18 ປີ ​ທນບ ສ້າງບາດລ້ຽວແຫ່ງການຫັນປ່ຽນສູ່ ທພບ

18 ປີ ​ທນບ ສ້າງບາດລ້ຽວແຫ່ງການຫັນປ່ຽນສູ່ ທພບ

ທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 29 ມັງກອນ 2007, ເປັນທະນາຄານສະເພາະກິດ, ສະໜອງແຫຼ່ງທຶນດອກເບ້ຍຕໍ່າ ຂອງລັດຖະບານເຂົ້າໃນການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຢູ່ບັນດາເມືອງເປົ້າໝາຍທຸກຍາກ, ຈຸດສຸມພັດທະນາ ຂອງທ້ອງຖິ່ນ-ຂອງລັດຖະບານ ແລະ ບ້ານ 3 ສ້າງ

ເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າຕາມແນວທາງນະໂຍບາຍຂອງພັກ-ລັດ ແນໃສ່ຫັນປ່ຽນພື້ນຖານເສດຖະກິດທຳມະຊາດໄປສູ່ການຜະລິດເປັນສີນຄ້າໃນຂອບເຂດກະສິກຳ-ປ່າໄມ້, ອຸດສາຫະກໍາ, ຫັດຖະກໍາ, ການຄ້າ ແລະ ການບໍລິການ.

ດ້ານກົງຈັກການຈັດຕັ້ງ, ທນບ ປະກອບດ້ວຍອົງການຈັດຕັ້ງພັກ, ສະພາບໍລິຫານ ແລະ ຄະນະອໍານວຍການ ທີ່ປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດຂອງຕົນຊຶ່ງໃນຕະຫຼອດ 18 ປີຜ່ານມາ, ຄະນະພັກຮາກຖານ ໄດ້ດໍາເນີນກອງປະຊຸມໃຫຍ່ 2 ຄັ້ງໂດຍ ຄັ້ງທີ I ໄດ້ດໍາເນີນກອງປະຊຸມໃນວັນທີ 30 ມັງກອນ 2015, ຄັ້ງທີ II ໄດ້ດໍາເນີນໃນວັນທີ 28 ກຸມພາ 2020 ໂດຍພາຍໃຕ້ການນໍາພາ ແລະ ຊີ້ນໍາ ຂອງຄະນະພັກຮາກຖານ; ຄະນະອໍານວຍການ ທນບ ໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານກໍຄືມະຕິແຜນການຂອງຄະນະພັກ-ຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ; ທນບ ສາມາດຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງໃນຫຼາຍດ້ານປະກອບສ່ວນສະໜອງສິນເຊື່ອເຂົ້າເມືອງເປົ້າໝາຍທຸກຍາກ, ຈຸດສຸມລັດຖະບານ-ທ້ອງຖີ່ນ ແລະ ວຽກງານ 3 ສ້າງ. ຕະຫຼອດ 18 ປີຜ່ານມາ ໄດ້ຈັດຕັ້ງການເຄື່ອນໄຫວເປັນ 3 ໄລຍະ ແຕ່ລະໄລຍະແມ່ນໄດ້ມີໝາກຜົນທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ໄລຍະທີ 3 ແຕ່ປີ 2016 ຮອດທ້າຍປີ 2024 ທົ່ວລະບົບມີຍອດສິນເຊື່ອທັງໝົດ 2,976.22 ຕື້ກີບ ເພີ່ມຂື້ນ 316.52 ຕື້ກີບເທົ່າກັບ 12% ເມື່ອທຽບກັບທ້າຍປີ 2015 (2,659.98 ຕື້ກີບ), ໃນນັ້ນ, ສິນເຊື່ອໃນເມືອງເປົ້າໝາຍທຸກຍາກມີ 1,791.21 ຕື້ກີບ, ມີ 17 ແຂວງ, 1 ນະຄອນຫຼວງ, 76 ເມືອງເປົ້າໝາຍ, 4,165 ບ້ານ, 213,961 ຄອບຄົວ; ສິນເຊື່ອຈຸດສຸມລັດຖະບານ-ທ້ອງຖິ່ນມີ 358.08 ຕື້ກີບ, ມີ 17 ແຂວງ, 1 ນະຄອນຫຼວງ, 65 ເມືອງ, 567 ບ້ານ, 29,181 ຄອບຄົວ; ສິນເຊື່ອບ້ານ 3 ສ້າງ 467.84 ຕື້ກີບ, 17 ແຂວງ, 1 ນະຄອນຫຼວງ, 90ເມືອງ, 699 ບ້ານ, 32,609 ຄອບຄົວ.

