ເຊີນຮ່ວມຫົດສົງອົງພະເຈົ້າໝ່ານ ແລະ ບຸນ 84,000 ພະທັມມະຂັນ ປະຈໍາປີ 2025 ທີ່ວັດຊຽງທອງ

ເຊີນຮ່ວມຫົດສົງອົງພະເຈົ້າໝ່ານ ແລະ ບຸນ 84,000 ພະທັມມະຂັນ ປະຈໍາປີ 2025 ທີ່ວັດຊຽງທອງ

ເຊີນຮ່ວມຫົດສົງອົງພະເຈົ້າໝ່ານ ແລະ ບຸນ 84,000 ພະທັມມະຂັນ ປະຈໍາປີ 2025 ທີ່ວັດຊຽງທອງ
ເປັນປະຈຳທຸກປີ ພາຍຫຼັງສຳເລັດການສະເຫຼີມສະຫຼອງບຸນ ຕຸດສົງການປີໃໝ່ລາວ ພສ 2568 ຊາວຫຼວງພະບາງ ເມືອງມໍຣະດົກໂລກ ໄດ້ອາຣາດຖະນາອົງພະໝ່ານ ຊຶ່ງເປັນອົງພະທີ່ສັກສິດອີກ 1 ອົງ ທີ່ປະຊາຊົນຊາວຫຼວງພະບາງ ໃຫ້ການເຄົາລົບ ນົບໄຫວ້ ລົງມາຫົດສົງເພື່ອຂໍພອນໃນໂອກາດປີໃໝ່.

 ພິທີອາຣາດຖະນາໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ່ 22 ເມສານີ້ ເລີ້ມຈາກພະເຖຣະ ໄດ້ນໍາພາຊາວພຸດທະສາສະນິກະຊົນ ກ່າວຄຳອາຣາດຖະນາອົງພະເຈົ້າໝ່ານ ຈາກຫໍພະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ. ຈາກນັ້ນ, ໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ ແລ້ວອັງເຊີນອົງພະເຈົ້າໝ່ານຂຶ້ນປະທັບໃນຫໍສົງ ແລະ ພະສົງ-ສາມະເນນ ໄດ້ນຳພາຊາວພຸດທະສາສະນິກະຊົນ ກ່າວຄຳຄາລະວະ ຈື່ງດຳເນີນການຫົດສົງຢ່າງເປັນທາງການ.

ທ່ານ ຄຳຕັນ ພວງສະຫວັດ ນາຍບ້ານຊຽງທອງ-ຄີລີ ໄດ້ໃຫ້ສຳພາດວ່າ: ສໍາລັບການຫົດສົງອົງພະໝ່ານ ປີນີ້ ຈະດໍາເນີນຈົນເຖີງ ຕອນແລງຂອງວັນທີ່ 26 ເມສາຈຶ່ງຈະສໍາເລັດ, ນອກຈາກການຫົດສົງອົງພະໝ່ານ ໄດ້ມີການຕັ້ງກອງບຸນ 84,000 ພະທັມມະຂັນ ປະຈໍາປີ 2025 ທີ່ວັດຊຽງທອງ ຈຶ່ງຂໍເຊີນຊວນມວນຊົນ ຊາວຫຼວງພະບາງ ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ ໄປຮ່ວມຫົດສົງອົງພະໝ່ານ ແລະ ຮ່ວມອານຸໂມທະນາບຸນ ຕາມກຳລັງສັດທາ.

