ຢູມັນນີ ມີຫຼາຍບໍລິການເຮັດທຸລະກຳທາງການເງິນຜ່ານໂທລະສັບມືຖື ໃນແອັບດຽວ

ຢູມັນນີ ມີຫຼາຍບໍລິການເຮັດທຸລະກຳທາງການເງິນຜ່ານໂທລະສັບມືຖື ໃນແອັບດຽວ
ຢູມັນນີ (u-money)ຄົບຈົບ ໃນແອັບດຽວດ້ວຍບໍລິການທີ່ພົ້ນເດັ່ນທີ່ຈະເຮັດໃຫ້ການເຮັດທຸລະກຳທາງການເງິນໂດຍຜ່ານໂທລະສັບມືຖືວ່າຈະເປັນການໂອນເງິນ-ການຖອນເງິນສົດໄດ້ຢ່າງວ່ອງໄວ, ການຊໍາລະຄ່າບໍລິການຕ່າງໆເຊັ່ນ: ຕື່ມມູນຄ່າໂທ, ຊໍາລະຄ່ານໍ້າ, ຄ່າໄຟຟ້າ, ຄ່າຂີ້ເຫຍຶ້ອ, ການຊໍາລະຜ່ານ QR Code ແລະ ອື່ນໆ ຊຶ່ງຟັງຊັ່ນການນຳໃຊ້ຕ່າງໆນີ້ເໝາະສົມກັບຍຸກສັງຄົມດີຈີຕອນໃນປັດຈຸບັນຊຶ່ງບໍລິການດັ່ງກ່າວ ຈະເຮັດໃຫ້ຜູ້ນຳໃຊ້ສາມາດນໍາໃຊ້ບໍລິການໄດ້ທຸກທີ່ ທຸກເວລາ ທີ່ຕ້ອງການ ພຽງແຕ່ພື້ນທີ່ນັ້ນມີສັນຍານໂທລະສັບຂອງ ຢູນິເທວ ຄຽງຄູ່ກັບການນຳໃຊ້ບໍລິການຍັງສາມາດມາດຊ່ວຍໃຫ້ຜູ້ຊົມໃຊ້ ໄດ້ຮັບຜົນປະໂຫຍດຈາກບໍລິການຫຼາຍທີ່ສຸດເນື່ອງຈາກບໍລິການດັ່ງກ່າວນີ້ໄດ້ສະໜອງສ່ວນຫຼຸດ ແລະ ໂປຣໂມຊັ່ນທີ່ຫຼາກຫຼາຍໃຫ້ກັບລູກຄ້າດັ່ງລຸ່ມນີ້: 
1.    ບໍລິການທາງດ້ານການເງິນ. 
ເພື່ອໃຫ້ຜູ້ຊົມໃຊ້ໄດ້ເຂົ້າເຖິງການເຮັດທຸລະກຳທາງດ້ານການເງິນຢ່າງບໍ່ມີຂີດຈຳກັດຊຶ່ງສາມາດເຮັດທຸລະກຳໄດ້ທຸກທີ່ ທຸກເວລາ ທີ່ຕ້ອງການເປັນຕົ້ນແມ່ນການໂອນເງິນ ຜ່ານບໍລິການ u-money ດ້ວຍການອອກແບບບໍລິການ ເພື່ອໃຫ້ສະດວກຕໍ່ການນຳໃຊ້ ດັ່ງນັ້ນ, ລູກຄ້າສາມາດໂອນໄດ້ ໃນ 4 ກໍລະນີຄື: ໂອນເງິນຈາກບັນຊີ u-money ຫາ ບັນຊີ u – money, ໂອນຈາກບັນຊີ u-money ຫາ ບໍ່ມີບັນຊີ u-money, ການໂອນລອຍ ຫຼື ໂອນເງິນດ່ວນ ແລະ ການໂອນເງິນຫາບັນຊີທະນາຄານ ຫຼື ຈະໂອນຈາກບັນຊີທະນາຄານເຂົ້າມາຫາ u-money ໂດຍກົງກໍໄດ້ເຊັ່ນດຽວກັນ ຊຶ່ງປະກອບດ້ວຍ 7 ທະນາຄານຄື: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL), ທະນາຄານຮ່ວມທຸລະກິດລາວຫວຽດ (LVB), ທະນາຄານຮ່ວມພັດທະນາ (JDB), ທະນາຄານສົ່ງເສີມກະສິກຳ (APB),  ທະນາຄານອິນໂດຈີນ, ທະນາຄານ ມາຣູຮານ ເຈແປນ ລາວ, ທະນາຄານ BIC ແລະ ທະນາຄານ MB Lao 
ນອກຈາກການໂອນເງິນແລ້ວລູກຄ້າຍັງສາມາດ ເອົາເງິນເຂົ້າກະເປົາ ແລະ ຖອນເງິນອອກມາເປັນເງິນສົດເພື່ອຈັບຈ່າຍໃຊ້ສອຍໃນຊີວິດປະຈຳວັນໄດ້ ໂດຍສາມາດເຮັດທຸລະກຳຜ່ານປ່ອງບໍລິການຂອງ Unitel, ຮ້ານນຕົວແທນ u-money ທົ່ວປະເທດ ແລະ ປ່ອງບໍລິການຂອງທະນາຄານຊຶ່ງລວມມີ: ທະນາຄານຮ່ວມພັດທະນາ (JDB), ທະນາຄານສົ່ງເສີມກະສິກຳ (APB),  ທະນາຄານອິນໂດຈີນ.
