“ ຊາວໜຸ່ມກອງທັບ ເດັດດ່ຽວອາດຫານ ນຳໜ້າ ສາມັກຄີ ມີວິໃນ ແລະ ປະດິດສ້າງ ”

“ ຊາວໜຸ່ມກອງທັບ ເດັດດ່ຽວອາດຫານ ນຳໜ້າ ສາມັກຄີ ມີວິໃນ ແລະ ປະດິດສ້າງ ”

“ ຊາວໜຸ່ມກອງທັບ ເດັດດ່ຽວອາດຫານ ນຳໜ້າ ສາມັກຄີ ມີວິໃນ ແລະ ປະດິດສ້າງ ”
ສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງ ຊປປລ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ສະແດງທັດສະນະຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີວ່າ:
“ ຊາວໜມກອງທບ ເດດດຽວອາດຫານ ນຳໜາ ສາມກຄ ມວໃນ ແລະ ປະດດສາງ ” - image 1
 

ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ກອງທັບປະຊາຊົນລາວ ມີທາດແທ້ ແລະ ມູນເຊື້ອອັນດີງາມຂອງຕົນຄື: ມີທາດແທ້ ແມ່ນກອງທັບຂອງປະຊາຊົນ, ເກີດຈາກປະຊາຊົນ, ໂດຍປະປະຊາຊົນ, ເພື່ອປະຊາຊົນ; ຊຶ່ງພັກປະຊາຊົນປະຕິວັດລາວເປັນຜູ້ກໍ່ຕັ້ງ,ນຳພາ ແລະ ສຶກສາອົບຮົມ; ແມ່ນພາຫະນະອັນແຫຼມຄົມຂອງພັກ; ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາ ຊົນລາວ ແມ່ນຄວາມສະຫຼຽວສະຫຼາດ, ຄວາມສາມາດປະດິດສ້າງໃນການສູ້ຮົບ ແລະ ສູ້ຮົບມີໄຊ ໂດຍໄດ້ຮັບການທົດສອບຈາກພຶດຕິກຳແຫ່ງການຕໍ່ສູ້ປະຕິວັດອັນຍາວນານ. ນັບແຕ່ກອງຮ້ອຍລາດສະວົງ ( ຊຶ່ງເປັນຕົ້ນກຳເນີດກອງທັບປະຊາຊົນລາວໃນປັດຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນແຂວງຫົວພັນ ໂດຍແມ່ນປະທານໄກສອນ ພົມວິຫານເປັນຜູ້ກໍ່ຕັ້ງ, ທັງເປັນຜູ້ນຳພາ-ບັນຊາໂດຍກົງ. ຈາກນັ້ນກໍໄດ້ເຕົ້າ ໂຮມກຳລັງປະກອບອາວຸດໃນຂອບເຂດທົ່ວປະເທດເຂົ້າເປັນກອງທັບລາວອິດສະຫຼະ.

“ ຊາວໜມກອງທບ ເດດດຽວອາດຫານ ນຳໜາ ສາມກຄ ມວໃນ ແລະ ປະດດສາງ ” - image 2
 

ຊຶ່ງເປັນເຫດການທີ່ມີຄວາມໝາຍຄວາມສຳຄັນອັນໃຫຍ່ຫຼວງທາງດ້ານການເມືອງ ແລະ ປະຫວັດສາດຂອງຊາດລາວເຮົາ, ເປັນບາດລ້ຽວປະ ຫວັດສາດໜ້າໃໝ່ແຫ່ງການຕໍ່ສູ້ກູ້ຊາດ ໂດຍມີກອງທັບເປັນຫຼັກແຫຼ່ງຂອງການປະຕິວັດໃນການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດ.

