ວັນທີ 11 ຕຸລາ ນີ້ ທີ່ພະແນກອຸດສາຫະກຳ ແລະ ການຄ້າ (ພອຄ) ແຂວງເຊກອງ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງໂຮງງານ ແລະ ການນຳໃຊ້ຖານຂໍ້ມູນໂຮງງານອຸດສາຫະກຳປຸງແຕ່ງ ໂດຍມີ ທ່ານ ດາວວີ ສວຍທະລັງສີ ຫົວໜ້າ ພອຄ ແຂວງເຊກອງ, ທ່ານ ສະຫວາດ ຂຸນດາວົງ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮອງເຈົ້າເມືອງ 4 ເມືອງ, ຂະແໜງການກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ບຸນເລີດ ສິງສົມບັດ ຮອງຫົວໜ້າພະແນກຄຸ້ມຄອງໂຮງງານ ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ຜ່ານນິຕິກຳຕ່າງໆກ່ຽວກັບການຄຸ້ມຄອງໂຮງງານ ແລະ ການນຳໃຊ້ຖານຂໍ້ມູນໂຮງງານອຸດສາຫະກຳປຸງແຕ່ງ ເປັນຕົ້ນ, ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍໂຮງງານ, ຂໍ້ຕົກລົງ ວ່າດ້ວຍຮັບຮອງເອົາບັນຊີກິດຈະການໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງໂຮງງານ ແລະ ຂໍ້ຕົກລົງ ວ່າດ້ວຍມາດຕະການປັບໃໝ ຕໍ່ຜູ້ລະເມີດລະບຽບການດໍາເນີນກິດຈະການໂຮງງານ. ພ້ອມນີ້ ຍັງໄດ້ລາຍງານຜົນສໍາເລັດເບື້ອງຕົ້ນໃນການສ້າງຖານຂໍ້ມູນໂຮງງານ ແລະ ທິດທາງການຍົກລະດັບຂີດຄວາມສາມາດຂອງຖານຂໍ້ມູນໂຮງງານອຸດສາຫະກໍາປຸງແຕ່ງໃນຕໍ່ໜ້າ. ທັງນີ້ ກໍເພື່ອເປັນການສ້າງຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດ ໂດຍສະເພາະຂັ້ນຕອນການສ້າງຕັ້ງໂຮງງານ ແລະ ຂັ້ນຕອນການດໍາເນີນກິດຈະການໂຮງງານ, ປະເພດກິດຈະການໂຮງງານທີ່ນອນໃນບັນຊີຕ້ອງຂໍອະນຸຍາດສ້າງຕັ້ງ ຫຼື ບັນຊີທີ່ມີຄວາມສ່ຽງ ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ແມ່ນຕ້ອງໄດ້ຂໍໃບອະນຸຍາດສ້າງຕັ້ງໂຮງງານ ແລະ ການນໍາໃຊ້ລະບົບຖານຂໍ້ມູນໂຮງງານ ຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
ທ່ານ ໜູລາ ຢາປະລອງຮັງ ຮອງຫົວຫນ້າ ພອຄ ແຂວງເຊກອງ ໄດ້ລາຍງານສະພາບການວຽກງານຄຸ້ມຄອງໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໂດຍສະເພາະວຽກງານຜະລິດຕະພັນອຸດສາຫະກໍາປຸງແຕ່ງ, ວຽກງານຄຸ້ມຄອງຫັດຖະກໍາ, ວຽກງານອອກໃບຢັ້ງຢືນ ຕໍ່ໃບອະນຸຍາດດໍາເນີນກິດຈະການໂຮງງານ, ວຽກງານອອກໃບຢັ້ງຢືນຜະລິດຕະພັນ ບັນດາໂຮງງານອຸດສາຫະກໍາປຸງແຕ່ງ ແລະ ວຽກງານອອກໃບຢັ້ງຢືນການນໍາເຂົ້າອາໄຫຼ່, ອຸປະກອນ, ຊິ້ນສ່ວນເຄື່ອງຈັກອຸດສາຫະກໍາ. ປັດຈຸບັນນີ້ ທົ່ວແຂວງເຊກອງ ມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ທີ່ຢູ່ໃນການຄຸ້ມຄອງທັງໝົດ 303 ຫົວໜ່ວຍ, ທຽບໃສ່ເມື່ອກ່ອນຫຼຸດລົງ 83 ຫົວໜ່ວຍ; ສາເຫດທີ່ເຮັດໃຫ້ຫຼຸດລົງຍ້ອນວ່າ ໄດ້ມອບໂອນໃຫ້ພະແນກກະສິກຳ ແລະ ປ່າໄມ້ 69 ຫົວໜ່ວຍ, ໃນນັ້ນ: ມີໂຮງງານປຸງແຕ່ງໄມ້ 9 ຫົວໜ່ວຍ, ໂຮງງານເຟີນີເຈີ 21 ຫົວໜ່ວຍ, ໂຮງງານປຸງແຕ່ງຢາງພາລາ 1 ຫົວໜ່ວຍ, ໂຮງງານປຸງແຕ່ງມັນຕົ້ນ 1 ຫົວໜ່ວຍ, ໂຮງສີເຂົ້າ 37 ຫົວໜ່ວຍ, ໄດ້ມີການຍຸບເລີກຖາວອນ 14 ຫົວໜ່ວຍ.
(ຂ່າວ-ພາບ: ພຸດທະສອນ)
ຄໍາເຫັນ