ໃນໄລຍະດັ່ງກ່າວທນບ ຍັງໄດ້ສະໜອງສິນເຊື່ອໃນຮູບແບບໃໝ່ ໂດຍຜ່ານອົງການຈັດຕັ້ງການເມືອງ-ສັງຄົມແລະກອງທຶນຂັ້ນບ້ານ (ອກສກ).ຮອດທ້າຍປີ 2024ມີຍອດສິນເຊື່ອ ອກສກ ຈໍານວນ561,46ຕື້ກີບເທົ່າກັບ 18,87%ຂອງຍອດສິນເຊື່ອທັງໝົດກວມເອົາ1ນະຄອນຫຼວງ17ແຂວງ, 125ເມືອງ, 644ບ້ານ, 4.145ກຸ່ມ, 13.888 ຄອບຄົວ.ເຫັນວ່າຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາການເກັບຕົ້ນທຶນດອກເບ້ຍມີປະສິດທິຜົນ, ທ່ວງທັນ ຕາມກຳນົດເວລາ.

ທນບ ຍັງໄດ້ມີການຫັນເປັນທັນສະໄໝໂດຍໄດ້ມີການພັດທະນາລະບົບ ຈາກ Bank 2009 ມາເປັນລະບົບCore-Banking, ເພີ່ມຜະລິດຕະພັນໃນການໃຫ້ບໍລິການຈາກເມື່ອກ່ອນທີ່ມີແຕ່ການສະໜອງສິນເຊື່ອ ແລະ ໂອນເງິນພາຍໃນຄື: ການໂອນເງິນຂ້າມທະນາຄານ ຜ່ານລະບົບ Lapasst; ຮັບເງິນຝາກກະແສລາຍວັນ, ເງິນຝາກປະຢັດ ແລະ ເປັນຕົວແທນໃຫ້ບໍລິການຝາກ-ຖອນເງິນໃຫ້ທະນາຄານທຸລະກິດ ແລະ ຄັງເງິນແຫ່ງຊາດ; ເປັນຕົວແທນຂາຍປະກັນໄພ ລາວ-ຫວຽດ;

ດ້ານການຮ່ວມມືພາຍໃນ ແລະ ສາກົນທະນາຄານນະໂຍບາຍໄດ້ເຂົ້າເປັນສະມາຊິກສະມາຄົມທະນາຄານລາວໃນປີ 2023 ແລະ ໄດ້ເພີ້ມທະວີການພົວພັນຮ່ວມມືຝືກອົບຮົມ, ແລກປ່ຽນບົດຮຽນກັບທະນາຄານພາຍໃນ ແລະ ຕ່າງປະທດໂດຍສະເພາະກັບທະນາຄານນະໂຍບາຍ ສັງຄົມຫວຽດນາມນັບແຕ່ປີ2010 ເປັນຕົ້ນມາ, ໄດ້ເຊັນບົດບັນທືກຄວາມເຂົ້າໃຈທັງ 2 ຝ່າຍ 1 ສະບັບ,ເຊັນແຜນການຮ່ວມມືຍຸດທະສາດໄລຍະຍາວ 5 ປີ2 ຄັ້ງ, ໂຄງການຮ່ວມມື 6 ຄັ້ງ ຊຶງເປັນການປະກອບສ່ວນເຂົ້າໃນການສ້າງສາຍພົວພັນອັນດີງາມລະຫວ່າງ2ທະນາຄານ ກໍ່ຄື 2 ປະເທດລາວ-ຫວຽດນາມຕາມນະໂຍບາຍຂອງພັກ-ລັດ.

ໃນຕະຫຼອດໄລຍະເວລາ 18 ປີຜ່ານມາ, ທນບ ໄດ້ສະໜອງສິນເຊື່ອໃຫ້ແກ່ປະຊາຊົນນໍາໃຊ້ເຂົ້າໃນການປູກເຂົ້າ, ມັນຕົ້ນ, ອ້ອຍ, ສາລີ, ຜັກ, ຊາ, ກາເຟ,ໝາກກ້ຽງ, ຢາງພາລາ;ລ້ຽງງົວ,ໝູ, ໄກ່, ປາ, ປັັດໃຈ, ອຸປະກອນ ແລະພາຫະນະການຜະລິດ;ຜະລິດເສັ້ນເຝີ,ອາຫານແຫ້ງ, ຊາ, ມັນຕົ້ນແຫ້ງ, ຕໍ່າແຜ່ນແພ;ຈັກສານ, ຄວັດ-ແກະສະຫລັກ;ສະໜອງປັດໃຈ, ອຸປະກອນ-ພາຫະນະການຜະລິດ, ບໍລິການກົນຈັກ ແລະ ເກັບຊື້ຜະລິດຕະພັນກະສິກໍາເປັນຈໍານວນເງິນທັງໝົດ8.203,46ຕື້ກີບສາມາດເຂົ້າເຖິງ 17 ແຂວງ,1ນະຄອນຫຼວງ,144ເມືອງ, ເມືອງທຸກຍາກ75 ເມືອງ, ເຂົ້າເຖິງບ້ານທັງໝົດ5.224ບ້ານ, 41.883ກຸ່ມ, ເຂົ້າເຖິງຄອບຄົວທັງໝົດ285.425ຄອບຄົວ, ມີຄອບຄົວຕົວແບບເກີດຂຶ້ນ 401 ຄອບຄົວ;

