ຊີວະປະຫວັດຫຍໍ້

ຊີວະປະຫວັດຫຍໍ້

ຊີວະປະຫວັດຫຍໍ້
ສະຫາຍ ເຈິ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ເລຂາຄະນະພັກບັນດາອົງການຂອງພັກຂັ້ນສູນກາງ

 

 

- ວັນ, ເດືອນ, ປິເກີດ: 25/8/1961, ຊົນເຜົ່າ: ກິ່ງ

- ຖິ່ນກໍາເນີດ: ຕາແສງເຮືອງເຊີນ, ແຂວງຮ່າຕິ້ງ

- ວັນເຂົ້າພັກ: 10/3/1990, ວັນເຂົ້າພັກສົມບູນ: 10/3/1991

- ລະດັບການສຶກສາ:

o ການສຶກສາຊັ້ນມັດທະຍົມ: 10/10

o ໜ້າທີ່ ວິຊາສະເພາະ : ວິສະວະກອນປ່າໄມ້, ລົງເລິກຂະແໜງວິທະຍາປ່າໄມ້

o ນາມມະຍົດ, ວິທະຍາຖານະ: ປະລິນຍາເອກສາຂາກະສິກໍາ.

o ທິດສະດີການເມືອງ: ຂັ້ນສູງ

o ລະດັບພາສາຕ່າງປະເທດ: ພາສາອັງກິດ B

- ການຍ້ອງຍໍ: ຫຼຽນໄຊແຮງງານ ຊັ້ນ III (2003).

- ໜ້າທີ່ຕໍາແໜ່ງໃນປັດຈຸບັນ: ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ຮອງຫົວໜ້າຄະນະຊີ້ນໍາຂັ້ນສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້; ເລຂາຄະນະພັກບັນດາອົງການຂອງພັກຂັ້ນສູນກາງ.

ການເຄື່ອນໄຫວວຽກງານໂດຍຫຍໍ້:

10/1979 - 11/1983 ກໍາມະກອນຢູ່ ນິຄົມປ່າໄມ້ເຮືອງເຊີນ, ແຂວງຮ່າຕິ້ງ

12/1983- 11/1988 ນັກສຶກສາ ມະຫາວິທະຍາໄລປ່າໄມ້, ຊວັນມາຍ, ແຂວງຮ່າເຊີນບິ່ງ.

12/1988- 03/1995 ພະນັກງານນິຄົມປ່າໄມ້ເຮືອງເຊີນ, ແຂວງຮ່າຕິ້ງ

04/1995- 06/2004 ຮອງຫົວໜ້າພະແນກ, ຫົວໜ້າພະແນກ, ຜູ້ອໍານວຍການ, ຮອງເລຂາພັກ; ຜູ້ອໍານວຍການ, ເລຂາຄະນະພັກ ບໍລິສັດປ່າໄມ້ ແລະ ບໍລິການເຮືອງເຊີນ, ແຂວງຮ່າຕິ້ງ.

06/2004- 07/2007 ຮອງເລຂາພັກເມືອງ, ປະທານຄະນະກໍາມະການປະຊາຊົນເມືອງ; ເລຂາພັກເມືອງ, ກໍາມະການພັກແຂວງ, ເລຂາພັກເມືອງ; ກໍາມະການສໍາຮອງ ຄະນະບໍລິຫານງານສູນກາງພັກ, ກໍາມະການພັກແຂວງ, ເລຂາພັກເມືອງ; ກໍາມະການສໍາຮອງ ຄະນະບໍລິຫານງານສູນກາງພັກ, ກໍາມະການຄະນະປະຈໍາພັກແຂວງ, ເລຂາພັກເມືອງເຮືອງເຊີນ, ແຂວງຮ່າຕິ້ງ.

