ເຊີນຊວນທຸກພາກສ່ວນສະແດງຄວາມຮູ້ສຶກໂອກາດສະເຫຼີມສະຫຼອງ70 ປີ ວັນສ້າງຕັ້ງພັກ

ເຊີນຊວນທຸກພາກສ່ວນສະແດງຄວາມຮູ້ສຶກໂອກາດສະເຫຼີມສະຫຼອງ70 ປີ ວັນສ້າງຕັ້ງພັກ ໃຫ້ຟົດຟື້ນ

ເຊີນຊວນທຸກພາກສ່ວນສະແດງຄວາມຮູ້ສຶກໂອກາດສະເຫຼີມສະຫຼອງ70 ປີ ວັນສ້າງຕັ້ງພັກ  ໃຫ້ຟົດຟື້ນ
ໂດຍ: ສ.ບຸດປະຊາ ທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດກຳລັງກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ພັກ ປປລ) ຄົບຮອບ 70

 

ປີຊຶ່ງແມ່ນໜຶ່ງໃນ 3 ວັນປະຫວັດສາດທີ່ສຳຄັນຂອງພັກ, ຂອງຊາດໃນປີຄົບຮອບວັນບຸນໃຫຍ່ປີ2025; ໜັງສືພິມປະຊາຊົນ, ໄດ້ເປີດຄໍລໍາສຳລັບໂຄສະນາເຜີຍແຜ່ຈຸດເລີ່ມຕົ້ນ ປະຫວັດສາດຄວາມເປັນມາຂອງພັກປະຊາຊົນປະຕິວັດລາວໂດຍສະເພາະບາງເຫດການທີ່ມີຄວາມໝາຍທາງປະຫວັດສາດມາໄດ້ໄລຍະໜຶ່ງແລ້ວ ແລະ ຄໍລໍານີ້ກໍກຳລັງກ້າວສູ່ການເປີດກວ້າງໃຫ້ທຸກພາກສ່ວນໄດ້ມີສ່ວນຮ່ວມສະແດງຄວາມຮູ້ສຶກຕໍ່ຜົນງານການນໍາພາຂອງພັກ ແລະ ອື່ນໆ.

ການເປີດກວ້າງດັ່ງກ່າວ, ເປັນການເສີມຂະຫຍາຍບົດບາດຂອງໜັງສືພິມປະຊາຊົນ ທີ່ເປັນເວທີຂອງມະຫາຊົນ ໃນການສະແດງຄວາມຄິດຄວາມເຫັນ, ການສະແດງທັດສະນະແບບສ້າງສັນຕໍ່ບັນຫາຕ່າງໆທີ່ກ່ຽວຂ້ອງ,ເສີມຂະຫຍາຍບົດບາດເປັນສາຍໃຍຜູກພັນ ລະຫວ່າງມະຫາຊົນ ກັບ ພັກ-ລັດ, ທັງເປັນການປຸກລະດົມສັງຄົມ ໃຫ້ຮັບຮູ້, ເຂົ້າໃຈ ແລະ ມີຄວາມກະຕືລືລົ້ນສ່ອງແສງຄວາມຄິດຄວາມເຫັນ ທີ່ສະທ້ອນຊຶ່ງກັນ ແລະ ກັນ ໄປຕາມທິດທາງທີ່ສ້າງສັນແບບທຸກຄົນມີສ່ວນຮ່ວມ ຢ່າງເປັນຂະບວນການທີ່ຟົດຟື້ນ, ກວ້າງຂວາງ, ເລິກເຊິ່ງ ແລະ ມີເນື້ອໃນໜັກແໜ້ນ ປະກອບສ່ວນໃຫ້ແກ່ການໂຄສະນາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ ໄດ້ມີບັນຍາກາດທີ່ຟົດຟື້ນ, ຫຼາຍຮູບຫຼາຍສີ ທັງແນໃສ່ຜັນຂະຫຍາຍຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 182/ຄລສພ, ລົງວັນທີ 12 ກໍລະກົດ 2024 ວ່າດ້ວຍການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ຊຶ່ງໃນນີ້ແມ່ນຈະໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ໃຫ້ໄດ້ມີຜົນໄດ້ຮັບທີ່ດີ ເປັນຂະບວນຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ໜັງສືພິມປະຊົນ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນສະແດງທັດສະນະຫຼືສະແດງຄວາມຮູ້ສຶກຕໍ່ຜົນງານການນຳພາຂອງພັກເຮົາ, ພັກທີ່ມີທາດແທ້ໃນການເປັນພັກຂອງຊົນຊັ້ນກຳມະກອນ ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າ ຊຶ່ງນັບແຕ່ມື້ສ້າງຕັ້ງຂຶ້ນ ພັກເຮົາກໍໄດ້ກຳນົດອຸດົມການຂອງຕົນຢ່າງຈະແຈ້ງຄື: ນໍາພາປວງຊົນລາວ ດຳເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ; ພັກເຮົາໄດ້ຂະຫຍາຍອຸດົມການໃຫ້ມີຄວາມສອດຄ່ອງຄື: ນໍາພາທົ່ວປວງຊົນລາວປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ຊຶ່ງລວມຄວາມແລ້ວ ກໍມີຄວາມໝາຍດຽວກັນກັບຄໍາວ່າສັງຄົມນິຍົມ.

