ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ໄອປາ

ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ຢ່າງຈົບງາມ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45, ໄດ້ລົງເລິກຄົ້ນຄວ້າປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິ ທັງໝົດ 37 ສະບັບ.

 

ໃນນີ້, ຂົງເຂດການເມືອງ, ເສດຖະກິດ, ສັງຄົມມີ 5, ວຽກງານເພດຍິງ, ຊາວໜຸ່ມ ແລະ ວຽກງານຈັດຕັ້ງພາຍໃນໄອປາ. ນອກນັ້ນ, ມີກອງປະຊຸມຕ່າງໆທັງໝົດ 11 ກອງປະຊຸມ.

ກອງປະຊຸມໄອປາ ຄັ້ງທີ 45, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ພາຍຫຼັງດໍາເນີນມາເປັນເວລາ 4 ມື້ (18-21 ຕຸລາ 2024) ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 21 ຕຸລາ, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ດ້ວຍຄໍາຂວັນ; “ບົດບາດຂອງລັດ ຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມ ລວມຂອງອາຊຽນ’’. ກອງປະຊຸມຄັ້ງນີ້, ມີຄະນະຜູ້ແທນບັນດາປະທານຈາກລັດຖະສະພາສະມາຊິກໄອປາ 8 ປະເທດ ລວມທັງໝົດປະມານ 600 ທ່ານ ເຂົ້າຮ່ວມ. ບັນດາປະທານລັດຖະສະພາ ແລະ ຫົວໜ້າຄະນະຜູ້ແທນແຕ່ລະປະເທດ ໄດ້ປະກອບຄໍາຄິດເຫັນ ພາຍໃຕ້ກອບຫົວຂໍ້ກອງປະຊຸມ ໂດຍຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍ. ພ້ອມກັນນີ້, ກໍໄດ້ຢໍ້າຄືນຄວາມໝາຍໝັ້ນຂອງຜູ້ນໍາລັດຖະສະພາສະມາຊິກໄອປາ ທີ່ຈະຕ້ອງເພີ່ມທະວີບົດບາດລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕ ແບບກວມລວມ ຂອງອາຊຽນ.

ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45, ຍັງມີກອງປະຊຸມຕ່າງໆທັງໝົດ 11 ກອງປະຊຸມຄື: 1. ກອງປະຊຸມຄະນະບໍລິຫານງານໄອປາ; 2. ກອງປະຊຸມກຳມາທິການການເມືອງ; 3. ກອງປະຊຸມກຳມາທິການເສດຖະກິດ; 4. ກອງປະຊຸມກຳມາທິການວຽກງານສັງຄົມ; 5. ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ; 6. ກອງປະຊຸມກຳມາທິການສະມາຊິກສະພາເພດຍິງ; 7. ກອງປະຊຸມສະມາຊິກລັດ ຖະສະພາໜຸ່ມໄອປາ; 8. ກອງປະຊຸມກຳມາທິການຖະແຫຼງການຮ່ວມ; 9. ກອງປະຊຸມພົບປະ ລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນ; 10. ກອງປະຊຸມພົບປະກັບລັດຖະສະພາສັງເກດການ; 11. ກອງປະຊຸມເວທີຜູ້ນຳການເມືອງເພດຍິງ. ກອງປະຊຸມກຳມາທິການປະຈຳຕ່າງໆຂອງໄອປາ ໄດ້ລົງເລິກຄົ້ນຄວ້າປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິ ທັງໝົດ 37 ສະບັບ. ໃນນີ້, ຂົງເຂດວຽກງານການເມືອງ 4 ສະບັບ, ຂົງເຂດວຽກງານເສດຖະກິດ 8 ສະບັບ, ຂົງເຂດວຽກງານສັງຄົມ 5 ສະບັບ, ວຽກງານເພດຍິງ 2 ສະບັບ, ວຽກງານຊາວໜຸ່ມ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນໄອປາ 15 ສະບັບ. ພ້ອມນີ້, ບັນດາຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາໄອປາ ກໍໄດ້ລົງນາມໃນຖະແຫຼງ ການຮ່ວມ ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ແລະ ໄດ້ຮັບຮອງເອົາປະເທດມາເລເຊຍ ເປັນເຈົ້າພາບ ຈັດກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 46 ໃນປີ 2025.

ໃນພິທີປິດກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ສປປ ລາວ ມີຄວາມຍິນດີ ແລະ ພາກພູມໃຈ ທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມ ໄອປາ ຄັ້ງທີ 45. ພວກເຮົາ ໄດ້ປຶກສາຫາລື ແລະ ຕົກລົງຫຼາຍຫົວຂໍ້ສໍາຄັນ ຕາມພາລະບົດບາດຂອງຕົນ ເພື່ອເປັນການສົ່ງເສີມ ແລະ ຮັດເເໜ້ນການຮ່ວມມືໃນຂະແໜງການນິຕິບັນຍັດ ກໍຄືເພື່ອປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກຂອງພາກພື້ນ. ບັນດາຍັດຕິທີ່ໄອປາໄດ້ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ກວມເອົາຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ, ວຽກງານພາຍໃນ, ກອງປະຊຸມລະຫວ່າງອາຊຽນ ແລະ ໄອປາ ຊຶ່ງຈະເປັນເອກະສານພື້ນຖານສຳຄັນໃນການຜັນຂະຫຍາຍຄຳຂວັນສຳລັບການເປັນປະທານໄອປາ ຄັ້ງທີ 45 ຂອງ ສປປ ລາວ ໃນປີ 2024. ນອກຈາກນີ້, ໄດ້ມີກອງປະຊຸມຮ່ວມລະຫວ່າງ ໄອປາ ກັບ ລັດຖະສະພາປະເທດສັງເກດການ ເພື່ອເພີ່ມທະວີການຮ່ວມມື, ການສະໜັບສະໜູນ, ແກ້ໄຂບັນຫາທີ່ເກີດຂຶ້ນ ແນໃສ່ຮັບປະກັນການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ເພື່ອເຮັດໃຫ້ຜົນຂອງກອງປະຊຸມໄອປາ ຄັ້ງນີ້ ໄດ້ຮັບການຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ຂໍຮຽກຮ້ອງບັນດາສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ, ລັດຖະສະພາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາໄອປາ ນຳເອົາເນື້ອໃນຈິດໃຈສຳຄັນຂອງບັນດາມະຕິຕ່າງໆ ກໍຄືຂໍ້ຕົກລົງຂອງກອງປະຊຸມ ໄປເຜີຍແຜ່ ແລະ ເຊື່ອມສານເຂົ້າໃນວຽກງານຂອງຕົນ ໃຫ້ປະກົດຜົນເປັນຈິງ, ສາມາດປະເມີນໄດ້ ແລະ ມີການລາຍງານຢ່າງເປັນລະບົບ. ນີ້ກໍເພື່ອຍົກສູງບົດບາດຂອງໄອປາ ໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄື ການສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ເຮັດໃຫ້ເສດຖະກິດອາຊຽນ ມີຄວາມເຂັ້ມແຂງ, ເປີດກວ້າງ, ປະຊາຄົມມີຄວາມສາມັກຄີປອງດອງ, ມີການພັດທະນາທີ່ເທົ່າທຽມກັນ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ກຽດມອບທຸງໄອປາ ໃຫ້ແກ່ປະເທດມາເລເຊຍ ເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 46 ໃນປີ 2025 ເຊື່ອໝັ້ນວ່າ: ພາຍໃຕ້ການເປັນປະທານໄອປາ ຂອງມາເລເຊຍ ພວກເຮົາຈະປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ໂດຍ: ສີວັນ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