“ ຊາວໜມກອງທບ ເດດດຽວອາດຫານ ນຳໜາ ສາມກຄ ມວໃນ ແລະ ປະດດສາງ ” - image 3
 

ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກໍາລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ການສືບທອດມູນເຊື້ອພິລະອາດຫານບໍ່ຍອມຈໍານົນຂອງບັນພະບຸລຸດ ແລະ ເຊື້ອຊາດລາວ, ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວໜຽວແໜ້ນ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ, ກ້າວໄປສູ່ການສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

“ ຊາວໜມກອງທບ ເດດດຽວອາດຫານ ນຳໜາ ສາມກຄ ມວໃນ ແລະ ປະດດສາງ ” - image 4
 

ສະຫາຍ ພັນເອກ ຫົງທອງ ສີຊານົນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ຜ່ານຍ່ານທາງ 77 ປີແຫ່ງການກໍ່ຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ ໄດ້ກາຍເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໝາກຜົນຂອງການປະຕິ ວັດ ແລະ ສ້າງສາພັດທະນາປະເທດຊາດ, ກອງທັບປະຊາຊົນລາວໄດ້ປັບປຸງພັດທະນາຕົນເອງໃຫ້ກາຍເປັນກອງ ທັບທີ່ມີແບບແຜນ ແລະ ທັນສະໄໝ, ສືບທອດເສີມຂະຫຍາຍໄດ້ທາດແທ້ ແລະ ມູນເຊື້ອອັນດີງາມຂອງຕົນໄດ້ຢ່າງສົມກຽດ ແລະ ພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

“ ຊາວໜມກອງທບ ເດດດຽວອາດຫານ ນຳໜາ ສາມກຄ ມວໃນ ແລະ ປະດດສາງ ” - image 5
 

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 77 ປີ ( 20 ມັງກອນ 1949-

20 ມັງກອນ 2026 ) ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້, ສະຫາຍ ພັນເອກ ຫົງທອງ ສີຊານົນ ຕາງໜ້າພະນັກ ງານ, ສະມາຊິກຊາວໜຸ່ມໃນທົ່ວກອງທັບ ສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ການນໍາພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ, ພະນັກງານປະຕິວັດອາວຸໂສ-ບຳນານ ແລະ ຄະນະນຳສູນກາງ ຊປປລ ອວຍພອນໄຊອັນປະເສີດໃຫ້ບັນດາທ່ານ ຈົ່ງມີສຸຂະ ພາບແຂງ ມີຜົນສຳເລັດໃນທຸກໜ້າທີ່ວຽກງານອັນມີກຽດຂອງທ່ານ, ສືບຕໍ່ຊີ້ນຳ-ນຳພາກອງທັບ, ຂະບວນການວຽກງານຊາວໜຸ່ມກອງທັບໃຫ້ມີຄວາມກ້າວໜ້າຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ຮັບຟັງປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄໍາມ່ວນ ຮັບຟັງປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ແຂວງຄໍາມ່ວນ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/ 1/1949-20/1/2026) ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ 2026 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ (ຫຼັກ 4) ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ພັນເອກ ຄໍາມອນ ບຸນໂຈມເຮືອງສີ ອະດີດກໍາມະການສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອະດີດປະທານສະຫະພັນນັກຮົບເກົ່າແຂວງຄໍາມ່ວນ, ມີເຂົ້າຮ່ວມຮັບຟັງມີທ່ານ ພັນເອກ ສີສົມພູ ແກ້ວບຸນລ້ອມ ຄະນະປະຈໍາພັກແຂວງ ເລຂາຄະນະພັກທະຫານແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຄໍາມ່ວນ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່

ເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່

ພິທີເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ໄຂຈັດຂຶ້ນໃນວັນທີ 16 ມັງກອນຜ່ານມາ ໂດຍ ແມ່ນ ທ່ານ ບຸນຮຽງ ໄຊຍະແສງ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມການລົງທຶນ ຕາງໜ້າໃຫ້ອົງການປົກຄອງແຂວງ ລົງລາຍເຊັນ ຮ່ວມກັບ ທ່ານ ວົງສັກດາ ຄຳຜຸຍ ປະທານຝ່າຍບໍລິຫານ ບໍລິສັດໂຮງງານຜະລິດເກືອບ້ານບໍ (ກາເພັດ) ໂດຍມີ ທ່ານ ພູວົງບຸນຊູ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອຸທຸມພອນ ຫາລືການຈັດງານບຸນນະມັດສະການພະທາດ ປີ 2026

