່ວມໂຄງການນີ້ມາແຕ່ປີ 2017 ຊຶ່ງໄດ້ປູກຜັກຮູບແບບກະສິກຳສະອາດ ໃນເຮືອນຮົ່ມ ໂດຍປູກຕາມຄວາມຕ້ອງການຂອງບໍລິສັດ ພູເບ້ຍ ຊຶ່ງກ່ອນເຂົ້າຮ່ວມໂຄງການ ແມ່ນເຮັດຕາມມີຕາມເກີດ ແຕ່ເມື່ອໄດ້ເຂົ້າຮ່ວມໂຄງການ ກໍໄດ້ຮັບການຊຸກຍູ້ສົ່ງເສີມ ກໍ່ສ້າງເຮືອນຮົ່ມໃນຮູບແບບມີສ່ວນຮ່ວມ ເຮັດໃຫ້ເກີດມີຄວາມຕັ້ງໃຈປູກພືດຜັກຂາຍເປັນອາຊີບເນື່ອງຈາກວ່າມີບໍລິສັດພູເບ້ຍຮັບຊື້ຜົນຜະລິດຊຶ່ງປັດຈຸບັນຄອບຄົວຂອງຕົນເອງມີລາຍຮັບຕໍ່າສຸດ7-8 ແສນກີບ/ອາທິດ, ສູງສຸດປະມານເກືອບ 2 ລ້ານກີບ, ສະເລ່ຍ 5-6 ລ້ານກີບ/ເດືອນ ເຮັດໃຫ້ຄອບຄົວມີລາຍຮັບທີ່ໝັ້ນຄົງຊຶ່ງຄອບຄົວຂອງຕົນໄດ້ສຸມໃສ່ປູກຜັກ ທີ່ໃຊ້ເວລາສັ້ນປະມານ 15-20 ວັນ ກໍສາມາດເກັບກູ້ຜົນຜະລິດຂາຍໄດ້, ພຽງແຕ່ໃຫ້ເອົາໃຈໃສ່ ດຸໝັ່ນບົວລະບັດຮັກສາ, ໃສ່ຝຸ່ນທໍາມະຊາດ ຊຶ່ງເຮັດໃນເນື້ອທີ່ການຜະລິດປະມານ 1 ໄລ່ ເຮັດໄດ້ຕະຫຼອດປີ. ນອກນີ້, ພູເບ້ຍ ມາຍນິງ ກໍບໍ່ໄດ້ຫ້າມໃນການຊອກຫາຕະຫຼາດນອກເພື່ອຂາຍອອກສ້າງລາຍຮັບ ຫາກໄດ້ລາຄາດີກວ່າ, ສາມາດຂາຍໃນຕະຫຼາດທົ່ວໄປ ຫຼື ຂາຍໃຫ້ຜູ້ທີ່ມາຊື້ໄດ້ເລີຍ.ປັດຈຸບັນ,ຢາກສະເໜີຂໍການສະໜັບສະໜູນລະບົບນໍ້າສະປຣິງເກີ້ຈາກບໍລິສັດ ເພື່ອເພີ່ມພູນການຜະລິດ ເນື່ອງຈາກຍັງມີແຜນຂະຫຍາຍເນື້ອທີ່ການຜະລິດອອກຕື່ມ.
ໂຄງການນີ້, ໃນໄລຍະຕົ້ນ 5 ບ້ານເປົ້າໝາຍ ອ້ອມຂ້າງພື້ນທີ່ການດຳເນີນງານຂອງບໍລິສັດ ຄື: ບ້ານນໍ້າຍອນ, ນໍ້າໂມ້, ນໍ້າຈັ້ງ, ທົ່ງຮັກ ແລະ ບ້ານທົ່ງຄູນ ແລະ ໄດ້ຂະຫຍາຍການຊ່ວຍເຫຼືອຊຸກຍູ້ສົ່ງເສີມ ໄປຍັງ 3 ບ້ານ ນອກພື້ນທີ່ ຊື່ງມີຄື: ບ້ານອ່າວເໜືອ, ອ່າວກາງ ແລະ ບ້ານອ່າວໃຕ້. ມາຮອດປັດຈຸບັນ, ໂຄງການໄດ້ສ້າງລາຍຮັບໝັ້ນຄົງແກ່ຄອບຄົວຂອງປະຊາຊົນ ຜູ້ເຂົ້າຮ່ວມໂຄງການດັ່ງກ່າວ ຜູ້ທີ່ເຮັດແທ້ທໍາຈິງ ຊຶ່ງນີ້ກໍເປັນໜຶ່ງມໍລະດົກ ທີ່ສ້າງຄວາມຍືນຍົງໃນການປັບປຸງຊີວິດການເປັນຢູ່ ໃຫ້ປະຊາຊົນມີອາຊີບ, ມີລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ກາຍເປັນຄອບຄົວທີ່ມີລາຍຮັບຫມັ້ນຄົງມີຄວາມຜາສຸກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