07/2007 - 02/2009 ກໍາມະການສໍາຮອງ ຄະນະບໍລິຫານງານສູນກາງພັກ, ກໍາມະການຄະນະປະຈໍາພັກແຂວງ, ປະທານຄະນະກໍາມະການກວດກາພັກແຂວງຮ່າຕິ້ງ.

03/2009 - 02/2011 ກໍາມະການສໍາຮອງ ຄະນະບໍລິຫານງານສູນກາງພັກ, ກໍາມະການ ຄະນະກໍາມະການກວດກາສູນກາງພັກ, ເລຂາຄະນະພັກອົງການ ຄະນະກໍາມະການກວດກາສູນກາງພັກ.

02/2011 - 07/2011 ກໍາມະການຄະນະບໍລິຫານງານສູນກາງພັກ, ຮອງປະທານຄະນະກໍາມະການກວດກາສູນກາງພັກ, ເລຂາຄະນະພັກອົງການ ຄະນະກໍາມະການກວດກາສູນກາງພັກ.

07/2011 - 02/2015 ກໍາມະການຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກແຂວງຖາຍບິ່ງ, ກໍາມະການຄະນະບໍລິຫານງານພັກ ທະຫານເຂດ 3, ເລຂາຄະນະພັກທະຫານແຂວງຖາຍບິ່ງ.

02/2015 - 02/2016 ກໍາມະການຄະນະບໍລິຫານງານສູນກາງພັກ, ຮອງປະທານ ຄະນະກໍາມະການກວດກາສູນກາງພັກ.

02/2016 - 05/2018 ກໍາມະການຄະນະບໍລິຫານງານສູນກາງພັກ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການກວດກາສູນກາງພັກ, ກໍາມະການ ຄະນະປະຈໍາຄະນະພັກ ກຸ່ມບັນດາອົງການຂອງສູນກາງ, ເລຂາຄະນະພັກອົງການ ຄະນະກໍາມະການກວດກາສູນກາງພັກ ສະໄໝ 2015 - 2020.

05/2018 - 01/2021 ເລຂາທິການສູນກາງພັກ, ປະທານ ຄະນະກໍາມະການກວດກາສູນກາງພັກ, ຮອງຫົວໜ້າຄະນະຊີ້ນໍາຂັ້ນສູງກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້.

01/2021 - 10/2024 ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານ ຄະນະກໍາມະການກວດກາສູນກາງພັກ, ຮອງຫົວໜ້າຄະນະຊີ້ນໍາຂັ້ນສູງກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້.

10/2024 - 01/2025 ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ປະທານຄະນະກໍາມະການກວດກາສູນກາງພັກ; ຮອງຫົວໜ້າຄະນະຊີ້ນໍາຂັ້ນສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ ຫຍໍ້ທໍ້.

1/2025 - ເຖິງປັດຈຸບັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ; ຮອງຫົວໜ້າຄະນະຊີ້ນໍາຂັ້ນສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້; ເລຂາຄະນະພັກບັນດາອົງການຂອງພັກຂັ້ນສູນກາງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລົງຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ລົງຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງແກ້ໄຂຜົນກະທົບໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ; ວັນທີ 5-6 ກັນຍາຜ່ານມານີ້, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ວັນທີ 7 ກັນຍາ 2026 ນີ້, ຢູ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ ໃຫ້ແກ່ພະນັກງານນຳທ່ຽວ ຂັ້ນແຂວງຫຼວງພະບາງ ໂດຍມີ ທ່ານ ວັນນະເດດ ພົງສຸດທິ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ສາທຸ ແສງດາວ ສັນຕິກະໂຣ ຮອງປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ນະຄອນ ຫຼວງພະບາງ, ຮອງຫົວໜ້າກຳມາທິການເຜີຍແຜ່ສີນລະທຳ ກຳມະຖານແຂວງ ແລະເຈົ້າອອະທິການວັດປ່າໄຜ່ມີໄຊຍາຣາມ ແລະທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງ ພ້ອມດ້ວຍພະນັກງານນຳທ່ຽວ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ວັນທີ 7 ກັນຍາ 2026 ນີ້, ທີ່ສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ຊຸດທີ I ປະຈຳປີ 2026 ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ, ມີພະນັກງານຄັງເງິນແຫ່ງລັດຈາກ 6 ແຂວງພາກເໜືອ ແລະ 17 ເມືອງ ເຂົ້າຮ່ວມ 50 ຄົນ.
ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ແກ້ໄຂຜົນກະທົບ ໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ. ໃນວັນທີ 5-6 ກັນຍາຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ (ສ​ພ​ຊ) ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິ ຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2026 ໄດ້ດໍາເນີນຂຶ້ນໃນລະຫວ່າງວັນທີ 3-4 ກັນຍາຜ່ານ​ມາ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະ​ນະເລຂາທິ ການສູນກາງພັກ ຮັກສາການປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ພິ​ທີ​ປະ​ດັບຫຼຽນ​ກາ​ທີ່​ລະ​ນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ທ່ານ ຄໍາໄລ ປັນຍາຄູນ ພະນັກງານບໍານານ, ອະດີດຄະນະປະຈໍາພັກເມືອງ, ອະດີດຮອງເຈົ້າເມືອງລະມາມ ແລະ ທ່ານ ນາງ ສອນ ປັນຍາຄູນ ອໍານວຍການກຸ່ມບໍລິສັດສອນ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໄດ້​ມີ​ຂຶ້ນ​ໃນວັນທີ 4 ກັນຍາຜ່ານ​ມາ, ໃຫ້​ກຽດປະ​ດັບຫຼນ​ດັ່ງ​ກ່າວ ໂດຍ ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊກອງ.
ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກອງປະຊຸມສະຫຼຸບວຽກງານການເຄືອນໄຫວໃນໄລຍະຜ່ານມາ ແລະ ຄັດເລືອກຄະນະກຸ່ມຊຸດໃໝ່ ຂອງກຸ່ມໂຮງສີເຂົ້າ-ເກັບຊື້ເຂົ້າເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 4 ກັນຍາ​ຜ່ານ​ມາ ທີ່ ເມືອງພຽງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນກ່ຽວຂ້ອງ, ພ້ອມດ້ວຍສະມາຊິກກຸ່ມເຂົ້າຮ່ວມ.
ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ວັນທີ 4 ກັນຍາ ຜ່ານມາ, ກອງພົນທີ 4 ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນ 100 ລ້ານກີບ ເພື່ອຊຸກຍູ້ສະພາປະຊາຊົນແຂວງ ແລະ ອຳນາດການປົກຄອງແຂວງ
ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ງານເທສະການຄຳລາວປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 4-6 ກັນຍາ 2026 ຢູ່ນະຄອນ ຫຼວງວຽງຈັນ ໄດ້ຈັດໃຫ້ມີຫຼາຍກິດຈະກຳປິ່ນອ້ອມ ເພື່ອເຮັດໃຫ້ພາຍໃນງານມີບັນຍາກາດຄືກຄື້ນໜຶ່ງໃນຫຼາຍໆກິດຈະກຳນັ້ນ ກໍມີກິດຈະກຳແຂ່ງຂັນສີໄມ້ລາຍມືອັນປານີດ ໃນການເຮັດພາຂວັນຂອງແຕ່ລະທ້ອງ ຖິ່ນທົ່ວປະເທດ. ຊຶ່ງກິດຈະກຳດັ່ງກ່າວໄດ້ມີຕົວແທນແຕ່ລະແຂວງເຂົ້າຮ່ວມ 10 ທີມ, ສະເພາະແຂວງອຸດົມໄຊໄດ້ຮັບລາງວັນຊົມເຊີຍ ໂດຍໄດ້ຮັບເງິນ 5 ລ້ານກີບ ພ້ອມໂລ້ລາງວັນ.
ເພີ່ມເຕີມ