ອຸທຸມພອນ ຫາລືການຈັດງານບຸນນະມັດສະການພະທາດ ປີ 2026

ເມື່ອບໍ່ດົນມານີ້ ທີ່ບ້ານດົງທ່າ ເມືອງອຸທຸມພອນ ແຂວສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດງານບຸນ ນະມັດສະການພະທາດ ທ່າພະນົມປະຖົມລັດຕະນະເຈດີຂຶ້ນ, ໂດຍມີຄະນະ ອພສ ເມືອງ ພ້ອມດ້ວຍພະສົງ ສາມະເນນ, ມີທ່ານ ອຸ່ນແກ້ວ ວົງສາຄອນ ປະທານແນວລາວສ້າງຊາດເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ

ວັນທີ 18 ມັງກອນ 2026 ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ, ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງຮ່ວມຕິດຕາມ.
ຄວາມສໍາຄັນ ແລະ ຈຳເປັນ 4 ປະການ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ຄວາມສໍາຄັນ ແລະ ຈຳເປັນ 4 ປະການ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແຕ່ລະຄັ້ງ ລ້ວນເປັນເຫດການທາງປະຫວັດສາດທີ່ສໍາຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໄດ້ເນັ້ນເຖິງຄວາມສໍາຄັນ ແລະ ຈຳເປັນ 4 ປະການ.
ກອງທັບກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດເພື່ອປະຊາຊົນ

ກອງທັບກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດເພື່ອປະຊາຊົນ

ຈາກພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ ພາຍໃຕ້ການນຳພາ ແລະ ສຶກສາອົບຮົມຈາກພັກ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມ ຕໍ່ການນຳ ແຂວງສາລະວັນ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມ ຕໍ່ການນຳ ແຂວງສາລະວັນ

ໃນວັນທີ 17 ມັງກອນ ຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ການນໍາແຂວງສາລະວັນ, ໂດຍມີສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ສະຫາຍ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ, ບັນດາສະຫາຍການນໍາແຂວງ, ຄະນະພັກ-ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ວັນທີ 14 ມັງກອນຜ່ານມຮານີ້, ຢູ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ-ນະຄອນ ຫຼວງພະບາງ, ໂຮງງານປະສານເຫຼົ່າ, ໂຮງໝໍບໍລິເວນ 107, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນເງົາຂອງເວລາ ຂຽນໂດຍ ປັນຍາ ພັນທະພານິດ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ຂຽນໂດຍ ແກ້ວຈ່ອຍ ບົວ ໄດ້ລາງວັນທີ 1; ເລື່ອງສັ້ນ ຂອງຂວັນ ຂຽນໂດຍ ອຸດົມຮອບຄອບ, ບົດບັນທຶກປະລິນຍາມະຫາຊົນ ຂຽນໂດຍ ວິລັດ ຜິວອ່ອນ, ບົດກະວີ ບໍ່ໄດ້ຈັບປືນຮ່ວມສູ້ ແຕ່ຂໍຈັບປາກກາຮ່ວມສ້າງຂຽນໂດຍ ສະຫງວນສັກ ວັນໄຊຍະເດດ ແລະ ບົດກະວີ ພັກນີ້ ຂຽນໂດຍ ບຸນມາ ຫອມສົມບັດ ໄດ້ລາງວັນທີ 2 ແລະ ເລື່ອງສັ້ນ ສ່ຽວຮັກ ສ່ຽວສັດຕູ ຂຽນໂດຍ ບົວລະພາ ກຸມພົນ, ເລື່ອງສັ້ນ ຮອຍລະນຶກ ຂຽນໂດຍ ບຸນເກີດ ຈັນທະວົງ, ບົດບັນທຶກ ອິນຊີຄືນຖິ່ນ ຂຽນໂດຍ ປະສົງ ວົງຄຳຈັນ, ບົດກະວີ ຮອຍຍີ້ມລູກ ຄວາມສຸກຂອງແມ່ ຂຽນໂດຍ ສະດັນຢູ ເພັດຊະລາດ ແລະ ບົດກະວີ ສານສັ່ງຈາກປະທານໄກສອນ ພົມວິຫານ ຂຽນໂດຍ ໄພວອນ ນັນທະວົງ ໄດ້ລາງວັນທີ 3.
ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ພິທີເຊັນສັນຍາຮ່ວມມືດ້ານວິຊາການ ວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການ ນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍ ກົມແຜນການ ແລະ ການຮ່ວມມື ກັບ ບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ ຕາງໜ້າເຊັນໂດຍ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ.
ເພີ່ມເຕີມ