ການເກັບກ່ຽວເຂົ້ານາປີ (2024) ຂອງຊາວກະສິກອນເມືອງບໍລິຄັນ

ຊາວກະສິກອນເມືອງບໍລິຄັນ ເກັບກ່ຽວເຂົ້ານາປີສໍາເລັດ 100% ໄດ້ທັງໝົດ 17,784 ໂຕ່ນ

ຊາວກະສິກອນເມືອງບໍລິຄັນ ເກັບກ່ຽວເຂົ້ານາປີສໍາເລັດ 100% ໄດ້ທັງໝົດ 17,784 ໂຕ່ນ
ການເກັບກ່ຽວເຂົ້ານາປີ (2024) ຂອງຊາວກະສິກອນເມືອງບໍລິຄັນ ແຂວງບໍລິຄໍາໄຊ ມາຮອດປັດຈຸບັນແມ່ນ ສໍາເລັດແລ້ວ 100% ໃນເນື້ອທີ່ນາທັງໝົດ 4,680 ຮຕ

ໄດ້ຮັບຜົນຜະລິດເຂົ້າໄດ້ທັງໝົດ 17,784 ໂຕນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 38 ໂຕ່ນ.

ຕາມການໃຫ້ສໍາພາດຂອງທ່ານ ແສງສະໄໝ ພະໄຊວໍຣະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງບໍລິຄັນ ໃນວັນທີ 20 ພະຈິກນີ້ ໃຫ້ຮູ້ວ່າ: ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເວົ້າລວມ ເວົ້າສະເພາະໜ່ວຍງານປູກຝັງ ໄດ້ເກັບກໍາຂໍ້ມູນການເກັບກ່ຽວເຂົ້ານາປີ ປະຈໍາປີ 2024 ນີ້ໃນທົ່ວເມືອງ ແມ່ນໄດ້ປະຕິບັດສໍາເລັດແລ້ວ ສະເລ່ຍຜົນໄດ້ຮັບແມ່ນ 3,8ໂຕນ ຕໍ່ແຮັກຕ່າ ເນື້ອທີ່ນາໃນປີນີ້ເພີ່ມຂຶ້ນ 10 ຮຕ ພາຍໃນເມືອງແມ່ນສາມາດມີເຂົ້າກຸ້ມກີນຕະຫຼອດປີ. ນອກຈາກການຜະລິດເຂົ້າກິນໃນຄອບຄົວແລ້ວ ຍັງໄດ້ຊຸກຍູ້ຂະບວນການຜະລິດເຂົ້າຂາຍເປັນສີນຄ້າໄດ້ 3 ກຸ່ມ ໃນ 3 ບ້ານຄື: ບ້ານຫົວນາ, ບ້ານນາລ້ອງ ແລະ ບ້ານຜາເມືອງ ມີທັງໝົດ 156 ຄອບຄົວ ເນືອທີ່ນາ 163 ຮຕ ແລະ ຍັງມີກຸ່ມຜະລິດແນວພັນເຂົ້າ 2 ກຸ່ມຄື: ບ້ານຫົວນາ, ບ້ານນາລ້ອງ ມີ 40 ຄອບຄົວ ສະເລ່ຍການຜະລິດແນວພັນເຂົ້າໄດ້ 21 ໂຕນ ປະກອບມີເຂົ້າເຫຼືອງຄໍາ, ເຂົ້າ 450 ປີ ແລະ ເຂົ້າອື່ນໆອີກຈໍານວນໜຶ່ງ.

ສິ່ງທ້າທາຍ ແລະ ຜົນກະທົບ ໃນການຜະລິດເຂົ້າໃນປີ 2024ນີ້ ແມ່ນໄພນໍ້າຖ້ວມ, ພະຍາດຈາກຜົນຂອງນໍ້າຫຼາຍເກີນ ແລະ ຍັງມີອັດຕາການລົງທືນສູງເຊັ່ນວ່າ: ການກຽມພື້ນທີ່ ແລະ ການໃສ່ຝຸ່ນກໍເປັນສາເຫດໜຶ່ງທີ່ສົ່ງຜົນກະທົບຕໍ່ການຜະລິດຂອງປະຊາຊົນອີກດ້ວຍ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈໍາເປັນທີ່ຈະຕ້ອງໄດ້ແຕ່ງຕັ້ງພະນັກງານວິຊາການ ເພື່ອລົງສົມທົບຊຸກຍູ້ຂະບວນການຜະລິດເຂົ້ານາແຊງໃນປີ 2025 ໃຫ້ໄດ້ 200 ກ່ວາຮຕ.

(ຂ່າວ-ພາບ: ກົວຊົ່ງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນພັດທະນາເສດຖະກິດສັງຄົມເມືອງຊຽງຮ່ອນ

ໃນວັນທີ 7 ມິຖຸນາຜ່ານມານີ້, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບທຶນພັດທະນາເສດຖະກິດສັງຄົມ ຈາກບໍລິສັດ ໄຟຟ້າຫົງສາ ຈຳກັດ ໂດຍມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ທ່ານ ຍຸດທະນາ ຈູນພັນທອງ ຜູ້ອຳນວຍການສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າຫົງສາ ຈຳກັດ.
ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ຫຼວງນໍ້າທາ ສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ.

ເມື່ອບໍ່ດົນມານີ້ ທີ່ເຂື່ອນໄຟຟ້ານໍ້າທາ, ພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ຮ່ວມກັບ ປະຊາຊົນ 10 ບ້ານ ໄດ້ສ້າງຂະບວນການອອກແຮງງານລວມສ້ອມແປງຄອງເໝືອງທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ ໂດຍການນຳພາຂອງ ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສີກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ.
ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ປະກາດນາຍຕຳຫຼວດຂັ້ນສູງອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດນາຍຕໍາຫຼວດຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າກົມໃຫຍ່ ຂຶ້ນໃນວັນທີ 6 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ສນຊ ຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ

ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບ ຮອບ 70 ປີ ແລະ ເຊື່ອມຊຶມນິຕິກໍາສໍາຄັນຂອງພັກ ຂຶ້ນໃນວັນທີ 6 ມິຖຸນາຜ່ານມາທີ່ ສນຊ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ ຜູ້ປະຈຳການ, ມີຄະນະປະຈໍາພັກ, ຮອງປະທານ, ກໍາມະການພັກ ແລະ ສະມາຊິກພັກພະນັກງານເຂົ້າຮ່ວມ.

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ເພີ່ມເຕີມ