![]() |
ທ່ານ ຄຳວຽນ ສີຫານາດ ກຳມະການພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ກ່າວຈຸດປະສົງຂອງກອງປະຊຸມທາບທາມຄັ້ງນີ້, ໂດຍອີງຕາມກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI, 5 ປີໃດດຳເນີນກອງປະຊຸມໃຫຍ່ 1 ເທື່ອ, ເພື່ອປະຕິບັດຕາມວາລະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ຕາມແຜນການດຳເນີນການທາບທາມບຸກຄະລາກອນ ເພື່ອສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII. ທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງໄດ້ຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກ ເລກທີ 20/ກມສພ ລົງວັນທີ 26 ກັນຍາ 2024 ວ່າດ້ວຍມາດຄະຖານເງື່ອນໄຂຄະນະບໍລິຫານງານສູນກາງພັກສະໄໝທີ XII ແລະ ໄດ້ມີຄຳເຫັນຊີ້ນຳ ການປ່ອນບັດທາບທາມຮອບທີ 1. ຈາກນັ້ນ, ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດທາບທາມຮັບທີ 1 ຢ່າງເປັນທາງການ
![]() |
(ຂ່າວ: ບຸນມີ ແສງທຸມມີ)


ຄໍາເຫັນ