ການເກັບກູ້ຜົນຜະລິດລະດູຝົນປະຈຳປີ 2024

ຊາວກະສິກອນເມືອງພຽງ ເກັບກູ້ຜົນຜະລິດລະດູຝົນ ສຳເລັດ 20%

ຊາວກະສິກອນເມືອງພຽງ ເກັບກູ້ຜົນຜະລິດລະດູຝົນ ສຳເລັດ 20%
ການເກັບກູ້ຜົນຜະລິດລະດູຝົນປະຈຳປີ 2024 ຂອງຊາວກະສິກອນເມືອງພຽງ ແຂວງໄຊຍະບູລີ ຊຶ່ງເລີມແຕ່ຕົ້ນເດືອນຕຸລາເປັນຕົ້ນມາຮອດປັດຈຸບັນແມ່ນສຳເລັດແລ້ວ

 20 ກວ່າສ່ວນຮ້ອຍຂອງແຜນການ. ປີ 2024 ທົ່ວເມືອງມີເນື້ອທີ່ນາແຜນການຜະລິດທັງໝົດ 6,880 ກວ່າເຮັກຕາ, ປະຕິບັດໄດ້ 100% ຂອງເນື້ອທີ່ແຜນການ 6,880 ກວ່າເຮັກຕາ. ໃນນີ້, ເນື້ອທີ່ນາທົ່ວໄປ 6,740 ກວ່າເຮັກຕາ ແລະ ນາກະເສດສຸມ 140 ກວ່າເຮັກຕາ ເທົ່າກັບ 144%, ຂອງເນື້ອທີ່ແຜນການ. ໃນນີ້ ນາຢອດເມັດ 80 ກວ່າເຮັກຕາ, ນາວ່ານ 50 ກວ່າເຮັກຕາ ແລະ ດໍາດວ້ຍເຄື່ອງຈັກ 5.5 ເຮັກຕາ. ແນວພັນເຂົ້າທີປູກໃນປີນີ້ສ່ວນຫຼາຍແມ່ນ ເຂົ້າຖີ່ນແກ້ວ, ທ່າດອກຄໍາ 8, ທ່າສະໂນ 11, ຫອມມະລິ105, ຫອມທົ່ງ, ຈ້າວກາງ ກຂ 15, ເຊບັ້ງໄຟ 2-4, ເມືອງພຽງ 2, ທ່າດອກຄໍາ 17. ມາຮອດປັດຈຸບັນໄດ້ເກັບກຽ່ວແລ້ວ 1,370 ກວ່າເຮັກຕາ ເທົ່າກັບ 20% ຂອງເນື້ອທີ່ແຜນການ ແລະ ເນື້ອທີການຜະລິດເຂົ້ານາປີໄດ້ຖືກຜົນກະທົບຈາກໄພນໍ້າຖ້ວມຈໍານວນ 240 ກວ່າເຮັກຕາ ມີ 14 ບ້ານ, ມີ 587 ຄອບຄົວ.