ເພື່ອໃຫ້ການສະແດງທັດສະນະຫຼື ສະແດງຄວາມຮູ້ສຶກມີຈຸດສຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ຈຶ່ງມີບາງຂໍ້ສະເໜີດັ່ງນີ້:

1). ສະເໜີໃຫ້ບັນດາກະຊວງ-ອົງການ ທັງສູນກາງ ແລະ ທ້ອງຖິ່ນສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງພັກຄົບຮອບ 70 ປີ, ການນໍາພາຂອງພັກຕໍ່ກັບວຽກງານຂອງຕົນ ແລະ ຜົນສຳເລັດພາຍໃຕ້ການນໍາພາຂອງພັກໃນໄລຍະຜ່ານມາ ໂດຍສະເພາະແມ່ນຜົນງານຂອງການຈັດຕັ້ງພັກຂັ້ນຂອງຕົນ ທີ່ຍາດມາໄດ້, ອັນສຳຄັນຖ້າມີຮູບພາບເມື່ອກ່ອນ ມາສົມທຽບກັບປັດຈຸບັນ ໃຫ້ເຫັນການພັດທະນາທີ່ດີຂຶ້ນຍິ່ງເປັນການດີ;

2). ພິເສດ, ສຳລັບແຂວງວິລະຊົນ, ເມືອງວິລະຊົນ ແລະ ບ້ານວິລະຊົນ ສະເໜີໃຫ້ເນັ້ນໜັກການສ່ອງແສງ ເຖິງຜົນງານການນໍາພາຂອງພັກ ແລະ ການປະກອບສ່ວນສຳຄັນຂອງທ້ອງຖິ່ນຕົນໃນໄລຍະຜ່ານມາ ໃຫ້ເຫັນຢ່າງຈະແຈ້ງ; ພ້ອມດຽວກັນ, ກໍໃຫ້ເຜີຍແຜ່ຄວາມເອົາໃຈໃສ່ຂອງພັກ-ລັດ ແລະ ອົງການປົກຄອງຂັ້ນຂອງຕົນ ໃນການສ້າງສາພັດທະນາທ້ອງຖິ່ນຕົນ ໃຫ້ມີຄວາມຈະເລີນກ້າວໜ້າເລື້ອຍໆ ສົມກັບເປັນບ້ານ, ເມືອງ, ແຂວງ ທີ່ໄດ້ຮັບນາມມະຍົດເປັນດິນແດນວິລະຊົນແຫ່ງຊາດ.

3). ພັກນໍາພາອົງການຈັດຕັ້ງມະຫາຊົນ ຊຶ່ງໃນນີ້ບັນດາຫົວໜ່ວຍແຮງງານຕ່າງໆ ທີ່ມີອົງການຈັດຕັ້ງມະຫາຊົນ ກໍຄືການຈັດຕັ້ງກຳມະບານ ແມ່ນສະເໜີໃຫ້ມີທັດສະນະທີ່ສະແດງເຖິງການນໍາພາຂອງພັກ ຕໍ່ກັບວຽກງານທີ່ກ່ຽວຂ້ອງກັບຫົວໜ່ວຍແຮງງານຕົນ ແລະ ຜົນງານທີ່ຫົວໜ່ວຍຕົນຍາດມາໄດ້ ພາຍໃຕ້ການນໍາພາຂອງພັກ ເພື່ອຊ່ວຍຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາຂອງຫົວໜ່ວຍຕົນ.

4). ບັນດາບໍລິສັດ, ຫ້າງຮ້ານ, ນັກສຶກສາ-ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນທົ່ວໄປ ສະເໜີໃຫ້ສະແດງຄວາມຮູ້ສຶກຂອງຕົນຕໍ່ກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະ ສະແດງຄວາມຮູ້ສຶກຕໍ່ການນໍາພາຂອງພັກໃນໄລຍະຜ່ານມາ ທີ່ຕົນໄດ້ຮັບຮູ້, ເຂົ້າໃຈ ແລະ ຄວາມມຸ່ງຫວັງຂອງຕົນທີ່ມີຕໍ່ການນໍາພາຂອງພັກ.

ທັງໝົດນັ້ນ, ແມ່ນບາງແນວທາງທີ່ສະເໜີໃຫ້ພາກສ່ວນຕ່າງໆ ໄດ້ມີການສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວນີ້ ຊຶ່ງອາດຍັງບໍ່ຄົບຖ້ວນ ກໍຂໍໃຫ້ເພີ່ມຕື່ມຕາມຄວາມເໝາະສົມ ແລະ ຂໍໃຫ້ທຸກພາກສ່ວນໃຫ້ຄວາມຮ່ວມມື ເພື່ອສ້າງເງື່ອນໄຂໃຫ້ໜັງສືພິມປະຊາຊົນໄດ້ໄປສຳພາດຕົວຈິງ ຫຼື ສົ່ງຂໍ້ມູນທີ່ຮັບປະກັນຄວາມຖືກຕ້ອງ ມາທາງອີເມວ PASAXONN@YAHOO.COMຊຶ່ງສາມາດຕິດຕໍ່ມາຫາໂດຍກົງຜ່ານເບີໂທລະສັບ 021 336111. ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ເພື່ອຮ່ວມກັນໂຄສະນາໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ໄດ້ມີບັນຍາກາດຟົດຟື້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