ຊົນເຜົ່າກຶມມຸ ເມືອງຫຼວງນໍ້າທາ ສະຫຼອງບຸນປົດປີ

ຊົນເຜົ່າກຶມມຸ ເມືອງຫຼວງນໍ້າທາ ສະຫຼອງບຸນປົດປີ
ການຈັດຕັ້ງບ້ານ ແລະ ປະຊາຊົນ ບ້ານຫ້ວຍດຳ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ສະເຫຼີມສະຫຼອງບຸນເກຣີ ຫຼື ບຸນປົດປີຂອງຊົນເຜົ່າກຶມມຸ ຂຶ້ນເມື່ອບໍ່ດົນມານີ້, ໂດຍການເຂົ້າຮ່ວມຂອງທ່ານ ສຸກສັນ ພະກາສີ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຫຼວງນໍ້າທາ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ການເຮັດບຸນປະເພນີບຸນເກຣີ ຫຼື ບຸນປົດປີ ຂອງຊົນເຜົ່າກຶມມຸ ຈັດຂຶ້ນໃນລະຫວ່າງເດືອນຈຽງຫາເດືອນຍີ່ ກົງກັບເດືອນ 12 ຕໍ່ໃສ່ເດືອນ 1 ສາກົນ ຊຶ່ງການເຮັດບຸນເກຣີນີ້ ເປັນການເອກອ້າງເຖິງຜົນງານການເກັບກ່ຽວຜົນລະປູກຕ່າງໆໃນຮອບ 1 ປີຜ່ານມາ ແລະ ເອກອ້າງເຖິງວັດທະນະທຳຮີດຄອງປະເພນີອັນດີງາມ ທີ່ເຄີຍສືບທອດກັນມາແຕ່ດຶກດຳບັນ ທັງເປັນການສືບສານວັດທະນະທຳຮີດຄອງອັນດີງາມ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ຮັກສາຮີດຄອງປະເພນີອັນດີງາມນີ້ໄວ້ໃຫ້ໝັ້ນຄົງ. ບຸນເກຣີ ມີຄວາມໝາຍວ່າ ຄືບຸນຄຸນເຂົ້າ, ເຜືອກມັນ, ພໍ່ແມ່, ປູຍ່າຕາຍາຍ ຕາມການນັບຖືຜີຂອງບັນພະບູລຸດຂອງຕົນເອງ ເມື່ອຮອດມື້ບຸນເຂົາເຈົ້າໄດ້ຫ້າງຫາກະກຽມໄກ່ຜູ້ໂອກ ແລະ ໄກ່ແມ່ ແນວລະໂຕ, ມີເຫຼົ້າໄຫ, ເຄື່ອງຜົນລະປູກ ແລະເຄື່ອງມືການຜະລິດທຸກຢ່າງມາປະດັບເອ້ ມື້ທຳພິທີນັ້ນເພິ່ນຈະເອົາເລືອດໄກ່ມາທາຫົວເຂົ່າຂອງສະມາຊິກທຸກຄົນຢູ່ໃນຄອບຄົວ, ເພື່ອໃຫ້ສິ່ງຊົ່ວຮ້າຍຕົກໄປນໍາປີເກົ່າໃຫ້ໝົດ ແລະ ນໍາເອົາສິ່ງທີ່ດີໆໃນປີໃໝ່ເຂົ້າມາສູ່ຄອບຄົວເຮືອນຊານ, ໃຫ້ມີຄວາມອຸດົມສົມບູນຕະຫຼອດໄປ ພ້ອມນັ້ນທຸກຄົນພາຍໃນບ້ານ ແລະ ແຂກຖືກເຊີນໄດ້ພາກັນແຫ່ຕີຄ້ອງ, ຕີກອງ, ຕົບແສ່ງ, ຟ້ອນດາບ, ຂີ່ກົງກວຽນ ແລະ ອື່ນໆ. ນອກຈາກນີ້, ຍັງມີການຂັບເຕີມ ຟ້ອນແຊອ້ອມ ຫຼັກຄ້ຳ ຫຼັກຄູນ ຕາມຮີດຄອງປະເພນີຂອງເຜົ່າຢ່າງມີຄວາມເບີກບານມ່ວນຊື່ນ. 
  ງານບຸນດັ່ງກ່າວ ຈັດຂຶ້ນເພື່ອເປັນການອະນຸລັກ ຮັກສາຮີດຄອງປະເພນີ ອັນດີງາມຂອງເຜົ່າ, ທັງເປັນການໂຄສະນາເຜີຍແຜ່ມູນເຊື້ອ ໃຫ້ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງກວ້າງຂວາງ ພ້ອມທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວລາວປີ 2024 ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.
ຂ່າວ-ພາບ: ພັນທະມິດ ສີ່ສະເກີ່ງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