ພ້ອມນັ້ນ; ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກ ໄດ້ຮັບການພັດທະນາຫຼາຍຂື້ນ, ຫຼາຍຄອບຄົວໄດ້ເຂົ້າເຖິງແຫຼ່ງທືນຂອງ ທນບ ເພື່ອພັດທະນາຄອບຄົວໃຫ້ມີວຽກເຮັດງານທໍາ, ສ້າງລາຍໄດ້,ສາມາດຍົກລະດັບຊີວິດຄວາມເປັນຢູ່ໃຫ້ດີຂຶ້ນແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທຶ່ອລະກ້າວ;ນອກນັ້ນຍັງຊຸກຍູ້ສົ່ງເສີມເສດຖະກີດຄອບຄົວກໍ່ຄືຈຸລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະກາງໃນເຂດເມືອງເປົ້າໝາຍ ແລະ ຈຸດສຸມພັດທະນາຕ່າງໆ ໃຫ້ມີທຶນຮອນບໍລິການສອງສົ້ນໄດ້ເຂັ້ມແຂງ ແລະມີປະສິດທິຜົນຫຼາຍຂຶ້ນ, ຫຼາຍບ້ານ ແລະ ຈຸດສຸມ ໄດ້ຮັບການພັດທະນາ ກາຍເປັນຕົວເມືອງນ້ອຍໃນຊົນນະບົດຫຼາຍຂຶ້ນ...ຖ້າທຽບໃສ່ເມື່ອກ່ອນມີຫຼາຍເມືອງ, ຫຼາຍບ້ານ, ຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ປະຈຸບັນຄອບຄົວທຸກຍາກຍັງເຫຼືອພຽງ 223.420 ຄອບຄົວຂອງຄອບຄົວທັງໝົດໃນທົ່ວປະເທດ, ບ້ານທຸກຍາກເຫຼືອພຽງ 1.510 ບ້ານ ຂອງຈໍານວນບ້ານທັງໝົດໃນທົ່ວປະເທດແລະເມືອງທຸກຍາກເຫຼືອພຽງ 23 ເມືອງ;ສ້າງຄອບຄົວຕົວແບບໄດ້ທັງໝົດ 401 ຄອບຄົວ.

ຈາກຜົນງານໃນການປະກອບສ່ວນຕະຫຼອດໄລຍະ 18 ປີຜ່ານມາ; ທນບ ໄດ້ຮັບການຍ້ອງຍໍສັນລະເສີນ ຈາກພັກ, ລັດຖະບານ ແລະ ທະນາຄານແຫ່ງ ສປປ ລາວ ຄື: ຫຼຽນໄຊແຮງງານຊັ້ນ II ຂອງກົມກອງລວມໝູ່ ຂອງ ທນບ; ຫຼຽນໄຊແຮງງານຊັ້ນ II ບຸກຄົນ 6 ທ່ານ, ຫຼຽນໄຊແຮງງານຊັ້ນ III ບຸກຄົນ 19 ທ່ານ, ຫຼຽນກາແຮງງານ ບຸກຄົນ 51 ທ່ານ; ພ້ອມດຽວກັນນັ້ນ, ຍັງມີກົມກອງລວມໝູ່ ແລະ ບຸກຄົນ ໄດ້ຮັບຫຼຽນກາລະນຶກ; ໃບຍ້ອງຍໍປະເພດຕ່າງໆ ຈາກຂັ້ນເທິງຫຼາຍຮ້ອຍທ່ານ.

ທ່ານ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກຮາກຖານ ຜູ້ອໍານວຍການ ທນບ ໄດ້ຢັ້ງຢືນວ່າ: ໃນຕໍ່ໜ້າ ຈະສູ້ຊົນຫັນປ່ຽນຈາກທະນາຄານສະເພາະກິດ (ທະນາຄານນະໂຍບາຍ) ໄປເປັນທະນາຄານທຸລະກິດສະເພາະ(ທະນາຄານພັດທະນາຊົນນະບົດ) ຫຼື ທພບ ຕາມກົນໄກໄລ່ລຽງທຸລະກິດໃຫ້ມີປະສິດທິຜົນ ແລະ ປະສິດທິພາບ ພ້ອມກັນນັ້ນກໍສືບຕໍ່ເຮັດໜ້າທີ່ຮັບໃຊ້ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກແຕ່ລະໄລຍະ; ເພື່ອໃຫ້ການດໍາເນີນທຸລະກິດເປັນໄປຕາມແນວຄິດແຫ່ງຄວາມຍືນຍົງ, ທະນາຄານພັດທະນາຊົນນະບົດ ຈຶ່ງໄດ້ມີວິໃສທັດຮອດປີ 2035 ແລະ ຍຸດທະສາດຮອດປີ 2030.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.
ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໝຸ່ມທົ່ວປະເທດ ຄັ້ງທີ IX

