ເຊກອງ ພັດທະນາພື້ນຖານໂຄງລ່າງເຊື່ອມໂຍງພາຍໃນ

ເຊກອງ ພັດທະນາພື້ນຖານໂຄງລ່າງເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ

ເຊກອງ ພັດທະນາພື້ນຖານໂຄງລ່າງເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ
ແຂວງເຊກອງ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ ທີ່ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເພື່ອເອື້ອອໍານວຍໃຫ້ແກ່ການຜະລິດ,

ການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ການລົງທຶນ ແນໃສ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວດ້ວຍຈັ່ງຫວະໝັ້ນທ່ຽງ ແລະ ຍືນຍົງ ຕາມທິດການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່.

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນມານີ້ວ່າ:ປັດຈຸບັນທົ່ວແຂວງ ມີເສັ້ນທາງທັງໝົດ 291 ເສັ້ນ, ລວງຍາວ 2,077.81 ກິໂລແມັດ. ໃນນີ້, ທາງເບຕົງ 4.2 ກິໂລແມັດ, ປູອັດສະຟານ 8.02 ກິໂລແມັດ, ປູຢາງ 346.98 ກິໂລແມັດ, ປູແຮ່ 1,072.26 ກິໂລແມັດ ແລະ ທາງດິນແດງ646.35 ກິໂລແມັດ; ມີຂົວທັງໝົດ 34 ແຫ່ງ, ລວງຍາວທັງໝົດ 1,553.04 ແມັດ. ໃນນີ້, ຂົວເບຕົງ 18 ແຫ່ງ ລວງຍາວ 1,080 ແມັດ, ຂົວເບເລ 11 ແຫ່ງ ລວງຍາວ 324.04 ແມັດ, ຂົວໄມ້ 1 ແຫ່ງ ລວງຍາວ 24 ແມັດ, ຂົວປະສົມ 1 ແຫ່ງ ຍາວ 25 ແມັດ ແລະ ຂົວອູ່ 3 ແຫ່ງ ລວງຍາວ 100 ແມັດ; ມີບ້ານທີ່ມີເສັ້ນທາງເຂົ້າເຖິງແລ້ວ 201 ບ້ານ ກວມເອົາ 99.01%. ໃນນີ້, ສາມາດທຽວໄດ້ສອງລະດູ 160 ບ້ານ ກວມເອົາ 78.81% ແລະ ບ້ານບໍ່ມີເສັ້ນທາງເຂົ້າເຖິງ 2 ບ້ານ ກວມເອົາ 0.98% (ບ້ານຈະເຕີ ແລະ ບ້ານຕະລຸຍ ເມືອງກະລຶມ).

ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ໃນປີ 2025 ນີ້, ແຂວງຈະສືບຕໍ່ຍົກລະດັບ ແລະ ພັດທະນາພື້ນຖານໂຄງລ່າງຄົມມະນາຄົມທາງບົກ ແລະ ທາງນໍ້າ ຢ່າງເປັນລະບົບໃຫ້ເຊື່ອມຈອດກັນ ແລະ ກົມກຽວກັບບັນດາເມືອງ, ແຂວງອ້ອມຂ້າງ, ກັບປະເທດອ້ອມຂ້າງ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມສະດວກ, ທັນສະໄໝ ແລະ ປອດໄພ, ພ້ອມທັງປັບປຸງຄຸນນະພາບ ແລະ ມາດຖານທາງດ້ານພື້ນຖານໂຄງລ່າງ ຕິດພັນກັບການບູລະນະຮັກສາສ້ອມແປງທາງທີ່ມີ ໃຫ້ຢູ່ໃນສະພາບທີ່ດີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ພັດທະນາການຂົນສົ່ງທາງບົກ, ໃຫ້ແຕ່ລະເມືອງມີການບໍລິການຂົນສົ່ງສີນຄ້າ ແລະ ໂດຍສານ, ປັບປຸງລະບົບການບໍລິການທາງຜ່ານ ແລະ ບໍລິການຂົນສົ່ງຜ່ານແດນ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ໂດຍການສ້າງລະບົບໂລຈີສຕິກຄົບຊຸດ, ຄຽງຄູ່ກັບການປັບປຸງລະບຽບການ ແລະ ກົນໄກປະສານງານ ລະຫວ່າງຂະແໜງການໂຍທາທິການ ແລະ ຂົນສົ່ງ ກັບຂະແໜງການທີ່ກ່ຽວຂ້ອງອື່ນໆ.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