ອົງພະໝ່ານ ໄດ້ສ້າງດ້ວຍ ທອງຄຳເນື້ອນົບພະເກົ້າ ຫຼື ຄຳເນື້ອເກົ້າ ເປັນຄຳທີ່ງົດງາມ ແລະ ສູງຄ່າທີ່ສຸດ ປະດັບດ້ວຍອັນຍະມະນີນົບພະເກົ້າ ນ້ຳດີທີ່ສຸດທັ້ງ 9 ສີ ບໍລິເວນເຂັມຂັດສ້ອຍສັງວານ ຊາຍໄຫວ ແລະ ເຄື່ອງຊົງທັງອົງ, ສ້າງຂຶ້ນໂດຍຄົນປະເທດພະມ້າ. ຫຼັງຈາກສ້າງແລ້ວ ຈື່ງນໍາຂຶ້ນລ່ອງແພໄປຕາມແມ່ນ້ຳຂອງ ເພື່ອກັບພະມ້າ ພໍຮອດບໍລິເວນເມືອງຫຼວງພະບາງ ອົງພະໄດ້ຢຸດ ແລະ ມຸນວົນນ້ຳ ເຮັດແບບໃດ ກໍບໍ່ສາມາດດືງແພໄປຕໍ່ໄດ້, ທະຫານພະມ້າໄດ້ດືງຢູ່ຫຼາຍທິ ແຕ່ບໍ່ເກີດຜົນ ຜູ້ອັນເຊີນໄດ້ເຮັດ ການສັກກະລະ ແລະ ຕັ້ງຈິດອະທິຖານວ່າ “ຫາກອົງພະ ມິກັບສູ່ຫົງສາວະດີ ກໍຂໍໃຫ້ທ່ານເລືອກວັດທີ່ຈະຢູ່ເຖີດ (ໃນຂະນະນັ້ນຫຼວງພະບາງມີຫຼາຍກວ່າ 100 ວັດ. ປັດຈຸບັນມີພຽງ 60 ກວ່າວັດ), ເຈົ້າອະທິການທຸກວັດໄດ້ມາອັນເຊີນ ຂຶ້ນຈາກແມ່ນ້ຳຂອງ ແຕ່ກໍບໍ່ມີວັດໃດສາມາດຍົກຂຶ້ນໄດ້ ມີພຽງເຈົ້າອະທິການວັດຊຽງທອງ ທີ່ຕັ້ງຈິດອະທິຖານ ທັນໃດນັ້ນສິ່ງທີ່ບໍ່ຄາດຝັນກໍເກີດຂຶ້ນ ໂດຍອຸ້ມອົງພະຂຶ້ນຈາກນ້ຳໄດ້ຢ່າງປະຕິຫານ ແລະ ໄດ້ອັນເຊີນເຂົ້າວັດ ທັງເຮັດການສົມໂພດຢ່າງຍິ່ງໃຫຍ່, ທັງດໍາເນີນການສ້າງ “ຫໍພະໝ່ານ” ແລະ ເກັບລ໋ອກຄວາມງົດງາມໄວ້ດ້ານຫຼັງຂອງ ພະອຸໂບສົດ ນັບແຕ່ປີພຸດທະສັກກະລາດ 2493 ຈົນມາເຖີງປັດຈຸບັນ, ຜະໜັງດ້ານຫຼັງວິຫານດ້ວຍສີບົວ ປະດັບດ້ວຍແວ່ນສີ ສະແດງເຖິງວິຖີຊີວິດຂອງຜູ້ຄົນ ມີຄວາມສວຍງາມແບບພື້ນບ້ານ ທີ່ເປັນເອກະລັກຂອງຫຼວງພະບາງ ແລະ ອັງເຊີນອອກມາພຽງ 3 ຫາ 7 ວັນ ເພື່ອຫົດສົງ ໂອກາດບຸນປີໃໝ່ລາວເທົ່ານັ້ນ, ແຕ່ຍາມໃດ ຝົນບໍ່ຕົກ ບ້ານເມືອງແຫ້ງແລ້ງ ຈະທຳການອັນເຊີນພະເຈົ້າໝ່ານ ອອກມາສົງນ້ຳ ຝົນກໍຈະຕົກຄືກັບປາຕິຫານ, ດ້ວຍເຫດນັ້ນ ໃນໂອກາດບຸນປີໃໝ່ທຸກປີ ຊາວຫຼວງພະບາງຈະມີການອັນເຊີນພະເຈົ້າໝ່ານ ລົງມາໃຫ້ປະຊາຊົນຫົດສົງນ້ຳ ແລະ ກາບໄຫ້ວເປັນປະຈຳທຸກປີ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