ໃນວັນທີ 29 ຕຸລາຜ່ານມາຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ ຄັ້ງທີ VIII ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ທະນົງສັກ ພົມມະທັດ ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງ.
ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ເມືອງສີງ ປີດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 29 ຕຸລາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການໆເງິນເມືອງສີງ ແຂວງຫຼວງນໍ້າທາ ໄດ້ປິດຊຸດຝຶກອົບຮົມໃຫ້ນັກເດີນສໍາຫຼວດ ແລະ ນັກກວດກາ ຢູ່ພາຍໃນເມືອງສີງ ເພື່ອກະກຽມໃສ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີV2025 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍໍາກ້ຽງ ແກ້ວປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ.
ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພີ່ມທະວີ ວຽກງານຄວາມປອດໄພທາງຫຼວງ ຜ່ານການໂຄສະນາ ແລະ ບັງຄັບໃຊ້ກົດໝາຍ

ເພື່ອເປັນການເສີມຂະຫຍາຍ ວຽກງານຄວາມປອດໄພທາງຫຼວງ ແລະ ຫຼຸດຜ່ອນອັດຕາການເກີດອຸບັດເຫດ, ທີມງານໂຄງການຄວາມປອດໄພທາງຫຼວງ, ຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ພະແນກຈະລາຈອນແຂວງອຸດົມໄຊ ໄດ້ສືບຕໍ່ລົງໂຄສະນາ ປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫຼວງ ຢູ່ໂຮງຮຽນ ມສ ຫົວນ້ຳງາ (ບ້ານຫຼັກ 32) ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 30 ຕຸລາ ນີ້, ນຳພາທີມງານໂດຍ ທ່ານ ຄຳເພົ້າ ອິນແກ້ວມະນີ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ.
ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ນັກທຸລະກິດໜຸ່ມຕັ້ງໃຈຢາກປ່ຽນແປງພື້ນທີ່ແຫ້ງແລ້ງກາຍມາເປັນພື້ນທີ່ສວນທີ່ອຸດົມສົມບູນ

ປັດຈຸບັນ, ໄດ້ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມນະໂຍບາຍຂອງພັກ ແລະລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງທ່ານ ວົງວິໄລ ພະສຸວໍ ຫຼື ເປົາຈະເລີນຊັບ ເຈົ້າຂອງບໍລິສັດ ເປົາຈະເລີນຊັບຮັບເໝົາກໍ່ສ້າງຂົວທາງ, ເຄຫະສະຖານຈຳກັດຜູ້ດຽວ ທີ່ນອກຈາກເຮັດທຸລະກິດແລ້ວ, ຍັງໄດ້ນຳພາຄອບຄົວ ເຮັດກະສິກຳແບບປະສົມປະສານ ໂດຍການພັດທະນາພື້ນທີ່ແຫ້ງແລ້ງ ໃຫ້ກາຍເປັນພື້ນທີ່ທີ່ອຸດົມສົມບູນ.
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມ ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ II ຢູ່ຈຸດແຂວງຄໍາມ່ວນ ຈັດໃນຂຶ້ນວັນທີ 30 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນກໍາມະການກົມການເມືອງສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ເຂົ້າຮ່ວມ.
ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ວັນທີ 29 ຕຸລາຜ່ານມານີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສຸນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງແຂວງເຊກອງ ຢູ່ທີ່ສະໂມສອນຂອງແຂວງ ໂດຍມີທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແລະພະນັກງານກວດກາທົ່ວແຂວງ ເຂົ້າຮ່ວມຮັບຟັງ.
ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ວັນທີ 29 ຕຸລານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນໂຄງການສົ່ງເສີມນັກວິຊາການໜຸ່ມ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ” ໂດຍເປັນປະທານຂອງ ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງຫຼວງພະບາງ, ມີທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍລະດົກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີວິຊາການຈາກພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຊຽງຂວາງ,ຈໍາປາສັກ, ຄຳມ່ວນ ແລະວິຊາການໜຸ່ມທີ່ເຮັດວຽກປົກປັກຮັກສາມໍຣະດົກໂລກ ຢູ່ໃນປະເທດລາວ ເຂົ້າຮ່ວມ.
ເພີ່ມເຕີມ