ບໍລິສັດທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດ 3,000,000 ເທື່ອຄົນ

10 ເດືອນຜ່ານມາ ລົດໄຟລາວ-ຈີນ ບັນລຸການຂົນສົ່ງຜູ້ໂດຍສານໄດ້ 3 ລ້ານເທື່ອຄົນ

10 ເດືອນຜ່ານມາ ລົດໄຟລາວ-ຈີນ ບັນລຸການຂົນສົ່ງຜູ້ໂດຍສານໄດ້ 3 ລ້ານເທື່ອຄົນ
ນັບແຕ່ວັນທີ 1 ມັງກອນຫາວັນທີ4 ພະຈິກ 2024 ບໍລິສັດທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດ 3,000,000 ເທື່ອຄົນ

 

ທີ່ມາຈາກ 101 ປະເທດທົ່ວໂລກ,ສະເລ່ຍປະມານ 10,000 ຄົນ/ມື້, ເພີ່ມຂຶ້ນ 44.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນຜູ້ໂດຍສານພາຍໃນມີ 2,893,000 ເທື່ອຄົນ ລວມທັງຂົນສົ່ງເຈົ້າໜ້າທີ່ພາກລັດ ແລະ ອາສາສະໝັກກູ້ໄພໃນໄລຍະນ້ຳຖ້ວມ 1,136 ເທື່ອຄົນ, ອຳນວຍຄວາມສະດວກໃຫ້ແຂກນັ່ງລົດໄຟໂດຍບໍ່ເສຍຄ່າໃນໄລຍະກອງປະຊຸມອາຊຽນ 368 ຄົນ ແລະ ຜູ້ໂດຍສານຂ້າມແດນ 107,000 ເທື່ອຄົນ.

ເພື່ອເປັນການຮັບມື ແລະ ອໍານວຍຄວາມສະດວກໃຫ້ຜູ້ໂດຍສານທີ່ນັບມື້ນັບຫຼາຍຂຶ້ນ, ທີ່ຜ່ານມາບໍລິສັດທາງລົດໄຟລາວ-ຈີນ ໄດ້ມີມາດຕະການຫຼາຍຢ່າງ ບໍ່ວ່າຈະເປັນການເພີ່ມຖ້ຽວລົດ, ຕໍ່ຂະບວນລົດ ແລະ ອື່ນໆ, ທັງນີ້ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກສະບາຍຂຶ້ນ ແລະ ອຳນວຍຄວາມສະດວກໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ 2024 ນີ້.

ໃນອະນາຄົດບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ວາງແຜນນໍາເຂົ້າລົດໄຟ EMU ຂະບວນທີ 5 ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຊຸກຍູ້ການທ່ອງທ່ຽວລາວໃຫ້ກ້າວຂຶ້ນສູ່ອີກລະດັບໜຶ່ງໃນປີ 2025 ທີ່ໃກ້ຈະມາເຖິງນີ້.

ຂ່າວ: ບໍລິສັດທາງລົດໄຟຈີນລາວ

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ

ສະຫາຍ ຄຳພັນ ພົມມະທັດ ຕ້ອນຮັບ ຄະນະກໍາມະການກວດກາວິໄນພັກແຂວງຢຸນນານ ສປ ຈີນ

ໃນວັນທີ 24 ມິຖຸນານີ້ ທີ່ຫ້ອງຮັບແຂກຂອງຄະນະກວດກາສູນກາງພັກ, ສະຫາຍ ຄຳພັນ ພົມມະທັດກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະການກວດກາລະບຽບວິໄນພັກ-ລັດ ແຂວງຢູນນານ ນຳໂດຍສະຫາຍ ເຟີງ ຈີ້ລີ ຄະນະປະຈໍາພັກແຂວງ ເລຂາຄະນະກໍາມະການກວດກາວິໄນພັກ ແລະ ຫົວໜ້າຄະນະກຳມະການກວດກາລັດ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລກປ່ຽນບົດຮຽນ ຢູ່ ສປປ ລາວ.
ຮອງປະທານປະເທດ ຕ້ອນຮັບທູດຕີມໍແລັດສະເຕ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດຕີມໍແລັດສະເຕ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຟີໂລເມໂນ ອາເລໂຊ ດາ ຄຣີວ (Filomeno Alexo Da Criuz) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະຈຳລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນທີ 24 ມິຖຸນານີ້ ທີ່ທຳນຽບປະທານປະເທດ, ເນື່ອງໃນໂອກາດທີ່ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດ ປະຈຳ ລາວ; ໃນໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ Filomeno Alexo Da Criuz ທີ່ສຳເລັດການປະຕິບັດໜ້າທີ່ການທູດ ປະຈຳລາວ ໃນຄັ້ງນີ້, ຕະຫຼອດໄລຍະການປະຕິບັດໜ້າທີ່ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ - ສາທາ ລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່ທີ່ມີກຽດຂອງທ່ານ.
ຮອງເຈົ້າແຂວງ ຄຳມ່ວນຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສປ ຈີນ