2.    ບໍລິການຊຳລະແບບດີຈີຕອນ.
ການຊຳລະໃນຮູບແບບດີຈີຕອນໄດ້ເປັນທີ່ນິຍົມໃນສັງຄົມປັດຈຸບັນ ຊຶ່ງໄດ້ສ້າງຄວາມສະດວກສະບາຍ ແລະ ວ່ອງໄວບໍ່ວ່າຈະເປັນການຊຳລະສິນຄ້າ, ຊຳລະຄ່າບໍລິການຕ່າງໆ ດ້ວຍຈຸດພິເສດທີ່ວ່າບໍ່ຈຳເປັນຕ້ອງພົກເງິນສົດກໍສາມາດໃຊ້ສອຍໄດ້ຕະຫຼອດເວລາເມື່ອຕ້ອງການ.  ບໍລິການ u-money ທີ່ເປັນກະເປົາເງິນເອເລັກໂຕຣນິກ ຊຶ່ງເປັນໜຶ່ງຜະລິດຕະພັນທີ່ສາມາດຊຳລະໃນຮູບແບບດີຈີຕອນໄດ້ເຊັ່ນ: ການຕື່ມມູນຄ່າໂທ ແລະ ຊຳລະລາຍເດືອນ ໃຫ້ເຄືອຂ່າຍ Unitelຮັບສ່ວນຫຼຸດທັນທີ 5%, ເຄືອຂ່າຍ ອີທີແອວ (ETL) ຫຼຸດ 3%, ຊໍາລະອິນເຕີເນັດບ້ານ FTTH ຫຼຸດ 2%, ຊື້ແພັກເກດດາຕ້າສາມາດເລືອກຮັບໂປຣໂມຊັ່ນດາຕ້າ X2 ຫຼື ສ່ວນຫຼຸດສູງເຖິງ 15%. ນອກຈາກນີ້, ຢູມັນນີ ຍັງສາມາດ ເຊື່ອມຕໍ່ການຊໍາລະອີກຫລາຍຊ່ອງທາງ ເພີ່ມຄວາມສະດວກໃນການນຳໃຊ້ເປັນຕົ້ນແມ່ນ: ການຊໍາລະສິນເຊື່ອລົດຈັກ ຂອງບໍລິສັດ ແວວຄຳ ເຊົ່າສິນເຊື່ອລາວ, ຊຳລະສິນເຊື່ອຂອງບໍລິສັດ ອີອອນ, ຊື້ປະກັນໄພ ລາວຫວຽດ (LVI)ຮັບສ່ວນຫຼຸດສູງເຖິງ 20%, ຊໍາລະຄ່ານຳປະປາພາຍໃນນະຄອນຫຼວງ, ຊໍາລະຄ່າ ໄຟຟ້າ (ຄອນຫຼວງວຽງຈັນ), ຊໍາລະຄ່າບໍລິການຊົມໃຊ້ຈານດາວທຽມຂອງ LaoSat TV, ຊໍາລະຄ່າຂີ້ເຫຍື້ອພາຍໃນແຂວງຫຼວງພະບາງ, ບໍລິຄໍາໄຊ, ຈໍາປະສັກ ແລະ ສະຫວັນນະເຂດ. ຍັງມີອີກຫຼາກຫຼາຍບໍລິການ ຫຼາກຫຼາຍໂປຣໂມຊັນທີ່ພວກເຮົາສະໜອງໃຫ້ ເພື່ອຕອບສະໜອງ ຄວາມຕ້ອງການຂອງລູກຄ້າທຸກໆໄລຍະ ແລະ ທຸກເທດສະການ ອີກດ້ວຍ.
3.    ບໍລິການການຄ້າເອເລັກໂຕຣນິກ (E-commerce).
