![]() |
ທ່ານທອງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟໄດ້ມີຄໍາຄິດເຫັນ ແລະ ກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ.ໃນໄລຍະການຝຶກອົບຮົມນັກສໍາມະນາກອນຈະໄດ້ຮຽນຮູ້ວຽກງານສື່ມວນຊົນກັບການເຄົາລົບສິດທິມະນຸດຂອງຜູ້ຕົກເປັນຂ່າວ,ປັດໃຈພື້ນຖານກ່ຽວກັບການຂຽນຂ່າວ, ເຕັກນິກການຖ່າຍພາບນິ້ງ ແລະ ວີດີໂອ, ວິທີການຕັດຕໍ່ຂ່າວອັບລົງໂພສ, ທັກສະຂອງການເປັນໂຄສົກ - ນັກຈັດລາຍການວິທະຍຸ, ສ່ວນປະກອບຂອງໂຄສົກສະຖານີວິທະຍຸ, ການນໍາໃຊ້ໂປຣແກຼມຈັດລາຍການ, ຮູບແບບຂອງການຂຽນສະຄລິບ ແລະ ຜະລິດສະປອດ, ຈັນຍາບັນຂອງໂຄສົກ-ນັກຈັດລາຍການ.
ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກຈະໄດ້ຮຽນຮູ້ນັບທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ລວມເຖິງມີການແບ່ງກຸ່ມເພື່ອແລກປ່ຽນບົດຮຽນ-ປະສົບການລະຫວ່າງຄູຝຶກ ແລະ ນັກສໍາມະນາກອນ. ການຝຶກອົບຮົມແມ່ຈະໄດ້ດໍາເນີນເປັນເວລາ 4 ວັນຄື: ວັນທີ 8-11 ກໍລະກົດ 2025.
(ຂ່າວ-ພະາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