ຮອງເຈົ້າແຂວງ ຄຳມ່ວນຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສປ ຈີນ

ວັນທີ 23 ມີຖຸນາຜ່ານມາ ທີ່ໂຮງແຮມຣີເວີເຣຍ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບການມາເຄື່ອນໄຫວຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ແຂວງຄໍາມ່ວນຂອງ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ແຈ້ງຈຸດປະສົງ ແລະ ແຜນການເຄື່ອນໄຫວຢູ່ແຂວງຄໍາມ່ວນໃຫ້ ທ່ານຮອງເຈົ້າແຂວງໄດ້ຮັບຊາບ.
ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນໂຕນ ໂກເບຍກົບ (Anton Kobyakov) ທີ່ປຶກສາຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງທີ 28 (28th St. Petersburg International Economic Forum ຫຼື SPIEF 2025) ພາຍໃຕ້ຄໍາຂວັນ “ຄຸນຄ່າທີ່ມີຮ່ວມກັນ: ພື້ນຖານຂອງການເຕີບໃຫຍ່ຂະຫຍາຍຕົວໃນຍຸກສະໄໝໂລກຫຼາຍຂົ້ວ (Shared Values: The Foundation of Growth in a Multipolar World) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 19-20 ມິຖຸນາຜ່ານມາ ທີ່ ນະຄອນເຊັນ-ປີເຕີສະເບີກ, ສະຫະພັນຣັດເຊຍ.
ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ

ໃນລະຫວ່າງວັນທີ 18-21 ມິຖຸນາ ຜ່ານມາ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development” ຢ່າງມີຜົນສຳເລັດ.
ສະຖານທູດອິນເດຍ ປະຈຳລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ

ສະຖານທູດອິນເດຍ ປະຈຳລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ

ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳສະເຫຼີມສະຫຼອງວັນໂຍຄະສາກົນ (IDY) ຄັ້ງທີ 11 ພາຍໃຕ້ຫົວຂໍ້ "ໂຍຄະສໍາລັບທຸກຄົນໃນໂລກ ແລະ ເພື່ອສຸຂະພາບຂອງທຸກຄົນ" ຂຶ້ນໃນວັນທີ 21 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ໂຢເກັສວາ ສັງວານ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ທ່ານ ວິລາວົງ ບຸນສຸກໄທ ຮອງປະທານ - ເລຂາທິການຄະນະກຳມະທິການພາລາແລັມປິກແຫ່ງຊາດລາວ, ຫົວໜ້າກົມກິລາມວນຊົນພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍມວນຊົນໃນນະຄອນຫຼວງວຽງຈັນ ແລະ ນັກກິລາໂຍຄະຫຼາຍກວ່າ 1,000 ກວ່າ ຄົນເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ໃນຕອນເຊົ້າວັນທີ 19 ມິຖຸນາ ຜ່ານມາທີ່ ສປ ຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development”.
ຜູ້ຜະລິດເຄື່ອງປຸງອາຫານຊັ້ນນໍາຂອງ Haitian ເຂົ້າຕະຫຼາດຫຼັກຊັບຮົງ​ກົງ ຮຸ້ນເພີ່ມຂຶ້ນຫຼາຍກວ່າ 3%

ຜູ້ຜະລິດເຄື່ອງປຸງອາຫານຊັ້ນນໍາຂອງ Haitian ເຂົ້າຕະຫຼາດຫຼັກຊັບຮົງ​ກົງ ຮຸ້ນເພີ່ມຂຶ້ນຫຼາຍກວ່າ 3%

ບໍລິສັດ Haitian ເຄື່ອງປຸງອາຫານ ແລະ ອາຫານ ຈໍາ​ກັດ (03288.HK) ໄດ້ເປີດຕົວຄັ້ງທໍາອິດໃນຕະຫຼາດຫຼັກຊັບຮົງ​ກົງໃນວັນພະຫັດທີ່ຜ່ານມານີ້, ກາຍເປັນບໍລິສັດເຄື່ອງປຸງອາຫານເຈົ້າທໍາອິດທີ່ໄດ້ເປີດຕົວໃນຕະຫຼາດຫຼັກຊັບຮົງກົງ ທັງ A-share ແລະ H-share.
ທ່ານທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີແຫ່ງສະມາພັນທະລັດສະວິດ

ທ່ານທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີແຫ່ງສະມາພັນທະລັດສະວິດ

ວັນທີ 17 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງເບີນ ສະມາພັນທະລັດສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານນາງ ກາຣິນ ແຄເລີ ຊຸດເຕີ (Karin Keller Sutter) ປະທານາທິບໍດີແຫ່ງສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ປະຈໍາສະມາພັນທະລັດສະວິດ ຊຶ່ງມີສະຖານທູດຕັ້ງຢູ່ເຊີແນວ.
ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດຕີມໍ-ເລສເຕ

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈໍາ ສປປ ລາວ ໃນຕອນເຊົ້າວັນທີ 18 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ເພີ່ມເຕີມ