ພິທີເຊັນສັນຍາຮ່ວມມື ລະຫວ່າງ ລັດວິສາຫະກິດ ການບິນລາວ ແລະ ບໍລິສັດກູດມີເດຍ ຫຼືແອັບພິເຄຊັ່ນ ບາວັນລີ(BAWANLI APPLICATION) ກ່ຽວກັບການຂາຍປີ້ເຮືອບິນ ຂອງການບິນລາວ ຜ່ານແອັບພິເຄຊັ່ນບາວັນລີ (BAWANLI APPLICATION) ໄດ້ຈັດຂຶ້ນໃນວັນທີ 25 ທັນວາຜ່ານມາທີ່ຫ້ອງການສຳນັກງານໃຫຍ່ ຂອງການບິນລາວ.ຮ່ວມລົງນາມເຊັນສັນຍາລະຫວ່າງ ທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອໍານວຍການການບິນລາວ ແລະ ທ່ານ ຈິງ ຢຸນຫຼົງ Jing Yunlong ປະທານບໍລິສັດກູດມີເດຍ,ມີ ພະນັກງານ ທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງ ຂອງການຮ່ວມມືໃນຄັ້ງນີ້ ເພື່ອອຳນວຍຄວາມສະດວກໃຫ້ກັບບັນດາລູກຄ້າຂອງລັດວິສາຫະກິດການບິນລາວ ທີ່ຕ້ອງການຊື້ປີ້ເຮືອບິນ ໂດຍສະເພາະລູກຄ້າຄົນຕ່າງປະເທດໂດຍສະເພາະຄົນຈີນ ແລະ ເພື່ອສົ່ງເສີມການເດີນທາງຂອງນັກທ່ອງທ່ຽວ ໃຫ້ເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ທັງເປັນການຮອງຮັບປີທ່ອງທ່ຽວ ປີ 2024 ທີ່ຈະມາເຖິງນີ້.BAWANLI APPLICATION ລາວ. ມີບໍລິການຂາຍປີ້ເຮືອບິນ, ບໍລິການຈອງທີ່ພັກ(ໂຮງແຮມແລະຄອນໂດ), ບໍລິການເຮັດສື່ໂຄສະນາ, ປະກັນໄພ ແລະ ອື່ນໆ.
ຂ່າວ-ພາບ:ບຸນຕອມ

ຄໍາເຫັນ