![]() |
ການສະເຫຼີມສະຫຼອງຄັ້ງນີ້, ແມ່ນໄດ້ຮັບຊົມການຖ່າຍທອດສົດພິທີໂຮມຊຸມນຸມໃຫຍ່ຈາກສູນກາງ ພ້ອມກັນທົ່ວປະເທດ. ສໍາລັບແຂວງເຊກອງ ໄດ້ມີການມອບໃບຍ້ອງຍໍໂດຍຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ຍ້ອງຍໍຂັ້ນແຂວງ ໃຫ້ອະດີດປະທານ-ຮອງປະທານ, ກຳມະການສູນກາງແນວລາວສ້າງຊາດ, ກຳມະການ ແລະ ພະນັກງານແນວສ້າງຊາດແຂວງ ທີ່ມີຜົນງານດີເດັ່ນປະກອບສ່ວນສະຕິປັນຍາ, ເຫື່ອແຮງ, ວັດຖຸທຶນຮອນ ເຂົ້າໃນບັ້ນສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຈໍານວນ 85 ທ່ານ ຍິງ 22 ທ່ານ; ພ້ອມນີ້ ກໍມີກິດຈະກຳ ບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ນໍາອີກ.
(ຂ່າວ: ພຸດທະສອນ)

ຄໍາເຫັນ