1 ພຶດສະພາ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

1 ພຶດສະພາ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ
ໂດຍ: ພູວັນ
ວັນທີ 1 ພຶດສະພາ ທີ່ຈະໝູນວຽນມາຄົບຮອບ 138ປີ (1 ພຶດສະພາ 1886-1ພຶດສະພາ2024) ເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດ ວັນທີ1 ພຶດສະພາຂອງທຸກໆປີ ຖືເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກກຳມະກອນປຽບເໝືອນເສັ້ນເລືອດໃຫຍ່ຂອງຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງຢ່າງຕໍ່ເນື່ອງ.
ດັ່ງທີ່ຮູ້ນໍາກັນແລ້ວວ່າ: ຊົນຊັ້ນກຳມະກອນສາກົນກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະອາເມຣິກາໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ ແລະສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງວັດຖຸ ແລະສິ່ງຂອງຕ່າງໆເຂົ້າໃນການຮັບໃຊ້ຊີວິດປະຈຳວັນນັບມື້ສູງຂຶ້ນແລະບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ຈຳນວນກຳມະກອນຈຶ່ງມີການເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັບການຂະຫຍາຍຕົວຂອງການຜະລິດ.ພາຍໃຕ້ການປົກຄອງຂອງພວກນາຍທຶນຊົນຊັ້ນກຳມະກອນຖຶກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງອອກແຮງງານສຸດທີ່ລຳບາກ ແລະມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ,ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ,ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ,ອອກແຮງງານໜັກແຕ່ໄດ້ຮັບຄ່າແຮງງານໜ້ອຍ,ບໍ່ມີການປ້ອງກັນສຸຂະພາບ ແລະຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກ,ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມເຮັດໃຫ້ຊີວິດການເປັນຢູ່ທຸກຍາກລໍາບາກຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນເລື້ອຍໆ.ຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮືຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະຫຼຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1.764 ເພາະປະເທດອັງກິດໃນເວລານັ້ນເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກ່ວາໝູ່. ໃນເດືອນພະຈິກ1884 ຢູ່ເມືອງຫຼວງຊິກາໂກເປັນຈຸດໃຈກາງອຸດສາຫະກຳຂອງປະເທດອາເມຣິກາຂະບວນກຳມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ,ຮຽກຮ້ອງ ແລະປຸກລະດົມໃຫ້ກຳມະກອນ,ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານໃນປະເທດອາເມຣິກາຢູ່ເມືອງຫຼວງຊິກາໂກໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມຣິກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະອື່ນໆ. ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ.
ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ14 ກໍລະກົດປີ1889ກອງປະຊຸມພັກກອມມູນິດສາກົນຄັ້ງທີII ໄດ້ເປີດຂຶ້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝະລັ່ງ)ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດເອີຣົບ, ອາເມຣິກາ ແລະອາກຊັງຕິນທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ແມ່ນທວງເອົາສິດແລະຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ຣັດເຊຍໂດຍໂຄ່ນລົ້ມລະບອບນາຍທຶນເພື່ອປະຕິບັດຄຳຂັວນ“ມື້ໜຶ່ງເຮັດວຽກ 8 ຊົ່ວໂມງແລະກຳນົດເອົາວັນທີ1 ພຶດສະພາ1886 ເປັນວັນກຳມະກອນສາກົນ”, ນັບແຕ່ນັ້ນມາ“ວັນທີ1 ພຶດສະພາຂອງທຸກໆປີຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເກີບແພຈໍານວນ 100 ກວ່າຄູ່ ມາມອບໃຫ້ໜັງສືພິມປະຊາຊົນ ເພື່ອນໍາໄປມອບຕໍ່ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໃນວັນທີ 1 ກໍລະກົດນີ້ ທີ່ສໍານັກງານໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ຜູ້ອໍານວຍການບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ (BRIGHT CHOICE) ພ້ອມດ້ວຍຄອບຄົວ ໂດຍການກ່າວຮັບຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ປະດັບທຽບຊັ້ນໃຫ້ນັກ ຮຽນທີ່ຈົບຈາກສາຍລັດຢູ່ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ຂຶ້ນໃນວັນທີ 30 ມິຖຸນາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຈຳປາສັກ ຄັ້ງທີ VIII, ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານແມ່ຍິງແຂວງສະໄໝທີ 8 ທີ່ເມືອງ ໂຂງ ແຂວງຈຳປາສັກ ຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບໃບຍ້ອງຍໍຜົນງານການກະກຽມກອງປະຊຸມໃຫຍ່ຄັງທີ VIII ຂອງອົງຄະນະພັກເມືອງປາກກະດິງ ພ້ອມທັງອະນຸມັດພະນັກງານເຂົ້າຮັບອຸດໜູນບຳນານ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ກຸ່ມເສດຖະກິດຂອງເມືອງ. ພາຍໄຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ ເທົ່າກັບ 40.13% ຂອງແນວປູກທັງໝົດ, ນາຢອດໄດ້ 349 ເຮັກຕາ, ແນວປູກ 20.94 ໂຕນ ເທົ່າກັບ 2.43% ຂອງແນວປູກທັງໝົດ, ປັກດຳໄດ້ແລ້ວ 3,450 ເຮັກຕາ ເທົ່າກັບ 40%, ລວມປະຕິບັດໄດ້ທັງໝົດ 11,848.44 ເັກຮຕາ ເທົ່າກັບ 82.56%
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).
ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ໂດຍ: ແສງຈັນ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມອົດທົນ, ດຸໝັ່ນໃນໜ້າທີ່ວຽກງານ ເປັນຕົ້ນແມ່ນຫັດຖະກໍາ, ຕໍ່າຫູກ-ທໍໄໝ ແມ່ນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບແມ່ຍິງລາວ ທັງເປັນການສ້າງລາຍຮັບໃຫ້ກັບຄອບຄົວສະເໝີມາ.
ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII ຂຶ້ນໃນລະຫວ່າງ30 ມິຖຸນາ - 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາສະຫາຍ​ຄະນະ​ເລຂາທິການ, ຄະ​ນະ​ບໍລິຫານ​ງານ, ຫົວໜ້າກົມ, ຮອງ​ຫົວໜ້າກົມ, ເລຂາ ຄຊປປລ ກະຊວງ​-ອົງການ, ນະຄອນຫຼວງວຽງຈັນ, ບັນດາແຂວງເຂົ້າຮ່ວມ.
ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ພິທີມອບ-ຮັບໂຄງການກໍ່ສ້າງເຮືອນເຜົ່າກຣີ ຫຼື ເຜົ່າຕອງເຫຼືອງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ປ່າຊົມໃຊ້ບ້ານໂພນທອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ, ມີທ່ານ ກອງໄຊ ໄຊຍະລາດ ຮອງເຈົ້າເມືອງໆພຽງ, ມີແຂກຖືກເຊີນ ພ້ອມດ້ວຍເຜົ່າກຣີເຂົ້າຮ່ວມ.
ເພີ່ມເຕີມ