ອັນທີ່ພົ້ນເດັ່ນຢູ່ເມືອງພຽງໃນການຜະລິດ ແລະ ການກໍ່ສ້າງພື້ນຖານໂຄງລາງຊົນລະປະທານຄື: ການປູກເຂົ້ານາ 3 ຮອບວຽນໄດ້ທົດລອງມາໄດ້ 2 ປີຄື: ຢູ່ບ້ານນາໂສມ ແລະ ບ້ານສົມສະຫວັນ ສໍາເລັດແລ້ວ 20 ກວ່າເຮັກຕາມີ 33 ຄອບຄົວ ແລະ ການກໍ່ສ້າງພື້ນຖານໂຄງລາງຊົນລະປະທານໃນການກໍ່ສ້າງອ່າງໂຕ່ງແບບຢືນຢົງ ແລະ ແຜນການຜະລິດປູກເຂົ້າ 3 ຮອບວຽນແມ່ນໄດ້ສຶບຕໍ່ຂະຫຍາຍອີກ 50 ເຮັກຕາຢູ່ 10 ບ້ານ ເຂດຊົນລະປະທານນໍ້າຕານ, ນໍ້າພຽງ1 ແລະ ນໍ້າພຽງ 2. ສຳລັບເນື້ອທີ່ເຂົ້າໄຮ່ແຜນການທັງໝົດທົ່ວເມືອງ 600 ເຮັກຕາ, ປະຕິບັດໄດ້ຕົວຈີງ 540 ກວ່າເຮັກຕາ ເທົ່າກັບ 93.41% ຂອງແຜນການ (ສາເຫດທີ່ເຮັດໃຫ້ເນື້ອທີປູກເຂົ້າໄຮ່ລຸດລົງ ແລະ ບໍ່ໄດ້ຕາມແຜນການ ແມ່ນຍ້ອນປະຊາຊົນຫັນມາປູກພືດເປັນສິນຄ້າຫຼາຍຂຶ້ນ) ແລະ ໄດ້ເກັບກຽ່ວແລ້ວ 180 ກວ່າເຮັກຕາ ເທົ່າກັບ 35%. ການປູກພືດລະດູຝົນ ມີເນື້ອທີ່ແຜນການທົ່ວເມືອງ 17,910 ເຮັກຕາ, ມາຮອດປັດຈຸບັນເກັບກູ້ຜົນຜະລິດ 7,680 ກວ່າເຮັກຕາ ເທົ່າກັບ 32%. ໃນນີ້, ພືດສະບຽງອາຫານ ມີເນື້ອທີ່ປະຕິບັດ 520.05 ເຮັກຕາ ເທົ່າກັບ 140.55% ຂອງເນື້ອທີແຜນການ 370 ເຮັກຕາ, ມາຮອດປັດຈຸບັນນີ້ສາມາດເກັບກູ້ແລ້ວ 310 ກວ່າເຮັກຕາ ເທົ່າກັບ 60%. ພືດເປັນສິ້ນຄ້າ ມີເນື້ອທີ່ປະຕິບັດ 23,500 ກວ່າເຮັກຕາ ເທົ່າກັບ 136% ຂອງເນື້ອທີແຜນການ 17,300 ເຮັກຕາ. ໃນນີ້ ມັນຕົ້ນ 15,960 ກວ່າເຮັກຕາ, ສາລີແຂງ 2,300.45 ເຮັກຕາ, ໝາກເດືອຍ 2,650 ເຮັກຕາ, ໝາກງາ 325.20 ເຮັກຕາ ແລະ ພືດອື່ນໆ 2,270.45 ເຮັກຕາ, ມາຮອດປັດຈຸບັນ ສາມາດເກັບກູ້ແລ້ວ 7,373.35 ເຮັກຕາ, ເທົ່າກັບ 31.37%.

ສຳລັບແຜນການຜະລິດພືດລະດູແລ້ງປີ 2025 ຕາມແຜນການຜະລິດເນື້ອທີ່ປູກພືດລະດູແລ້ງທັງໝົດ 2,050 ເຮັກຕາ. ໃນນີ້ ເນື້ອທີ່ປູກເຂົ້ານາແຊງ 870 ເຮັກຕາ, ແຜນການຈັດຕັ້ງປະຕິບັດນາແຊງ 870 ເຮັກຕາ. ໃນນີ້, ນາດໍາທົ່ວໄປ 800 ເຮັກຕາ ແລະ ນາກະເສດສຸມ 70 ເຮັກຕາ (ນາຢອດ 40 ເຮັກຕາ ແລະ ນາຫວ່ານ 20 ເຮັກຕາ, ນາດໍາກົນຈັກ 10 ເຮັກຕາ) ຄາດຄະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຜົນຜະລິດ 4,350 ໂຕນ. ສຳລັບການປູກພືດໃນລະດູແລ້ງໄດ້ມີການສົມທົບກັບຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ລົງທືນສົ່ງເສີມການປູກຖົ່ວເຫຼືອງ ແລະ ໝາກໂມ; ສຳລັບປູກຖົ່ວເຫຼືອງມີ 3 ບໍລິສັດ, ເນື້ອທີ່ແຜນການ ທັງໝົດ 900 ເຮັກຕາ. ສ່ວນການສົ່ງເສີມປູກພືດອື່ນໆ ຕາມປະເພນີທີ່ຊາວນາເຄີຍປູກມາໃນແຕ່ລະປີ 580 ເຮັກຕາເຊັ່ນ: ສາລີຫວານ 180 ເຮັກຕາ, ໝາກແຕງ 50 ເຮັກຕາ, ພືດພັກອື່ນໆ 350 ເຮັກຕາ.

(ຂ່າວ: ແສງສຸດາ ກິ່ງສະຫວັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