ເກັບກ່ຽວຜົນຜະລິດພືດລະດູຝົນປະຈໍາປີ 2024.

ຊາວກະສິກອນເມືອງຜາອຸດົມ ຂຸ່ນຂ້ຽວເກັບກ່ຽວຜົນຜະລິດພືດລະດູຝົນໃຫ້ທ່ວງທັນເວລາ

ຊາວກະສິກອນເມືອງຜາອຸດົມ ຂຸ່ນຂ້ຽວເກັບກ່ຽວຜົນຜະລິດພືດລະດູຝົນໃຫ້ທ່ວງທັນເວລາ
ຕາມການລາຍງານຂອງຫ້ອງການກະສິກໍາ ແລະປ່າໄມ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເລີ່ມແຕ່ກາງ ເດືອນຕຸລາ 2024 ເປັນຕົ້ນມາຊາວກະສິກອນ

ເມືອງຜາອຸດົມ ໄດ້ລົງມືເກັບກ່ຽວຜົນຜະລິດພືດລະດູຝົນປະຈໍາປີ 2024. ທົ່ວເມືອງ ມີເນື້ອທີ່ນາປີ 2,470 ເຮັກຕ່າ ມີ 35 ບ້ານ ມີ 2,090 ຄອບຄົວ, ຄາດຄະເນສະມັດຕະພາບ 4,5 ໂຕ່ນ/ເຮັກຕ່າ, ນາຢອດເມັດ ມີເນື້ອທີ່ 25 ເຮັກຕ່າ ມີ 55 ຄອບຄົວ ມີ 14 ບ້ານ. ປັດຈຸບັນ ເກັບກ່ຽວແລ້ວ 80%, ເທົ່າກັບ 1,976 ເຮັກຕ່າ ຜົນຜະລິດໄດ້ 8,892 ໂຕ່ນ, ມີເນື້ອທີ່ເຂົ້າໄຮ່ 3,870 ເຮັກຕ່າ ມີ 53 ບ້ານ ມີ 3,870 ຄອບຄົວ ຄາດຄະເນສະມັດຕະພາບ 1.6 ໂຕ່ນ/ເຮັກຕ່າ ປັດຈຸບັນ ເກັບກ່ຽວສໍາເລັດ 90%, ຜົນຜະລິດໄດ້ 5,573 ໂຕ່ນ. ນອກຈາກ ການປູກເຂົ້າແລ້ວຊາວກະສິກອນ ເມືອງຜາອຸດົມ ຍັງໄດ້ປູກພືດສະບຽງອາຫານ ເປັນຕົ້ນ: ແມ່ນການປູກເຜືອກ, ປູກມັນ ໃນເນື້ອທີ່ 20 ເຮັກຕ່າ, ມີ 15 ບ້ານ, ມີ 80 ຄອບຄົວ ຄາດຄະເນສະມັດຕະພາບຜົນຜະລິດທັງໝົດໄດ້ 10 ໂຕ່ນ, ການປູກພືດຜັກມີເນື້ອທີ່ 20 ເຮັກຕ່າ, ມີ 15 ບ້ານ, ມີ 35 ຄອບຄົວ, ຄາດຄະເນສະມັດຕະພາບ 2,5 ໂຕນ.

ສະມາຄົມຄໍາຄິດ ໄດ້ຕອບສະໜອງແນວພັນພືດຜັກປະເພດ ຜັກກາດ, ຜັກຫອມປ້ອມ ແລະ ຜັກຊີ ໃຫ້ກັບຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ 6 ບ້ານ, ມີແນວພັນພືດທັງໝົດ 668 ປ໋ອງ. ການປູກພືດຜັກໃນເຮືອນຮົ່ມ ມີທັງໝົດ 6 ບ້ານ ມີ 25 ຫຼັງ, ມີ 20 ຄອບຄົວ, ມີເນື້ອທີ່ທັງໝົດ 1,5 ເຮັກຕ່າ. ນອກນີ້, ຊາວກະສິກອນ ຍັງໄດ້ປູກພືດເປັນສິນຄ້າຕື່ມອີກ ເປັນຕົ້ນແມ່ນ ໝາກງາ, ໝາກເດືອຍ, ມັນຕົ້ນ, ຖົ່ວອິນຄາ ຫຼື ໝາກນໍ້າມັນ ແລະ ການປູກໄມ້ໃຫ້ໝາກ, ໃນນີ້, ປູກໝາກງາ ມີເນື້ອທີ່ 120 ເຮັກຕ່າ, ມີ 25 ບ້ານ, ມີ 86 ຄອບຄົວ, ຄາດຄະເນສະມັດຕະພາບ 1.2 ໂຕ່ນ/ເຮັກຕ່າ. ປັດຈຸບັນເກັບກ່ຽວແລ້ວ 100% ຜົນຜະລິດໄດ້ 330 ໂຕ່ນ, ໝາກເດືອຍ ມີເນື້ອທີ່ 483 ເຮັກຕ່າ, ມີ 45 ບ້ານ, ມີ 650 ຄອບຄົວ ຄາດຄະເນສະມັດຕະພາບ 3 ໂຕ່ນ/ເຮັກຕ່າ ປັດຈຸບັນເກັບກ່ຽວແລ້ວ 15%, ຜົນຜະລິດໄດ້ 1,449 ໂຕ່ນ. ປູກມັນຕົ້ນ ມີເນື້ອທີ່ 130 ເຮັກຕ່າ, ມີ 95 ຄອບຄົວ, ມີ 10 ບ້ານ. ປູກສໍາເລັດ 100% ປັດຈຸບັນພວມຢູ່ໃນການຕິດຕາມ, ການບົວລະບັດຮັກສາ, ການເສຍຫຍ້າພວນດິນ, ການປ້ອງກັນສັດຕູພືດທີ່ມາທໍາລາຍ, ການປູກໄມ້ໃຫ້ໝາກ ມີເນື້ອທີ່ທັງໝົດ 62 ເຮັກຕ່າ. ໃນນີ້, ຈຸດປາກຫາດມີ 8 ເຮັກຕ່າ ເປັນຂອງນັກລົງທຶນຂອງຊາວ ຈີນ, ຈຸດປາງສ້ານ 13 ເຮັກຕ່າ ເປັນຂອງນັກລົງທຶນຂອງຊາວ ຈີນ, ປະຊາຊົນປູກເອງມີ 41 ເຮັກຕ່າ ມີ 38 ບ້ານ, ມີ 290 ຄອບຄົວ, ຄາດຄະເນສະມັດຕະພາບ 25 ໂຕນ/ເຮັກຕ່າ. ຄາດຄະເນຜົນຜະລິດໄດ້ 1,550 ໂຕນ. ການປູກຖົ່ວອິ່ນຄາເປັນການລົງທຶນຂອງ (ບໍລິສັດດາວສະໄໝ). ມີເນື້ອທີ່ທັງໝົດ 45.12 ເຮັກຕ່າ, ມີ 15 ບ້ານ, ມີ 227 ຄອບຄົວ, ໃຊ້ແນວພັນ 423 ກິໂລ, ກ້າແກ່ນ ປູກສຳເລັດແລ້ວ 100% ປັດຈຸບັນກຳລັງເກັບກ່ຽວຜົນຜະລິດ

(ພາບ-ຂ່າວ:ໂສພາ ທິບພະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