    ບໍລິການ u-money ຊຶ່ງເປັນແອັບກະເປົາເງິນເອເລັກໂຕຣນິກແອັບທຳອິດທີ່ໄດ້ຮັບໃບອະນຸຍາດກ່ຽວກັບການຄ້າເອເລັກໂຕຣນິກ ຊຶ່ງ u-money ໄດ້ມີການເພິ່ມຟັງຊັນການຂາຍສິນຄ້າອອນລາຍໃນແອັບເພື່ອເປີດໂອກາດໃຫ້ຜູ້ນຳໃຊ້ສາມາດສ້າງລາຍຮັບດ້ວຍການຂາຍສິນຄ້າດັ່ງກ່າວຊຶ່ງຈະໄດ້ຮັບຄ່າຕອບແທນສູງເຖິງ 24% ໃນປັດຈຸບັນນີ້ກໍໄດ້ເລີ່ມໃຫ້ບໍລິການຂາຍສິນຄ້າຫຼັກໆຂອງ ຢູນີເທວເຊັ່ນ: ແພັກເກດດາຕ້າ, ບັດຕື່ມເງິນ: ເບີໂທລະສັບ ແລະ ອິນເຕິເນັດ, ການຊຳລະຄ່າຫວຍ ແລະ ປະກັນໄພ.
4.    ເບີກຈ່າຍເງິນເດືອນຜ່ານ u-money.
    ດ້ວຍບໍລິການທີ່ມີເອກະລັກທີ່ພົ້ນເດັ່ນທີ່ສາມາດນຳໃຊ້ບໍລິການໄດ້ດ້ວຍສອງຮູບແບບເຊັ່ນ: ນຳໃຊ້ໂດຍຜ່ານອິນເຕິເນັດ (Application) ແລະ ນຳໃຊ້ໂດຍບໍ່ຈຳເປັນຕ້ອງມີອີນເຕີເນັດ (USSD), ດ້ວຍເຂດປົກຄຸມສັນຍາທຸກພື້ນທີ່ຂອງຢູນີເທວ, ສະນັ້ນການເບີກຈ່າຍເງິນເດືອນ ຜ່ານຊ່ອງທາງ u-money ຈຶ່ງເປັນອີກໜຶ່ງຊ່ອງທາງທີ່ເໝາະສົມໃນການເບີກຈ່າຍເງິນເດືອນ ຊຶ່ງປັດຈຸບັນກໍໄດ້ມີຫຼາຍໆໜ່ວຍງານທັງພາກລັດ ແລະ ເອກະຊົນໄດ້ໃຫ້ຄວາມໄວ້ວາງໃຈໃນການນຳໃຊ້ບໍລິການ u-money ໃນການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນຕ່າງໆຜ່ານບໍລິການ u-money ປະກອບດ້ວຍ ພະນັກງານ-ລັດຖະກອນ ຂອງຄັງເງິນແຫ່ງຊາດ ນຳໃຊ້ໃນການເບີກຈ່າຍເງິນເດືອນພາຍໃນ 10 ເມືອງ ທີ່ການບໍລິການຂອງທະນາຄານເຂົ້າເຖິງໄດ້ຍາກ, ການນຳຂັ້ນເມືອງ  ແລະ ຂັ້ນແຂວງນຳໃຊ້ໃນການເບີກຈ່າຍເງິນອຸດໜູນໃຫ້ກັບນາຍບ້ານ ແລະ ຍັງມີຫົວໜ່ວຍ ທຸລະກິດ ເອກະຊົນ ກໍໄດ້ມີການຫັນມາໃຊ້ ຢູມັນນີ ໃນການເບີກຈ່າຍເງິນເດືອນ ແລະ ມີໂຕເລກການນໍາໃຊ້ ເພີ່ມຂຶ້ນເລື່ອຍໆ, ການເບີກຈ່າຍເງິນເດືອນຜ່ານຊ່ອງທາງນີ້ສາມາດຕອບສະໜອງຄວາມຕ້ອງການຂອງ ພະນັກງານ ເປັນຕົ້ນເເມ່ນການຮັບເງິນເດືອນໄດ້ຕາມເວລາກໍານົດ, ເມື່ອຕ້ອງການຖອນເງິນກໍສາມາດຖອນຜ່ານປ່ອງບໍລິການຂອງ Unitelຫຼື ຮ້ານຕົວແທນ u-money ໃນເຂດບ້ານນັ້ນໆ ຫຼື ສາມາດໂອນຫາບັນຊີທະນາຄານໂດຍກົງກໍໄດ້ເຊັນດຽວກັນ.
(ຂ່າວ:ສຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