ຫວ່າງບໍ່ດົນມານີ້ທີ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທຶນເມືອງຊຽງຮ່ອນ ແຂວງໄຊຍະບູລີໄດ້ຈັດພິທີເຊັນສັນຍາໂຄງການເຊົ່າທີ່ດິນເພື່ອປູກພືດລະດູແລ້ງໄລຍະສັ້ນເພື່ອສົ່ງອອກລະຫວ່າງ ຫ້ອງການແຜນການ ແລະ ການລົງທຶນເມືອງ ກັບ ບໍລິສັດ ນໍ້າເຜິ້ງພັດທະນາກະສິກຳຄົບວົງຈອນ ຂາອອກ-ຂາເຂົ້າ ຈຳກັດໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແສງອາທິດ ລາວເບຣຍຢາທໍ່ ຮອງເຈົ້າເມືອງຊຽງຮ່ອນ ມີຕາງໜ້າບໍລິສັດຜູ້ປະກອບການ, ຄະນະກຳມະການສົ່ງເສີມການປູກພືດລະດູແລ້ງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການເຊົ່າທີ່ດິນເພື່ອປູກພືດໄລຍະສັ້ນ ເປັນຕົ້ນແມ່ນປູກໝາກໂມຢູ່ເມືອງຊຽງຮ່ອນ ໃນນັ້ນແຜນການໃນການຈັດແບ່ງເນື້ອທີ່ປູກໝາກໂມ ຈຳນວນ 12 ບ້ານ ໃນເນື້ອທີ່ 300 ເຮັກຕາ, ໄລຍະການປູກແມ່ນເລີ່ມແຕ່ວັນເຊັນສັນຍາຫາວັນທີ 30 ເມສາ 2024. ການເສຍຄ່າອາກອນພັນທະຕ່າງໆແມ່ນ ບໍລິສັດ ນໍ້າເຜິ້ງພັດທະນາກະສິກໍາ ຈໍາກັດ ເປັນຜູ້ຕອບສະໜອງທຶນ100% ລວມມີຄ່າເຊົ່າດິນ, ພັນທະອາກອນຕ່າງໆ, ຄ່າບໍລິການບ້ານ ແລະ ຄ່າບໍລິການວິຊາການແລະ ບໍລິສັດຕ້ອງໄດ້ນຳໃຊ້ແຮງງານຢູ່ພາຍໃນເມືອງ. ການເຊັນສັນຍາໃນຄັ້ງນີ້ກໍເພື່ອເປັນການດຶງດູດເອົານັກລົງທຶນຈາກຕ່າງປະເທດເຂົ້າມາລົງທຶນພາຍໃນເມືອງຊຽງຮ່ອນເພື່ອແນໃສ່ສ້າງລາຍຮັບໃຫ້ແກ່ພາກລັດ ແລະ ເຮັດໃຫ້ປະຊາຊົນພາຍໃນເມືອງໄດ້ມີວຽກເຮັດງານທຳ, ມີລາຍຮັບເພີ່ມຂຶ້ນຈາກການປູກພືດດູແລ້ງສົກ2023-2024ນີ້.
(ຂ່າວ-ພາບ: ດອນ ຂຽວພະນາ)
ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ
ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ຄໍາເຫັນ