ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນ
ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື 3 ສາຍການບິນລະຫວ່າງລັດວິສາຫະກິດການ ບິນລາວ, ລັດວິສາຫະກິດລາວເດີນອາກາດ ແລະ ບໍລິສັດ ລ້ານຊ້າງ ການບິນສາກົນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມານີ້, ໂດຍມີທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອໍານວຍການ ລັດວິສາຫະກິດການບິນລາວ, ທ່ານ ພັນເອກ ປັນທະວີ ສີສົງຄາມ ຜູ້ອໍານວຍການ ລັດວິສາຫະກິດ ລາວເດີນອາກາດ, ທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການ ບໍລິສັດ ລ້ານຊ້າງການບິນສາກົນ ຈໍາກັດ, ມີບັນດາຜູ້ຕາງໜ້າຄະນະກອງຈະລາຈອນທາງອາກາດລາວ, ກົມການບິນພົນລະເຮືອນ, ກອງສະໜາມການບິນລາວ ພ້ອມດ້ວຍພະນັກງານທັງ 3 ສາຍການບິນເຂົ້າຮ່ວມເປັນສັກຂີພິຍານ.
ເຊນບດບນທກຄວາມເຂາໃຈກຽວກບການຮວມມ 3 ສາຍການບນ - image 1
 

 

ສະຫາຍ ວຽງໄຊ ສິງຄໍາ ຜູ້ອໍານວຍການ ລັດວິສາຫະກິດການບິນລາວ ໄດ້ກ່າວວ່າ: ພາຍຫຼັງປຶກສາຫາລືກັນຫຼາຍຄັ້ງ ລະຫວ່າງຜູ້ອຳນວຍການ ແລະ ບັນດານັກວິຊາການກ່ຽວຂ້ອງຂອງ 3 ສາຍການບິນ ໄດ້ຕົກລົງຮ່ວມມືກັນໃນຫຼາຍດ້ານ ໂດຍມີຈຸດປະສົງສ້າງຜົນປະໂຫຍດຮ່ວມກັນໃຫ້ແກ່ປະເທດຊາດ ແລະ ສັງຄົມດ້ວຍການຮ່ວມມືກັນດ້ານການຄ້າ, ເຕັກນິກ ແລະ ວິຊາການໃນຂະແໜງການບິນພົນລະເຮືອນປົກປ້ອງສິດທິ ແລະ ຜົນປະໂຫຍດດ້ານທຸລະກິດການຂົນສົ່ງທາງອາກາດຂອງລາວ, ຫຼີກລ່ຽງການແຂ່ງຂັນທີ່ບໍ່ຍຸຕິທໍາດ້ວຍກັນເອງ, ສົ່ງເສີມການພັດທະນາຂີດຄວາມສາມາດໃຫ້ແກ່ບຸກຄະລາກອນດ້ານການບິນພົນລະເຮືອນຂອງລາວເຊັ່ນ: ນັກບິນ, ນາຍຊ່າງ ແລະ ພະນັກງານວິຊາການດ້ານຕ່າງໆ ເພື່ອຮັບປະກັນຄວາມປອດໄພຂອງລາວໃຫ້ມີມາດຕະຖານສູງທຽບເທົ່າກັບສາກົນ ຂອບເຂດການຮ່ວມມືດ້ານການຄ້າ ແລະ ການຕະຫຼາດ ຂາຍປີ້ເຮືອບິນຊ່ວຍກັນໂດຍການແບ່ງເປີເຊັນຕາມຄວາມເໝາະສົມທີ່ສາມາດຕົກລົງເຫັນດີເປັນເອກະພາບກັນໄດ້ກ່ອນຈະວາງລາຄາປີ້ເຮືອບິນ ສໍາລັບເສັ້ນບິນທີ່ມີການບິນຄືກັນ ຕ້ອງມີການປຶກສາຫາລືກັນດ້ວຍສັນຕິວິທີ ເພື່ອໃຫ້ມີຄວາມເປັນເອກະພາບກັນດ້ານລາຄາ ຫຼີກລ່ຽງການແຂ່ງຂັນກັນດ້ວຍຮູບແບບການຫຼຸດລາຄາ ຫຼື ແຍ່ງຊີງລູກຄ້າດ້ວຍວິທີການທີ່ບໍ່ຍຸຕິທໍາ ສາມາດແຂ່ງຂັນກັນດ້ວຍຄຸນນະພາບການບໍລິການ ທີ່ລູກຄ້າຈະເປັນຜູ້ຕັດສິນ ແລະ ເລືອກໃຊ້ບໍລິການການຂົນສົ່ງສິນຄ້າ ພ້ອມທັງຮ່ວມມືກັນຮັບເຄື່ອງຝາກກໍລະນີມີສາຍບິນໃດໜຶ່ງ ຍົກເລີກຖ້ຽວບິນ ຫຼື ບໍ່ສາມາດປະຕິບັດຖ້ຽວບິນໄດ້ຕາມແຜນ ກໍລະນີມີສະພາບເຄື່ອງຝາກເກີນຄວາມສາມາດບັນຈຸ ແຕ່ມີເຄື່ອງຝາກຕ້ອງສົ່ງດ່ວນ ຕ້ອງໄດ້ປະຕິດບັດຕາມຄູ່ມືການຂົນສົ່ງສິນຄ້າທາງອາກາດ ໃຫ້ມີຄວາມຮັບປະກັນມາດຕະຖານຄວາມປອດໄພໃນການຂົນສົ່ງທາງອາກາດ, ຊຶ່ງການຮ່ວມມືຈະກໍານົດລາຄາຂົນສົ່ງຕາມຄວາມ ເໝາະສົມ ແລະ ມີການປຶກສາຫາລືກັນກ່ຽວກັບການຈັດສັນເວລາ ບິນຂຶ້ນ-ລົງ ຂອງແຕ່ລະເສັ້ນບິນໃຫ້ມີຄວາມເໝາະສົມຫຼີກລ່ຽງການບິນທັບຊ້ອນເວລາກັນ ຫຼື ໃກ້ຄຽງກັນເກີນໄປ ໄປພ້ອມກັນນັ້ນດ້ານການປະຕິບັດການບິນຮ່ວມມືນໍາໃຊ້ເຮືອບິນໃຫ້ເກີດຜົນປະໂຫຍດສູງສຸດໃນການເຊົ່າເພື່ອການຄ້າ, ການເຊົ່າເພື່ອການຝຶກອົບຮົມ ແລະ ອື່ນໆ ຕາມສັນຍາທີ່ຕົກລົງກັນຮ່ວມມືໃນການພັດທະນາຂີດຄວາມສາມາດຂອງການບິນເຊັ່ນ: ການຍົກລະດັບສີມືແຮງງານຂອງວິຊາການເປັນຕົ້ນ ນັກບິນ, ຈຸຫ້ອງໂດຍສານ ແລະ ອື່ນໆ ໃຫ້ໄດ້ມາດຕະຖານສາກົນຮ່ວມກັນໃນການນຳໃຊ້ ແລະ ແລກປ່ຽນວິຊາການ ເພື່ອເພີ່ມປະສິດທິຜົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສາຍການບິນ ພ້ອມທັງສົ່ງເສີມວິຊາການພາຍໃນປະເທດ ຕາມສັນຍາທີ່ຕົກລົງກັນປະສານງານໃນການຈັດຕັ້ງຮັບມືເຫດການສຸກເສີນຮ່ວມກັນພັດທະນາມາດຕະການຄວາມປອດໄພ ແລະ ການປ້ອງກັນອຸບັດເຫດການບິນດ້ວຍການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມສ່ຽງ ຫຼື ເຫດການຂົ່ມຂູ່ຄວາມປອດໄພການບິນທີ່ເກີດຂຶ້ນ (ຖ້າມີ) ແລະ ຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມແລກປ່ຽນບົດຮຽນດ້ານຄວາມປອດໄພ ການບິນຮ່ວມກັນເປັນໄລຍະ ດ້ານວຽກງານເຕັກນິກການບິນສະໜອງການບໍລິການສ້ອມບຳລຸງ ເຮືອບິນຕາມຂອບເຂດຄວາມສາມາດທີ່ໄດ້ຮັບຮອງໂດຍກົມການບິນພົນລະເຮືອນບົນພື້ນຖານເງື່ອນໄຂສັນຍາ ແລະ ລາຄາສົມເຫດສົມຜົນຕາມກົນໄກຂອງຕະຫຼາດຮ່ວມກັນໃນການພັດທະນາຄວາມສາມາດ ຂອງການສ້ອມບຳລຸງເຮືອບິນ ແລະ ຍົກສູງລະດັບສີມືແຮງງານຂອງວິຊາການນາຍຊ່າງສ້ອມບຳລຸງເຮືອບິນໃຫ້ໄດ້ຕາມມາດຕະຖານສາກົນຮ່ວມມືກັນ ຄົ້ນຄວ້າ ແລະ ສະເໜີລັດຖະບານ ປັບປຸງລະບຽບການ, ການເສຍພາສີ ແລະ ການນຳເຂົ້າອາໄຫຼ່ເຮືອບິນ ແລະ ອຸປະກອນຮັບໃຊ້ການບິນແລກປ່ຽນການຝຶກອົບຮົມບົນພື້ນຖານຂອບເຂດຄວາມສາມາດທີ່ໃດ້ຮັບຮອງຈາກກົມການບິນພົນລະເຮືອນໃນເງື່ອນໄຂ ແລະ ລາຄາສົມເຫດສົມຜົນຕາມກົນໄກຕະຫຼາດ ສາມາດປຶກສາຫາລືການນຳໃຊ້ຊັບພະຍາກອນຮ່ວມກັນຕາມຄວາມເໝາະສົມດ້ວຍຮູບການທີ່ຍຸຕິທໍາ, ຫຼີກລ່ຽງການເອົາລັດເອົາປຽບຊຶ່ງກັນ ແລະ ກັນເຊັ່ນ: ເຊົ່າອູ່, ສະຖານທີ່ສ້ອມແປງ ແລະ ອື່ນໆ ໃນເງື່ອນໄຂລາຄາຕົວຈິງຢ່າງ (ຊຶ່ງວຽກງານດັ່ງກ່າວນີ້ ຈະຕ້ອງໄດ້ມີສັນຍາສະເພາະຂອງແຕ່ລະວຽກງານ) ສົ່ງເສີມການຈັດຕັ້ງຝຶກອົບຮົມພະນັກງານດ້ານເຕັກນິກການບິນຮ່ວມກັັນ ເພື່ອຍົກສູງຄຸນນະພາບ ຂອງວຽກງານເຕັກນິກການບິນຂອງລາວໂດຍລວມການຄຸ້ມຄອງພະນັກງານວິຊາການສາມຝ່າຍຕົກລົງວ່າ ຖ້າມີຄວາມຈຳເປັນ ກໍສາມາດນໍາໃຊ້ພະນັກງານວິຊາການຮ່ວມກັນໄດ້ ດ້ວຍການຈ່າຍຄ່າຕອບແທນແຮງງານຕາມຄວາມເໝາະສົມ ຊຶ່ງອັດຕາຄ່າແຮງງານນັກວິຊາການແຕ່ລະດ້ານຈະມີຂໍ້ຕົກລົງຕ່າງຫາກ ຈະປະກອບເປັນສ່ວນໜຶ່ງຂອງຂໍ້ຕົກລົງສະບັບນີ້ ທັງສາມຝ່າຍຕົກລົງວ່າຈະບໍ່ໃຊ້ວິທີຊັກຊວນຍົວະເຍົ້າເອົານັກວິຊາການຂອງກັນ ແລະ ກັນ ເປັນການສ່ວນຕົວດ້ວຍຮູບການຕ່າງໆທີ່ຈະສ້າງຄວາມຫຍຸ້ງຍາກ ແລະ ຄວາມບໍ່ສະຫງົບໃຫ້ແກ່ການຈັດຕັ້ງຂອງກັນ ແລະ ກັນ ເວັ້ນເສຍແຕ່ກໍລະນີທີ່ໄດ້ມີການຕົກລົງກັນແບບທາງການເປັນລາຍລັກອັກສອນເທົ່ານັ້ນ ມາດຕະການຈັດຕັ້ງປະຕິບັດ ຈັດຕັ້ງຄະນະກຳມະການ ແລະ ອານຸກໍາມະການຮ່ວມມືສາມຝ່າຍ, ແຕ່ລະຝ່າຍມີຈໍານວນ ແລະ ຕໍາແໜ່ງເທົ່າກັນ ເພື່ອປະຕິບັດໜ້າທີ່ປະຊຸມຄົ້ນຄວ້າວິທີຈັດຕັ້ງປະຕິບັດການຮ່ວມມື ແຕ່ລະດ້ານໃຫ້ມີໝາກມີຜົນຕົວຈິງ ປະທານຄະນະກໍາມະການຮ່ວມມືຈະແມ່ນຜູ້ອໍານວຍການຂອງແຕ່ລະບໍລິສັດຜັດ ປ່ຽນກັນເປັນປີລະຄັ້ງຕາມລໍາດັບ.

(ແຫຼ່ງຂ່າວ: ໜັງສືພິມກອງທັບ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

ການຈັດຕັ້ງປະຕິບັດວຽງານໃນຂົງເຂດເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ
ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ວັນທີ 15 ທັນວາ 2025ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2025 ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ເຂົ້າ​ຮ່ວມ​ມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສະ​ຫວັນ​ນະ​ເຂດ ພ້ອມດ້ວຍຄະ​ນະ​ນຳພະແນກການ, ກົມກອງອ້ອມຂ້າງແຂວງ ແລະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ເຂົ້າຮ່ວມ. ເຊິ່ງກອງ​ປະ​ຊຸມ​ຈັດ​ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.
ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ໃນວັນທີ 13 ທັນວາຜ່ານມາ ທີ່ເມືອງໄຊ ແຂວງອຸດົມໄຊ ບໍລິສັດຊີຈີເອັນ (CGN) ໄດ້ຈັດພິທີເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ເຈິ່ງຢົງ ຮອງຜູ້ອຳນວຍການ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ໃນຕອນເຊົ້າຂອງວັນທີ 13 ທັນວາຜ່ານມານີ້, ເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ຈັດພິທີອັນເຊີນຮູບຫຼໍ່ເຄິ່ງຄີງ ຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ມາປະດິດສະຖານໄວ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ທີ່ຫ້ອງວ່າການປົກຄອງເມືອງໄຊບົວທອງ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ຄະນະຮັບຜິດຊອບ ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານອະວຸໂສບໍານານ, ບັນດາ ບໍລິສັດ, ນັກທຸລິກິດ, ກ້ອນກໍາລັງຕ່າງໆອ້ອມຂ້າງເມືອງ ເຂົ້້າຮ່ວມ.
ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເພີ່ມເຕີມ